Ad

Ad

29 October 2014

ທະນາຄານພັດທະນາອາຊີສະຫນອງທຶນ 320 ຕື້ກວ່າກີບ ສົ່ງເສີມການທ່ອງທ່ຽວລາວ



        ທະນາຄານພັດທະນາອາຊີ (ADB), ໄດ້ຕົກລົງໃຫ້ທຶນຊ່ວຍເຫລືອລາວ 40 ລ້ານໂດລາສະ ຫະລັດ ຫລື ປະມານ 320 ຕື້ກວ່າກີບເພື່ອພັດທະນາພື້ນຖານ ໂຄງ ລ່າງເພື່ອສົ່ງເສີມການທ່ອງທ່ຽວຢູ່ 4 ແຂວງຄື: ອຸດົມໄຊ, ຫລວງພະບາງ, ຄຳມ່ວນ ແລະ ແຂວງຈຳປາສັກເພື່ອການປັບປຸງເສັ້ນທາງ, ສະຖານທີ່ທ່ອງ ທ່ຽວ, ປັບປຸງ ສະພາບແວດລ້ອມເພື່ອອຳນວຍ ຄວາມສະດວກໃຫ້ແກ່ການທ່ອງທ່ຽວໃນອະ ນຸພາກພື້ນແມ່ນ້ຳຂອງ, ຊຶ່ງພິທີມອບ- ຮັບການຊ່ວຍເຫລືອດັ່ງກ່າວໄດ້ມີຂຶ້ນ ໃນວັນທີ 27 ຕຸລານີ້, ທີ່ກະ ຊວງການເງິນລະຫວ່າງທ່ານ ນາງ ທິບພະກອນ ຈັນທະວົງສາ ລັດຖະມົນຕີຊ່ວຍວ່າການກະ ຊວງການເງິນ ແລະ ທ່ານ ນາງ ແຊນດຣ້າ ນິໂຄຣ ຜູ້ຕາງໜ້າສຳນັກງານທະນາຄານພັດທະນາ ອາຊີປະຈຳລາວ, ມີບັນດາລັດ ຖະມົນຕີຊ່ວຍວ່າການ ແລະ ພະ ນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມນຳດ້ວຍ.
     ທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນ ກ່າວວ່າ: ຂະແໜງທ່ອງທ່ຽວເປັນຂະແໜງການໜຶ່ງທີ່ປະກອບສ່ວນ ສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ການປັບປຸງຄຸນນະພາບ ແລະ ສ້າງຄວາມເຂັ້ມແຂງ ໃຫ້ລະບົບຄຸ້ມຄອງ ຂະແໜງທ່ອງທ່ຽວ. ສົ່ງເສີມພາກທຸລະກິດຂະໜາດນ້ອຍ-ກາງ ແລະ ປັບປຸງຂີດຄວາມສາມາດໃຫ້ອົງກອນທີ່ກ່ຽວພັນ
ກັບການສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນ້ຳແນໃສ່ປົກປັກຮັກສາຮີດຄອງປະເພນີ, ສ້າງຊີວິດການເປັນຢູ່ທີ່ດີໃຫ້ ແກ່ຜູ້ທຸກຍາກ ແລະ ສ້າງສະພາບແວດລ້ອມທີ່ອຳນວຍໃຫ້ແກ່ການທ່ອງທ່ຽວຄຽງຄູ່ກັບການພັດທະນາເສດຖະກິດໃຫ້ມີ ປະສິດທິຜົນ.
     ທ່ານນາງ ແຊນດຣ້າ ນິໂຄຣ ກ່າວວ່າ: ໂຄງການດັ່ງກ່າວຈະຊ່ວຍກະຕຸກຊຸກຍູ້ການລົງທຶນຂອງພາກເອກະຊົນເຂົ້າໃສ່ໂຄງ ການພື້ນຖານ ແລະ ການບໍລິການທີ່ຕິດພັນກັບຂະແໜງການທ່ອງທ່ຽວຫລາຍຂຶ້ນພ້ອມທັງເປັນການສ້າງວຽກເຮັດງານທຳໃນ ບັນດາເຂດທີ່ຍັງບໍ່ທັນໄດ້ຮັບການພັດທະນາ ແລະ ຮັບປະກັນໃຫ້ແກ່ການຂະຫຍາຍຕົວຂອງອຸດສະຫະກຳການທ່ອງທ່ຽວໄປ ໃນທິດທາງງທີ່ຍືນຍົງ. ໃນປີ 2013 ມີນັກທ່ອງທ່ຽວເຂົ້າມາ ທ່ຽວບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງເພີ່ມຂຶ້ນ ຫລາຍກວ່າ 12% ແລະ ສາມາດ ສ້າງລາຍຮັບໄດ້ປະມານ 50 ຕື້ ໂດລາສະຫະລັດ, ສຳລັບຢູ່ ສປປ ລາວ ການຂະຫຍາຍຕົວ ຂອງອຸດສາຫະກຳການທ່ອງທ່ຽວ ສ່ວນໃຫຍ່ແມ່ນຢູ່ໃນນະຄອນຫລວງວຽງຈັນ, ແຕ່ໂດຍລວມ ແລ້ວເຫັນ ວ່າ: ການພັດ ທະນາທຸລະກິດທ່ອງທ່ຽວຢູ່ລາວເຮົາຍັງຈຳກັດ ແລະ ຜົນໄດ້ຮັບຈາກການທ່ອງທ່ຽວທີ່ເຂົ້າເຖິງປະຊາຊົນຢູ່ເຂດຫ່າງ ໄກສອກ ຫລີກຍັງມີໜ້ອຍ, ນັກທ່ອງທ່ຽວສ່ວນ ໃຫຍ່ທີ່ເຂົ້າມາທ່ຽວໃນ ສປປ ລາວ ໃຊ້ຈ່າຍສະເລ່ຍແລ້ວປະມານ 160 ໂດລາສະ ຫະລັດ/ຄົນ, ເຊິ່ງເປັນລາຍຈ່າຍທີ່ຕ່ຳສຸດສຳລັບການທ່ອງທ່ຽວໃນບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງອື່ນໆ.

No comments:

Post a Comment