Ad

Ad

29 October 2014

ລົດບັນທຸກ 18 ລໍ້ຂົນໄມ້ພິກຂວ້ຳທັບນັກທ່ອງທ່ຽວຕ່າງປະເທດເສຍຊີວິດຄາທີ່ໜຶ່ງຄົນຢູ່ແຂວງຈຳປາສັກ



    ເຈົ້າໜ້າທີ່ຈະລາຈອນແຂວງ ຈຳປາສັກ ໃຫ້ຮູ້ວ່າ: ເວລາປະ ມານ 11:30 ໂມງ ຂອງວັນທີ 28 ຕຸລານີ້, ໄດ້ເກີດອຸປະຕິເຫດ ລົດບັນທຸກ 18 ລໍ້ໝາຍເລກທະບຽນ 01​-06-4801 ກຸງເທບມະຫານະຄອນ, ຂົນໄມ້ແປຮູບເຕັມຕູ້ຄອນ ເທນເນີມາແຕ່ ເສັ້ນທາງ 13 ໃຕ້ ເພື່ອມຸ້ງໜ້າເຂົ້າສູ່ເທດສະບານ ແຂວງຈຳປະສັກ, ພິກຂວໍ້າທັບນັກ ທ່ອງທ່ຽວຍິງຊາວຕ່າງປະເທດໜຶ່ງຄົນທີ່ພວມ ຈອດລົດຈັກຢູ່ແຄມທາງເພື່ອລໍ້ຖ້າ ຂ້າມທາງໃນເຂດເຂົ້າຫາແຫລ່ງທ່ອງທ່ຽວ ຕາດເຍືອງ, ບ້ານຫລັກ 40, ເມືອງປາກ ຊ່ອງ, ແຂວງຈຳປາສັກເຮັດໃຫ້ເສຍຊີວິດຄາທີ່ ແລະ ບໍ່ເທົ່າໃດນາທີກໍມີລົດບັນທຸກ 18 ລໍ້ອີກຄັນໜຶ່ງໝາຍເລກທະບຽນ 01-60-4333 ກຸງເທບມະຫານະຄອນທີ່ບັນທຸກໄມ້ແປຮູບເຊັ່ນກັນເກີດເບກແຕກ ແລະ ພິກຂວ້ຳ ເຊັ່ນດຽກັນຢູ່ຫ່າງຈາກຈຸດເກີດ ເຫດຄັນທຳອິດປະມານ 1 ກິໂລແມັດ ເຮັດໃຫ້ຜູ້ຂັບລົດດັ່ງກ່າວບາດເຈັບສາຫັດ.
    ເຈົ້າໜ້າທີ່ ກ່າວວ່າ: ອຸປະຕິເຫດຄັ້ງນີ້ອາດເກີດຈາກລົດບັນທຸກໜັກແລ່ນໄວເກີນຂອບເຂດເມື່ອມີເບກກະທັນຫັນຈຶ່ງເຮັດ ໃຫ້ເບກລົດແຕກ ແຕ່ເຖິງຢ່າງໃດເຈົ້າໜ້າທີ່ກໍພວມດຳເນີນການສືບສວນເພື່ອດຳເນີນຄະດີຜູ້ກະທຳຜິດຕາມລະບຽບກົດໝາຍ.

No comments:

Post a Comment