Ad

Ad

29 October 2014

ສະມາຄົມມິດຕະພາບລາວ-ໄທ ຈັດບຸນກະຖິນພະຣາຊະທານ ປະຈຳປີ 2014.



     ເມື່ອວັນທີ 24 ຕຸລານີ້, ສະມາຄົມມິດຕະພາບລາວ-ໄທ ຮ່ວມກັບອຳນາດການ ປົກຄອງເມືອງວັງວຽງ ແຂວງວຽງຈັນ ໄດ້ພ້ອມພຽງກັນຈັດຕັ້ງບຸນກະຖິນມະຫາສາ ມັກຄີພາຣາຊະ ທານຈາກເຈົ້າມະຫາຊີວິດແຫ່ງຣາຊະອາຈາຈັກໄທຂຶ້ນຢູ່ວັດສີສຸ ມັງຄະຣາຣາມເມືອງວັງວຽງ.
     ໃນໂອກາດນີ້ທາງບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ, ພ້ອມດ້ວຍ ຕົວແທນຈຳໜ່າຍລົດໂຕໂຍຕາທັງ 8 ແຫ່ງຢູ່ ລາວຄື ໂຕໂຍຕາລາວທານີ, ລາວໂຕໂຍຕາບໍລິການ, ໂຕໂຍຕາລາວສະຫວັນ, ໂຕໂຍຕາ ຈຳປາ, ໂຕໂຍຕາເມືອງຫລວງ ແລະ ລາວໂຕໂຍຕາພາກໃຕ້ກໍ ໄດ້ມີຈິດໃຈສັດທາຖວາຍເງິນສົມ ທົບ ຈຳນວນ 55 ລ້ານກີບ ແລະ ໄດ້ມອບເຄື່ອງອອກກຳລັງກາຍ ເພື່ອຕິດຕັ້ງໃຫ້ສູນສຸຂະພາບມິ່ງ ມິດໂຮງຮຽນວັດທະນະທຳຊົນ ເຜົ່າ ແລະ ເດັກກຳພ້າ ຫລັກ 67 ແຂວງວຽງຈັນຕົກເປັນມູນຄ່າ ຫລາຍກວ່າ 100 ລ້ານກີບ.

     ທ່ານ ປະກອນ ວົງວິທະຍາພິລົມ ທີ່ປຶກສາ ບໍລິຫານ ບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທ ກ່າວວ່າ: ປີນີ້ເປັນອີກປີໜຶ່ງ ທີ່ໂຕໂຍຕາໄດ້ຮັບກຽດເຂົ້າຮ່ວມໃນການຕັ້ງກອງບຸນກະຖິນມະຫາສາມັກຄີດັ່ງກ່າວເພື່ອປະຕິບັດ ຕາມປະເພນີທີ່ມີມາຍາວ ນານ. ນອກຈາກນີ້ ໂຕໂຍຕາຍັງໄດ້ສະໜັບສະໜູນ ແລະ ໃຫ້ຄວາມສຳຄັນກັບທຸກໆກິດຈະກຳທີ່ມີປະໂຫຍດຕໍ່ສັງຄົມ ແລະ ສົ່ງເສີມ ປະເພນີວັດທະນະທຳອັນດີງາມຂອງລາວ.

No comments:

Post a Comment