Ad

Ad

28 October 2014

ນາຍົກລັດຖະມົນຕີຮຽກຮ້ອງໃຫ້ຖືສຳຄັນວຽກ ປກຊ-ປກສ



     ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ກ່າວໃນກອງປະຊຸມລັດຖະ ບານສະໄໝສາມັນປະຈຳເດືອນຕຸລາທີ່ສຳ ເລັດລົງເມື່ອທ້າຍອາທິດຜ່ານມານີ້ວ່າ: ຂໍໃຫ້ທຸກພາກສ່ວນສືບຕໍ່ ເອົາໃຈໃສ່ເຮັດວຽກງານປ້ອງ ກັນຊາດ-ປ້ອງກັນ ຄວາມສະຫງົບ (ປກຊ-ປກສ) ໃຫ້ແຂງແຮງກວ່າເກົ່າ, ຫລັງຈາກເຫັນ ວ່າ, ປັດຈຸບັນພວກອິດທິກຳລັງ ປໍລະປັກ ແລະ ພວກຄົນບໍ່ດີໄດ້ ນຳໃຊ້ເຄື່ອງມືສື່ສານ ສັງຄົມ ອອນລາຍ ເຊັ່ນ: ອີນເຕີເນັດ, ເຟສບຸກ ແລະ ການສື່ສານອື່ນໆ ໂຄສະ ນາໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີ ແລະ ແບ່ງແຍກພາຍ ໃນການນຳ, ລະຫວ່າງຂັ້ນລຸ່ມ ກັບຂັ້ນເທິງ ແລະ ລະຫວ່າງການ ນຳກັບປະຊາຊົນ. ໂດຍ ສະເພາະແມ່ນຍົກສູງສະຕິລະວັງຕົວ ແລະ ຕື່ນຕົວໃນການປະກອບສ່ວນແກ້ໄຂປາ ກົດການຫຍໍ້ທໍ້ ຕ່າງໆທີ່ມີລັກສະນະເພີ່ມຂຶ້ນ ເຊັ່ນ: ບັນຫາຢາເສບຕິດ, ອຸປະຕິເຫດບົນທ້ອງຖະໜົນ, ກຸ່ມແກ້ງນັກເລງອັນຕະພານ, ສະພາບຂີ້ລັກງັດ ແງະ, ການລັກລອບ ຕັດໄມ້ ແລະ ຊື້-ຂາຍໄມ້ຜິດກົດໝາຍ, ການລັກລອບຂຸດຄົ້ນແຮ່ທາດແບບ ຊະຊາຍຢູ່ໃນບາງແຂວງ, ບາງ ທ້ອງຖິ່ນ ແລະ ບັນຫາອື່ນໆ ເຊິ່ງ ພາກສ່ວນກ່ຽວຂ້ອງຕ້ອງໄດ້ ເພີ່ມທະວີເອົາໃຈໃສ່ແກ້ ໄຂຢ່າງຈິງຈັງ ແລະ ເດັດຂາດເຂັ້ມງວດ ເພື່ອສາ ມາດຕ້ານ ແລະ ສະກັດ ກັ້ນສິ່ງຫຍໍ້ທໍ້ດັ່ງກ່າວໃຫ້ມີຜົນດີກວ່າເກົ່າ.

No comments:

Post a Comment