Ad

Ad

3 November 2014

ເລີ່ມຂຶ້ນແລ້ວງານຕະຫຼາດນັດບຸນນະມັດສະການພະທາດຫຼວງ2014



   ວັນທີ 31 ຕຸລານີ້ ນະຄອນຫຼວງວຽງຈັນໄດ້ຈັດພິທີເປີດງານຕະຫຼາດນັດວາງສະ ແດງ ແລະ ຂາຍສິນຄ້າໃນບຸນນະມັດສະການພະທາດຫຼວງຂຶ້ນຢູ່ເດີ່ນພະທາດຫຼວງ ໂດຍການ​ໃຫ້​ກຽດເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນ ລະວົງ ຄຸດໄພທູນ ເຈົ້າຄອງນະ ຄອນຫຼວງວຽງຈັນ ​ ​ແລະ ມວນ​ຊົນ​ຊາວ​ນະຄອນຫຼວງ​ວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
      ໃນພິທີທ່ານ ດຣ ອະນຸພາບ ຕຸລາລົມ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ​້ມີ​ຄຳ​ປາ​​ໄສວ່າ: ການຈັດຕັ້ງບຸນນະມັດ ສະການພະທາດຫຼາດແມ່ນເພື່ອ ປົກປັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີອັນ ດີງາມຂອງຊາດທີ່ໄດ້ສືບທອດກັນມາຫຼາຍ ລຸ່ນຄົນໃຫ້ມີຄວາມຍືນຍົງຄົງຢູ່ຄູ່ ລາວເຮົາຕະຫຼອດໄປ ແລະ ເພື່ອເປັນການຜັນຂະ ຫຍາຍເນື່ອໃນກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ແລະ ແຜນພັດທະນາ 5 ປີ ຄັ້ງທີ 7 ໃຫ້ມີຜົນສຳເລັດອັນຈົບງາມໂດຍສະ ເພາະແມ່ນການສືບຕໍ່ແຂ່ງຂັນກັນຈັດ ຕັ້ງປະຕິບັດ ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ່ 5 ຂອງອົງຄະນະພັກນະຄອນຫຼວງວຽງ
ຈັນໃຫ້ປາກົດຜົນເປັນຈິງ, ເຮັດໃຫ້ແຜນ ນະໂຍບາຍ 6 ສ ເປັນຂະບວນຟົດຟື້ນບົນຈິດໃຈແຂ່ງຂັນຮັກຊາດ ແລະ ພັດທະນາ, ຮັກນະຄອນຫຼວງວຽງຈັນ ແລະ ຮ່ວມກັນ ພັດທະນານະຄອນຫຼວງວຽງຈັນໃຫ້ກາຍເປັນ ເມືອງທີ່ໜ້າຢູ່, ຫຼຸດຜ່ອນປາກົດການ ຫຍໍ້ທໍ້ໃນສັງຄົມ ແລະ ກາຍເປັນຫົວ ໜ່ວຍ ຍຸດທະສາດພັດທະນາຂອງປະເທດ, ນອກນັ້ນຍັງເປັນການສ້າງຂະບວນຂ່ຳນັບ ຮັບຕ້ອງ 2 ວັນປະຫວັດສາດຂອງຊາດຄື ວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 60 ປີ ແລະ ວັນຊາດວັນທີ 2 ທັນວາ ຄົບຮອບ 40 ປີທີ່ຈະມາເຖິງ, ດັ່ງ ນັ້ນເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນງານບຸນດັ່ງ ກ່າວ, ພ້ອມທັງເປັນການສົ່ງເສີມການຜະລິດເປັນສິນຄ້າຂອງຄອບຄົວຕົວແບບຂອງແຕ່ລະເມືອງພາຍໃນນະຄອນ ຫຼວງວຽງຈັນກໍຄືໃນທົ່ວປະເທດເຮົາໄດ້ມີໂອກາດເສີມ ຂະຫຍາຍທ່າແຮງບົມຊ້ອນຂອງຕົນ ແລະ ເພື່ອໃຫ້ປະຊາຊົນຊາວ ນະຄອນຫຼວງວຽງຈັນ ແລະ ແຂກຕ່າງດ້າວທ້າວຕ່າງແດນທີ່ ເຂົ້າມາທ່ຽວຊົມໄດ້ເຫັນ ແລະ ໄດ້ຊົມໃຊ້ສິນຄ້າດັ່ງກ່າວ ແລະ ເປັນໂອກາດໃຫ້ເຂົາເຈົ້າໄດ້ ແລກປ່ຽນບົດຮຽນ ແລະ ປະສົບ ການຕ່າງໆນຳກັນອີກ.
    ທ່ານຮອງເຈົ້າຄອງກ່າວວ່າ: ການຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້ານີ້ແມ່ນຈະເລີ່ມແຕ່ ວັນທີ 31 ຕຸລາ-6 ພະຈິກ, ໂດຍຈະຈັດຂຶ້ນຢູ່ 2 ຈຸດຄື ຈຸດທີ 1 ຈັດ ຢູ່ເດີ່ນສະໝາມຫຼວງ, ຈຸດທີ 2 ຈັດຂຶ້ນຢູ່ສູນການຄ້າລາວ ໄອເຕັກ, ໂດຍມີຫົວໜ່ວຍທຸລະກິດ ແລະ ບໍລິສັດຫ້າງຮ້ານເຂົ້າຮ່ວມຫຼາຍກວ່າ 800 ຫົວໜ່ວຍ, ພ້ອມນັ້ນຍັງມີກິດຈະກຳ ການສະແດງສິນລະປະດົນຕີ ແລະ ການດຳເນີນພິທີທາງສາສະໜາຕ່າງໆນຳອີກ ແລະ ປີນີ້ກໍເປັນປີທີ່ພະທາດຫຼວງວຽງຈັນມີ ອາຍຸຄົບຄອບ 448 ປີ.

No comments:

Post a Comment