ພິທີລົງນາມສັນຍາການຮ່ວມມືລະຫວ່າງໂທລະພາບແຫ່ງຊາດລາວ
ແລະ ໂທລະພາບສູນກາງຈີນໃນການສະໜອງການບໍລິ ການຂໍ້ມູນຂ່າວສານເຊັ່ນ: ຂໍ້ມູນວີດີໂອ ແລະ ສັນຍາອອກອາກາດຖ່າຍທອດສົດໃຫ້ແກ່ໂທລະພາບ ແຫ່ງຊາດລາວ ແລະ ການຮ່ວມມືກັບສະຖານີວິທະຍຸກະຈ່າຍສຽງປະຊາ ຊົນກວາງຊີ
ສປ ຈີນ ກ່ຽວກັບ (ໂຮງລະຄອນຈີນ) ເປີດລາຍການອອກອາກາດ ລະຄອນເປັນຊຸດທາງໂທລະພາບໃນເວລາ
17:00-18:00 ໂມງຂອງທຸກໆວັນເສົາ ແລະ ອາທິດ. ໃນໄລຍະທີ 1 ຈະອອກອາ ກາດລະຄອນຊຸດບັນນາທິການຍິງປະ
ກອບມີ 30 ຕອນ ເຊິ່ງກ່ຽວກັບ ເລື່ອງໄວ ໜຸ່ມ ແລະ ການສູ້ຊົນ ໃນຊິວິດ ແລະ ລະ ຄອນນາງເປັດ ປະກອບມີ
26 ຕອນກ່ຽວກັບ ເລື່ອງຄວາມຮັກໃນຕົວເມືອງ. ໄດ້ມີຂຶ້ນໃນວັນທີ 1 ພະຈິກນີ້, ຢູ່ສະຖານີໂທ
ລະພາບແຫ່ງຊາດ ລາວລະຫວ່າງທ່ານ ບຸນເຈົ້າ ພິຈິດ ອໍານວຍການໂທລະພາບ ແຫ່ງຊາດລາວ. ມີທ່ານ ຢວນຈື້ນ
ໝິງ ຮອງ ຫົວໜ້າໂທລະພາບສູນກາງຈີນ ແລະ ທ່ານ ຫລີເດີກ່າງ ຫົວໜ້າສະຖາວິທະຍຸ-
ໂທລະພາບປະຊາຊົນກວາງຊີ
ສປ ຈີນ ໂດຍ ມີທ່ານ ດຣ. ພັນຄໍາ ວິພາວັນ ຮອງນາຍົກລັດຖະມົນຕີຜູ້ຊີ້ນໍາ ວຽກງານວັດທະ ນະທໍາ-ສັງຄົມລັດຖະມົນຕີວ່າການກະຊວງ
ສຶກສາທິການ ແລະ ກິລາ, ທ່ານ ລິວ ສີປາວ ຫົວໜ້າຄະນະໂຄສະນາອົບຮົບສູນ ກາງພັກກອມມູນິດຈີນ,
ມີບັນດາລັດຖະມົນຕີ, ພ້ອມ ດ້ວຍພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ສຈ.ດຣ. ບໍ່ແສງຄໍາ ວົງດາລາ ລັດຖະມົນຕີວ່າການ
ກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ (ຖວທ) ກ່າວວ່າ: ໂທລະພາບແຫ່ງຊາດ ລາວແມ່ນອົງການສື່ມວນຊົນ
ໜຶ່ງຂຶ້ນກັບກະຊວງ ຖວທ. ປັດຈຸບັນປະກອບມີ 2 ຊ່ອງ
ຄື: ທຊລ 1 ແລະ ທຊລ 3 ເຊິ່ງ ທຊລ1 ກະ ຈາຍອອກອາກາດ 18 ຊົ່ວໂມງ ຕໍ່ມື້ ແລະ ທຊລ 3 ກະຈາຍ
ອອກອາກາດ ຕະຫລອດ 24 ຊົ່ວໂມງ. ຜ່ານມາໂທລະພາບແຫ່ງຊາດລາວໄດ້ມີການພົວພັນຮ່ວມມືກັບຫລາຍປະເທດໃນໂລກເພື່ອການພັດ
ທະນາ, ໃນນັ້ນມີການຮ່ວມມືກັບໂທລະພາບສູນກາງຈີນ CCTV, ສະຖານີວິທະຍຸ-ໂທລະ ພາບແຂວງຢຸນນານ
ແລະ ມໍ່ໆນີ້ ກໍຈະມີຮ່ວມມືກັບສະຖານີວິທະຍຸກະຈ່າຍສຽງປະຊາຊົນແຂວງ ກວາງຊີ ສປ ຈີນ. ໃນປີ
2009 ໂທລະພາບແຫ່ງຊາດລາວ ໄດ້ຮັບ ການຊ່ວຍເຫລືອອັນໃຫຍ່ຫລວງຈາກລັດຖະບານກໍຄືປາຊາຊົນ ຈີນກໍ່ສ້າງສະຖານີໂທລະພາບແຫ່ງຊາດລາວຊ່ອງ
3 ເຊິ່ງມີມູນ ຄ່າ 79 ລ້ານຢວນ ແລະ ປັດຈຸບັນກໍໄດ້ໃຫ້ການຊ່ວຍເຫລືອໂທລະພາບແຫ່ງຊາດລາວຊ່ອງ
3 ໄລ ຍະ 2 ມີມູນຄ່າ 12,1 ລ້ານຢວນ. ນອກນີ້ໂທລະພາບແຫ່ງຊາດ ລາວຍັງໄດ້ຮ່ວມມືກັບສະຖານີວິທະຍຸ-ໂທລະພາບແຂວງຢຸນນານສ້າງຕັ້ງບໍລິ
ສັດໂທລະພາບແບບບໍ່ໃຊ້ສາຍ (LDTV) ແລະ ໃນປີ 2015 ໂທລະພາບແຫ່ງຊາດລາວກໍໄດ້ມີແຜນຫັນປ່ຽນຈາກລະບົບອາ
ນາລົກເປັນລະບົບດີຈີຕອນເຊິ່ງຈະນໍາໃຊ້ລະບົບ DTMB ຂອງຈີນມີມູນຄ່າ 130 ລ້ານໂດລາສະຫະລັດ.

No comments:
Post a Comment