Ad

Ad

3 November 2014

ຫ້ອງວ່າການລັດຖະບານປະກາດການຈັດຕັ້ງ



     ໃນວັນທີ 31 ຕຸລາຜ່ານມາ, ທີ່ຫ້ອງວ່າການລັດຖະບານໄດ້ມີພິທີປະກາດ ແຕ່ງ ຕັ້ງຜູ້ຮັກສາການຫົວໜ້າກົມຈຳ ນວນ 1 ທ່ານ ແລະ ສັບຊ້ອນພະນັກງານຕຳ ແໜ່ງບໍລິຫານຂັ້ນຮອງຫົວຫນ້າ ກົມຈຳນວນ 4 ທ່ານ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ. ສອນໄຊ ສີພັນດອນ ກຳມະການ ສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແລະ ໃນ ໂອກາດນີ້ ທ່ານຫົງຄຳ ໄຊຍະວົງສາ ຄະນະພັກຫ້ອງວ່າການລັດຖະບານຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານວ່າດ້ວຍ ການ ແຕ່ງຕັ້ງທ່ານ ຈັນຊະນະ ສີຈັນທອງທິບ ຮອງຫົວໜ້າກົມປະ ຊາສຳພັນເປັນຜູ້ ຮັກສາການຫົວໜ້າກົມປະຊາສຳພັນ ແລະ ສັບຊ້ອນພະນັກງານຕຳແໜ່ງບໍລິຫານຂັ້ນຮອງຫົວໜ້າກົມຈຳນວນ 4 ທ່ານລວມ: ທ່ານ ນາງ ບຸນໜັກ ຫລວງລາດ ຮອງ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄປເປັນຮອງຫົວໜ້າກົມສັງລວມການ ເມືອງ, ທ່ານ
ວັນນະລາດ ໃຈຍະວົງ ຮອງຫົວໜ້າກົມປະຊາສຳພັນໄປເປັນຮອງຫົວນ້າກົມສັງລວມເສດຖະກິດ,  ທ່ານ ຄຳຜອງ ແສງປະ ເສີດ ຮັກສາການຫົວໜ້າກົມກວດກາ-ປະເມີນຜົນໄປເປັນຮອງຫົວໜ້າກົມກົດໝາຍ ແລະ ທ່ານ ບຸນເພັງ ວົງໜໍ່ບຸນທຳ ຮອງຫົວໜ້າກົມກົດໝາຍໄປເປັນຮອງຫົວນ້າກົມກວດກາ-ປະເມີນຜົນ ແລະ ຮັກ ສາການຫົວໜ້າກົມ.
     ໃນໂອກາດດັ່ງກ່າວ ທ່ານ ດຣ. ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ແລະ ຮຽກຮ້ອງໃຫ້ ບັນດາທ່ານທີ່ໄດ້ຮັບການ ແຕ່ງຕັ້ງ ແລະ ສັບຊ້ອນໃນຄັ້ງນີ້ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ການເມືອງທີ່ຖືກມອບໝາຍໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ, ໃຫ້ສົມກັບການໄວ້ເນື້ອເຊື່ອໃຈຂອງພັກ-ລັດກໍຄືການຈັດຕັ້ງສະມາຊິກພັກ-ພະນັກງານ ແລະ ມະຫາຊົນ; ສືບຕໍ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍບັນດານິຕິກຳ, ມະຕິ, ຄຳສັ່ງ ຂອງລັດຖະບານຕິດພັນກັບການປະຕິບັດຄຳຂວັນ 3 ດີ ຂອງຫ້ອງວ່າການລັດຖະບານຄືເປັນເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີໃຫ້ປາກົດຜົນເປັນຈິງ.

No comments:

Post a Comment