ນັບແຕ່ວັນທີ 27 ຕຸລາ- 2 ພະຈິກນີ້, ຢູ່ນະຄອນຫລວງວຽງຈັນ ມີອຸປະຕິເຫດ ຕາມທ້ອງຖະໜົນເກີດຂຶ້ນ 34 ກໍລະນີ ເພີ່ມ ຂຶ້ນ 6 ກໍລະນີ, ທຽບກັບອາທິດ
ກ່ອນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ. ເຈົ້າໜ້າທີ່ຈະລາຈອນໃຫ້ຮູ້ວ່າ: ອຸປະຕິເຫດສ່ວນ ໃຫຍ່ມັກ
ເກີດຂຶ້ນໃນຍາມຄ່ຳຄືນຄື ໃນ ຕອນດຶກຂອງວັນທີ 29 ຕຸລາຜ່ານມາ, ຢູ່ບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ
ໄດ້ ເກີດ ເຫດລົດໃຫຍ່ຕຳກັບລົດຈັກ, ສົ່ງ ຜົນເຮັດໃຫ້ຄົນຂັບລົດຈັກເສຍຊີ ວິດຄາທີ່ 1 ຄົນ,
ຕົກມາໃນເວລາ ຫົວຄ່ຳ ຂອງວັນ ທີ 30 ຕຸລາ, ຢູ່ບ້ານໂພນມ່ວງ ເມືອງນາຊາຍທອງໄດ້ເກີດເຫດລົດບັນທຸກ ຕຳລົດ ຈັກເຮັດໃຫ້ຜູ້ຂັບຂີ່ລົດຈັກ
ເສຍຊີວິດ, ທ່ຽງ ຄືນຂອງວັນທີ 31 ຕຸລາ, ຢູ່ສີ່ແຍກໄຟແດງຕະຫລາດເຊົ້າ, ໄດ້ເກີດເຫດລົດຈັກຕຳ ລົດໃຫຍ່ຢ່າງແຮງສົ່ງຜົນເຮັດໃຫ້ຜູ້ຊ້ອນທ້າຍ
ອາຍຸ 19 ປີ ເສຍຊີວິດ ແລະ ເວລາຂ້ອນແຈ້ງ ຂອງວັນທີ 3 ພະຈິກ, ຢູ່ບ້ານວັດ ໄຕ ເມືອງສີໂຄດຕະບອງ,
ໄດ້ເກີດເຫດລົດ ໃຫຍ່ຕຳລົດຈັກ, ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດ.
ເຈົ້າໜ້າທີ່ຍັງໃຫ້ຮູ້ອີກວ່າ: ສາເຫດສ່ວນໃຫຍ່ຂອງການເກີດອຸປະຕິເຫດແມ່ນມາຈາກຂີ່ລົດ
ໄວເກີນຂອບເຂດ ແລະ ຖືເບົາ ຕໍ່ການປະຕິບັດລະບຽບຈະລາ ຈອນ ແລະ ຂັບຂີ່ລົດແບບປະໝາດ.

No comments:
Post a Comment