ໃນອາທິດທີ່ຜ່ານມາ, ກົມລ້ຽງສັດ ແລະ ການປະມົງຂອງ
ລາວ ແລະ ກົມຮັກສາສຸຂະພາບສັດຂອງ ສສ ຫວຽດນາມ, ໄດ້ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈໃນການເປີດບໍລິ
ການກວດກາສັດຜ່ານປະຕູດຽວ ຢູ່ດ່ານຊາຍແດນສາກົນແດນສະ ຫວັນ ແຂວງສະຫວັນນະເຂດກັບລາວບາວ ຂອງ
ສສ ຫວຽດນາມ, ເຊິ່ງພິທີໄດ້ຈັດຂຶ້ນຢູ່ແຂວງສະຫວັນນະເຂດ, ໂດຍ ທ່ານ ດຣ. ບຸນ ຂວາງ ຄຳບຸນ ເຮືອງ
ຫົວໜ້າກົມລ້ຽງສັດ ແລະ ການປະມົງຂອງລາວ ແລະ ທ່ານ ຫງວຽນທີຖຸຍ ຮອງຫົວ ໜ້າກົມ ຮັກສາສຸຂະພາບສັດ
ສສ ຫວຽດນາມເປັນຜູ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈດັ່ງກ່າວເພື່ອແນໃສ່ການກວດກາບໍລິ
ການຜ່ານປະຕູດຽວ, ໂດຍຖືເອົາປະເທດຕົ້ນທາງເປັນຫລັກໝາຍວ່າສັດລ້ຽງທີ່ຈະນຳເຂົ້າ ແລະ ສົ່ງອອກຕ່າງປະເທດຜ່ານດ່ານ
ຊາຍແດນແດນສະຫວັນ- ລາວບາວຈະຕ້ອງໄດ້ກວດຜ່ານປະເທດຕົ້ນທາງບ່ອນດຽວ, ແລະ ເປັນແຫ່ງທຳອິດທີ່
ສປປ ລາວ ແລະ ສສ ຫວຽດນາມ, ໄດ້ຈັດ ຕັ້ງປະຕິບັດການກວດກາດັ່ງ ກ່າວຖ້າຫາກການຈັດຕັ້ງປະຕິ
ບັດໄດ້ຮັບໝາກຜົນທັງ
ສອງຝ່າຍຈະສືບຕໍ່ຜັນຂະຫຍາຍໄປສູ່ດ່ານຊາຍແດນສາກົນອື່ນໆຂອງສອງປະເທດ,
ເພື່ອອຳນວຍຄວາມ ສະດວກທາງ ດ້ານການຄ້າຂອງສອງປະເທດ ແລະ ເຮັດໃຫ້ຂັ້ນຕອນການກວດກາການນຳເຂົ້າ-ສົ່ງອອກກະທັດລັດເພື່ອຮອງຮັບການເຂົ້າ
ເປັນປະຊາຄົມເສດຖະກິດອາຊຽນໃນປີ 2015 ທີ່ຈະມາເຖິງ.
No comments:
Post a Comment