Ad

Ad

3 November 2014

ທະນາຄານສົ່ງເສີມກະສິກຳເປັນຕົວແທນຂາຍປະກັນໄພໃຫ້ອາລີອັນປະກັນໄພ



     ໃນວັນທີ 31 ຕຸລາຜ່ານມານີ້, ຢູ່ສຳນັກງານໃຫຍ່ທະນາຄານສົ່ງເສີມກະສິກຳ (ທສກ), ນະ ຄອນຫລວງວຽງຈັນ, ໄດ້ມີ ພິທີຖະແຫລງຂ່າວກ່ຽວກັບທະນາຄານດັ່ງກ່າວໄດ້ເປັນຕົວແທນຂາຍປະກັນໄພຂອງບໍລິສັດ ອາລີອັນປະກັນໄພລາວ (ບປລ), ຊຶ່ງ ທ່ານອຳນວຍການທະນາຄານສົ່ງເສີມກະສິກຳ ບຸນລ້ອມ ພົງ ຈະເລີນ ກ່າວວ່າ: ການຮ່ວມເປັນຕົວແທນຂາຍປະກັນ ໄພ ຂອງ (ບປລ) ນີ້ແມ່ນພວກເຮົາລິງເຫັນຄວາມເຕີບໃຫຍ່ຂະຫຍາຍຕົວ ທາງທຸລະກິດ, ເຂັ້ມແຂງທາງດ້ານການເງິນ ແລະ ຄວາມ ເຊື່ອໝັ້ນຂອງລູກຄ້າທີ່ມີຈຳນວນຫລວງຫລາຍ ແລະ ສິ່ງສຳຄັນ ອີກປະການໜຶ່ງແມ່ນປະຕິບັດຕາມຄຳສະເໜີ ແລະ ຄວາມ ຮຽກຮ້ອງຕ້ອງການຂອງລູກຄ້າທະນາຄານພວກເຮົາ, ເຊິ່ງລູກຄ້າສາມາດຊື້ຜະລິດຕະພັນປະກັນໄພຂອງ (ບປລ) ທຸກປະເພດ ນຳທະນາຄານສົ່ງເສີມກະສິກຳນັບທັງສຳນັກງານໃຫຍ່, ສາຂາ ແລະ ໜ່ວຍບໍລິການທົ່ວປະເທດ.

      ທ່ານ ກີ ອາໂປວີ ອຳນວຍການບໍລິສັດອາລີອັນປະກັນໄພລາວກ່າວວ່າ: ການຂາຍປະກັນໄພຢູ່ທະນາຄານບໍ່ແມ່ນເລື່ອງ ແປກໃໝ່ ແລະ ຫລາຍປະເທດໃນໂລກແມ່ນປະສົບຜົນສຳເລັດທາງດ້ານທຸລະກິດຮ່ວມກັນມາ ແລ້ວ ແລະ ທະນາຄານສົ່ງ ເສີມບໍ່ແມ່ນທະນາຄານແຫ່ງທຳອິດທີ່ເປັນຕົວແທນຂາຍປະກັນໄພໃຫ້ພວກເຮົາ, ຊຶ່ງກ່ອນໜ້ານີ້ແມ່ນ ພວກເຮົາໄດ້ຮ່ວມມືທະ ນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ທະນາຄານຮ່ວມພັດທະນາໃນການເປັນຕົວແທນຂາຍປະກັນໄພ ແລະ ເຖິງວ່າ ການຂາຍປະກັນໄພຂອງພວກ ເຮົາຢູ່ທະນາຄານໃນໄລຍະຜ່ານມານັ້ນຈະຍັງບໍ່ມີຕົວເລກທາງທຸລະກິດສູງກໍຕາມແຕ ພວກເຮົາເຊື່ອໝັ້ນວ່າການຮ່ວມຜ່ານຊ່ອງທາງນີ້ຈະພາພວກເຮົາປະສົບຜົນສຳເລັດໃນອານາຄົດຂ້າງໜ້າແນ່ນອນ.
    ສຳລັບບໍລິສັດ ອາລີອັນ ປະກັນໄພເປັນບໍລິສັດຊັ້ນນຳ ຂອງໂລກ, ມີເຄືອຄ່າຍ 80 ປະ ເທດໃນໂລກ, ສະເພາະການດຳ ເນີນທຸລະກິດຢູ່ລາວແມ່ນມີຮອດ 24 ປີແລ້ວ, ມີຕົວແທນຈຳໜ່າຍ ຫລາຍກວ່າ 118 ຈຸດ  ແລະ ມີຄູ່ ຮ່ວມທຸລະກິດຫລາຍ ກວ່າ 30 ຫົວໜ່ວຍໃນທົ່ວປະເທດ, ກວມສ່ວນແບ່ງຕະຫລາດປະກັນໄພປະມານ 80%. ສ່ວນການດຳ ເນີນທຸລະກິດຂອງ ທະນາຄານສົ່ງເສີມກະສິກຳແມ່ນນັບມື້ເຕີບໃຫຍ່ສະເລ່ຍປະມານປີລະ 40%, ປັດຈຸບັນມີລູກຄ້າທັງໝົດປະມານ 304 ພັນ ບັນຊີ, ໃນນັ້ນເງິນຝາກມີ 240 ພັນກວ່າບັນຊີ.

No comments:

Post a Comment