Ad

Ad

3 November 2014

ອາຊຽນເພີ່ມທະວີການຮ່ວມມືຮັກສາສິ່ງແວດລ້ອມໃນພາກພື້ນ



    ກອງປະຊຸມລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມຄັ້ງທີ 15 ບໍ່ເປັນທາງການທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນແຕ່ວັນທີ 30-31 ຕຸລາ 2014 ໄດ້ສຳເລັດຜົນຢ່າງຈົບງາມ ແລະ ສາມາດບັນລຸຂໍ້ຕົກລົງຮ່ວມມືກັນຫລາຍດ້ານເພື່ອປົກປັກຮັກສາສິ່ງ ແວດລ້ອມໃຫ້ດີຂຶ້ນ, ພາຍຫລັງໄດ້ຮັບຟັງລາຍງານຂອງສູນອຸຕຸນິຍົມຂອງອາຊຽນກ່ຽວກັບການພະຍາກອນສະພາບໝອກ ຄວັນ ແລະ ທ່າອ່ຽງຂອງການເກີດໄພພິບັດຕ່າງໆຈາກທຳມະຊາດທີ່ກໍໃຫ້ເກີດມົນລະພິດໝອກຄວັນຂ້າມຜ່ານຊາຍແດນ, ຕໍ່ບັນຫາດັ່ງກ່າວກອງປະຊຸມໄດ້ເອກກະພາບກັນໃຫ້ປະເທດສະມາຊິກອາຊຽນເພີ່ມທະວີໃນການເຝົ້າລະວັງ, ກະກຽມ ແລະ ມີມາດຕະການຮັບມືທີ່ວ່ອງໄວໃນການຄວບຄຸມໄຟທີ່ເປັນສາເຫດຂອງໝອກຄວັນຂ້າມຊາຍແດນ. ນອກຈາກນີ້, ກອງປະ ຊຸມໄດ້ສະແດງຄວາມຊົມເຊີຍປະເທດອິນໂດເນເຊຍທີ່ໄດ້ໃຫ້ສັດຕະຍາບັນຕໍ່ສັນຍາອາຊຽນວ່າດ້ວຍໝອກຄວັນ ຂ້າມຊາຍ ແດນ, ອັນໄດ້ເຮັດໃຫ້ການປະຕິບັດສັນຍາດັ່ງກ່າວຄົບຖ້ວນໃນ 10 ປະເທດອາຊຽນ.

       ພ້ອມນັ້ນຍັງໄດ້ມີການລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນງານ, ກິດຈະກຳຕ່າງໆ ໃນລະດັບຊາດ ແລະ ສະກັດກັ້ນໝອກຄວັນຂ້າມຊາຍແດນຈາກບັນດາປະເທດສະມາຊິກອາຊຽນ, ລາຍງານຄວາມຄືບໜ້າໃນການປະກອບ ສ່ວນ ເງິນສົມທົບເຂົ້າກອງທຶນຄວບຄຸມໝອກຄວັນຂ້າມຊາຍແດນອາຊຽນ ແລະ ຍິນດີຮັບເອົາການຊ່ວຍເຫລືອຈາກບັນດາ ປະເທດ ແລະ ອົງການຕ່າງໆ, ກອງປະຊຸມໄດ້ສະແດງຄວາມຍີນດີຕໍ່ຜົນສຳເລັດໃນຫລາຍກິດຈະກຳຂອງໂຄງການ 5 ປີກ່ຽວ ກັບປ່າ ດິນຖ່ານຕົມທີ່ໄດ້ຮັບທຶນສິ່ງແວດລ້ອມໂລກ ແລະ ຊົມເຊີຍຄວາມຄືບໜ້າໂຄງການຊ່ວຍເຫລືອຂອງສະຫະພາບເອີຣົບ (EU) ກ່ຽວ ກັບດິນຖ່ານຕົມທະເລ, ຮັບຊາບຖະແຫລງການຮ່ວມຂອງລັດຖະມົນຕີອາຊຽນສິ່ງແວດລ້ອມຕໍ່ ກອງປະຊຸມພາຄີສົນ ທິສັນຍາວ່າດ້ວຍຊີວະນາໆພັນຄັ້ງທີ 12 ທີ່ ຈັດຂຶ້ນຢູ່ ສ.ເກົາຫລີ ໃນວັນທີ 15 ຕຸລາ 2014, ຮັບຮອງເອົາການ ສະເໜີສອງປ່າ ສະຫງວນຮາມິ ກິວແຕັນ ແລະ ແທບບ່າຕາຮ່າ ຂອງຟີລິບປິນເພື່ອພິຈາລະນາ ເປັນເຂດປ່າສະຫງວນອາຊຽນ ລຳດັບທີ 34 ແລະ 35, ສ່ວນກອງ ປະຊຸມລັດຖະມົນຕີອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ) ຄັ້ງທີ 13 ໄດ້ປຶກສາຫາ ລືກ່ຽວກັບກິດຈະກຳທີ່ໄດ້ດຳ ເນີນຮ່ວມກັນ ແລະ ທິດທາງການຮ່ວມມືໃນຕໍ່ໜ້າໃນດ້ານຊີ ວະນາໆພັນ, ການປ່ຽນແປງດິນ ຟ້າອາກາດ, ການສຶກສາດ້ານສິ່ງແວດລ້ອມ, ວິທະຍາສາດ ແລະ ເຕັກໂນໂລຊີສິ່ງແວດລ້ອມ ອື່ນໆ ແລະ ກອງປະຊຸມລັດຖະ ມົນຕີອາຊຽນຮ່ວມກັບບັນດາປະເທດອາຊີຕາເວັນອອກຄັ້ງທີ 4 ແມ່ນເນັ້ນໃສ່ການຫາລືບັນຫາ ຕົວເມືອງທີ່ຍືນຍົງທາງສິ່ງແວດ ລ້ອມ ແລະ ການຮ່ວມມືໃນຕໍ່ໜ້າ. ກອງປະຊຸມຍັງໄດ້ມີພິທີມອບລາງວັນຕົວເມືອງທີ່ຍືນຍົງທາງດ້ານສິ່ງແວດລ້ອມຄັ້ງທີ 3 ແລະ ມອບໃບຢັ້ງຢືນຕົວເມືອງທີ່ມີອາກາດສະອາດ, ນ້ຳສະອາດ ແລະ ດິນສະອາດຄັ້ງທີ 2 ແລະ ແຂວງຫລວງພະບາງ ຂອງ ສປປ ລາວ ໄດ້ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ.

No comments:

Post a Comment