Ad

Ad

23 December 2014

ຕິດ​ຄຸກ 3 ປີ 6 ​ເດືອນ ຍ້ອນຂີ້ລັກ​ງັດ​ແງະ



      ​ໃນ​ວັນ​ທີ 17 ທັນວາ​ນີ້, ສານ​ນະຄອນຫລວງ​ວຽງ​ຈັນ ຕັດສິນ​ລົງ​ໂທດທ້າວ ກາວ ​ແມ້ງ ຫາວ ອາຍຸ 25 ປີ ສັນຊາດ​ຫວຽດນາມ ຢູ່​ບ້ານ​ລອງ​ເຊິ​ນ ​ເມືອງ​ແອັງ​ເຊິ​ນ ​ແຂວງ​ເງະ​ອານ ມາ​ພັກ​ເຊົາ​ຢູ່​ບ້ານ​ນາ​ໄຊ ​ເມືອງ​ໄຊ​ເສດ​ຖານະ ຄອນຫລວງ​ວຽງຈັນ ​ໃຫ້ຈຳ​ຄຸກ 3 ປີ 6 ​ເດືອນ ພ້ອມ​ປັບ​ໄໝ​ເງິນ 2,5 ລ້ານກີບ ​ໃນ​ຂໍ້​ຫາ​ລັກ​ຊັບ​ພົນ ລະ​ເມືອງ.
       ທ້າວ ກາວ ​ແມ້ງ ຫາວ ​ຮັບ​ສາລະພາບ​ວ່າ: ໄດ້​ເຄື່ອນ​ໄຫວ​ລັກ​ຊັບ​ພົນລະ​ເມືອງ​ຕາມ​ສະຖານ​ທີ່​ຕ່າງໆ​ມາ​ແລ້ວ 5 ຄັ້ງ ຄື​ຄັ້ງທີ 1 ລັກ​ຄອມ​ພິວ​ເຕີ​​ໂນ​ດບຸກ 1 ໜ່ວຍ ຂອງ​ຄົນ​ຫວຽດນາມ​ຢູ່​ບ້ານ​ນາ​ໄຊ, ຄັ້ງທີ 2 ລັກ​ລົດຈັກ​ຢູ່​ໂຮງ​ແຮມ​ລາວ​ປາລີ. ຈາກ​ນັ້ນ ກໍ​ໄປ​ລັກ​ຄອມ​ພິວ​ເຕີ​ໂນດບຸກ 1 ໜ່ວຍ ຢູ່​ໂຮງ​ແຮມ​ມາ​ນາ, ຄັ້ງທີ 3 ລັກ​ເອົາ​ກະ​ເປົາ​ເຄື່ອງ​ຂອງ​ຄົນ ຫວຽດນາມ​ຢູ່​ບ້ານ​ໂພນ​ສີນວນ ໄດ້​ໂທລະ ສັບ 4 ໜ່ວຍ ​ແລະ ປັດ​ສະ​ປໍ 4 ຫົວ, ຄັ້ງທີ 4 ລັກ​ກະ​ເປົາ​ເຄື່ອງ​ຂອງ​ຄົນ​ຫວຽດນາມ​ຢູ່​ບ້ານ​ຝາຍ ​ໄດ້​ເງິນ 2 ລ້ານ​ກີບ ແລະ ປັດ​ສະ​ປໍ 4 ຫົວ, ຄັ້ງຫລ້າ​ສຸດ ​ໃນ​ວັນ​ທີ 13 ​ເມສາ 2014 ​ໄດ້​ລັກ​ເອົາ​ຄອມ​ພິວ​ເຕີ​ໂນ​ດບຸກຢູ່​ໂຮງ​ແຮມ​ດວງ​ປະ​ເສີດ ​ໄດ້​ຄອມ​ພິວ​ເຕີ 2 ໜ່ວຍ ​ແລະ ​ເງິນ 600 ຢວນ, ມາ​ຮອດ​ວັນ​ທີ 18 ​ເມສາ 2014 ຈຶ່ງ​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​​ໄດ້​ຢູ່​ບ້ານ​ນາ​ໄຊມາ​ດຳ​ເນີນ​ຄະດີຕາມ​ລະ ບຽບ​ກົດໝາຍ.

No comments:

Post a Comment