Ad

Ad

23 December 2014

ກາແດງສາກົນ ແລະ ກະຊວງປ້ອງກັນປະເທດຮ່ວມສຳມະນາກົດໝາຍມະນຸດສະທຳສາກົນ



         ຄະນະກໍາມະການກາແດງສາກົນ (ICRC) ແລະ ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມສໍາມະນາກ່ຽວກັບກົດ ໝາຍມະນຸດສະທໍາສາກົນ (IHL) ຄັ້ງ ທີສອງຂຶ້ນພາຍໃຕ້ຫົວຂໍ້ “ການພິຈາລະນາກ່ຽວກັບມາດຖານ ດ້ານມະນຸດສະທຳເວລາ ທີ່ມີຄຳສັ່ງ ໃນການການດຳເນີນງານ” ໂດຍການເປັນປະທານ ໂດຍຮອງຫົວໜ້າພະແນກພົວພັນສາກົນ, ກະຊວງປ້ອງກັນປະ ເທດ ແລະ ຫົວ ໜ້າຫ້ອງການໂຄງການຂອງ ICRC, ພ້ອມກັບບັນ ດານາຍທະຫານກອງທັບປະຊາຊົນລາວ ເຂົ້າຮ່ວມກອງ ປະຊຸມຢູ່ທີ່ທ່າລາດ, ແຂວງວຽງຈັນ ແຕ່ວັນທີ 18-19 ທັນວາ 2014.
         ກອງປະຊຸມດັ່ງກ່າວແມ່ນ ເພື່ອເພີ່ມຄວາມຮູ້ກ່ຽວກັບກົດ ໝາຍມະນຸດສະທໍາສາກົນ (IHL) ແລະ ເພື່ອເປັນການສົນ ທະນາກ່ຽວກັບບັນດາຫົວຂໍ້ທີ່ກ່ຽວ ຂ້ອງກັບລັກສະນະດ້ານມະນຸດສະທໍາເພື່ອການພິຈາລະນາຢູ່ໃນຂັ້ນຕອນຕັດ ສິນໃຈທາງ ການທະຫານ. ກອງປະຊຸມສໍາມະນາ  ແມ່ນຈະຊ່ວຍໃຫ້ນາຍທະຫານສາມາດກໍານົດ, ພັດທະນາ ແລະ ເພີ່ມຄວາມອາດສາ ມາດຫຼັກຂອງ ພະນັກງານຢູ່ໃນການວິ ເຄາະສະຖານະການຂອງການດໍາເນີນງານ. ໂດ
ຍສະເພາະບັນ ດາຫຼັກການພື້ນຖານ, ການດໍາ ເນີນງານຂອງ ນັກຮົບ ແລະ ໜ້າທີ່ີຮັບຜິດຊອບຂອງຜູ້ບັງຄັບບັນຊາ.
   ກົດໝາຍມະນຸດສະທໍາສາກົນ ແມ່ນວາງລະບຽບ ແລະ ຈໍາກັດ ຮູບແບບ ແລະ ຄວາມໝາຍຂອງ ການນໍາໃຊ້ອາວຸດໂດຍທັງ ສອງຝ່າຍສໍາລັບເຫດການຄວາມຂັດແຍ່ງຂອງກໍາລັງປະກອບອາວຸດ.ກົດໝາຍດັ່ງກ່າວແມ່ນເພື່ອໃຫ້ ເຂົ້າເຖິງຄວາມດຸ່ນດ່ຽງ ລະຫວ່າງການປະຕິບັດງານຂອງ ກອງທັບທີ່ຖືກຕ້ອງຕາມກົດ ໝາຍ ແລະ ຈຸດປະສົງດ້ານມະນຸດສະທໍາກ່ຽວກັບການຫຼຸດ ຜ່ອນຄວາມທົນທຸກທໍລະມານຂອງມະນຸດໂດຍສະເພາະແມ່ນຢູ່ໃນກຸ່ມ ພົນລະເຮືອນ.
           ທຸກໆ ປະເທດຢູ່ໃນໂລກ ແມ່ນໄດ້ມີການລົງນາມໃນ ສົນທິ ສັນຍາເຊີແນວ ປີ 1949 (Geneva Conventions (ປະເທດລາວໃນປີ 1956), ເຊິ່ງແມ່ນກົດໝາຍທີ່ປົກ ປ້ອງຜູ້ໄດ້ຮັບເຄາະຮ້າຍຈາກສົງຄາມ. ລັດທີ່ຜູກມັດແມ່ນຮັບປະກັນການ ເຄົາລົບບັນດາສົນທິສັນຍາ  ແລະ ຮັບປະກັນວ່າກົດ ໝາຍແມ່ນເປັນທີ່ຮັບຮູ້ຢ່າງ ກວ້າງ ຂວາງ ແລະ ເຂົ້າໃຈ. ອົງການ ICRC ສະໜັບສະໜຸນເພື່ອ ການພັດທະນາຂອງຂອບເຂດ ກົດໝາຍດັ່ງກ່າວ ແລະ ວຽກ ງານຕ່າງໆໃຫ້ມີຄວາມຮັບປະກັນວ່າໄດ້ມີການ ນໍາໃຊ້. ທາງອົງການແມ່ນນໍາສະເໜີຄວາມ ຊໍານານ ແລະ ປະສົບການຕົວຈິງ ກ່ຽວກັບເຫດການຄວາມຂັດ ແຍ່ງຕ່າງໆເພື່ອຊ່ວຍ ເຫຼືອບັນດາລັດຖະບານໃຫ້ບັນລຸໜ້າທີ່ີີຮັບຜິດຊອບຂອງເຂົາເຈົ້າ.

No comments:

Post a Comment