Ad

Ad

23 December 2014

ບໍລິສັດນະຄອນຫລວງອຸດສາຫະກຳເຫລັກ (VSI) ສະຫລອງການ ສ້າງຕັ້ງຄົບຮອບ 20 ປີ



     ວັນທີ 19 ທັນວາຜ່ານມານີ້, ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວ ຽງຈັນ ໄດ້ຈັດ ງານສະເຫລີມສະຫລອງ 20 ປີ ແຫ່ງການສ້າງຕັ້ງບໍລິສັດ ນະ ຄອນ ຫລວງອຸດສາຫະກຳເຫລັກ ຈຳກັດ (VSI), ໂດຍເປັນກຽດ ເຂົ້າຮ່ວມຂອງທ່ານ ສົມສະ ຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານ ເສດຖະ ກິດການຜະລິດ ແລະ ຈໍລະຈອນທັງເປັນປະທານຄະນະກຳມາທິການຮ່ວມ ມືລາວ-ຈີນ, ມີທ່ານລັດຖະມົນຕີ, ເອກອັກຄະ ລັດຖະທູດຈີນ ປະຈຳລາວ, ບັນ ດາບໍລິສັດຫ້າງຮ້ານທີ່ກ່ຽວຂ້ອງ ແລະ ພະນັກງານພາຍໃນບໍລິ ສັດດັ່ງກ່າວເຂົ້າຮ່ວມເປັນຈຳ ນວນຫລາຍ.
     ບໍລິສັດ ນະຄອນຫລວງ ອຸດສາຫະກຳເຫລັກ ຈຳກັດ ໄດ້ ຮັບອະນຸຍາດສ້າງຕັ້ງໃນວັນທີ 1 ກັນຍາ 1994 ດ້ວຍຊື່ບໍລິສັດ ວຽງ ຈັນ ອຸດສາຫະກຳເຫລັກ ຈຳກັດ ແລະ ເລີ່ມທຳການຜະລິດໃນ ທ້າຍປີ 1996 ເຊິ່ງເປັນໂຮງງານ ຜະລິດເຫລັກເສັ້ນ
ແຫ່ງທຳອິດຢູ່ ສປປ ລາວ ແລະ ມີຜະລິດຕະພັນ 2 ຊະນິດຄື: ເຫລັກເສັ້ນກົມກ້ຽງ ແລະ ເຫລັກເສັ້ນຂໍ້ອ້ອຍ ພາຍ ໃຕ້ເຄື່ອງ ໝາຍ VSI ດ້ວຍ ກຳລັງການຜະລິດ 30 ພັນໂຕນຕໍ່ປີ ແລະ ເພີ່ມເປັນ 60 ພັນໂຕນຕໍ່ປີ ໃນປີ 2002 ແຕ່ດ້ວຍວິກິດ ການດ້ານເສດຖະກິດ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ສ້າງສາປະເທດຊາດ ໃນໄລຍະໃໝ່ລວມ ເຖິງນະໂຍ ບາຍສົ່ງເສີມການລົງທຶນ ຈາກພາຍໃນ ແລະ ການລົງທຶນຂອງ ຕ່າງປະເທດຢູ່ລາວທີ່ລັດຖະບານວາງອອກມາ ຮອດປີ 2010 ບໍລິສັດ ວຽງຈັນ ອຸດສະຫະກຳ ເຫລັກ ຈຳກັດ ຈຶ່ງໄດ້ຮ່ວມທຶນ ກັບບໍລິສັດ ຊຽງໄຮ້ ຊີໂນບາລານ ຈາກ ສປ ຈີນ ແລະ ປ່ຽນຊື່ມາ ເປັນ ບໍລິສັດ ນະຄອນຫລວງ ອຸດສາຫະກຳເຫລັກ ຈຳກັດ ໂດຍ ໄດ້ເພີ່ມການລົງທຶນຕື່ມອີກ 20 ລ້ານໂດລາສະຫະລັດ ຫລື ປະ ມານ 160 ຕື້ກວ່າກີບ ເພື່ອປັບ ປຸງຂະບວນການຜະລິດ ແລະ ປ່ຽນຖ່າຍເຄື່ອງຈັກໃໝ່ທີ່ ທັນສະໄໝເຮັດໃຫ້ກຳລັງການຜະລິດ ເພີ່ມຂຶ້ນເປັນ 2 ແສນໂຕນຕໍ່ປີ ປັດ ຈຸບັນ VSI ໄດ້ຮັບການຢັ້ງຢືນ ກາໝາຍມາດຕະ ຖານແຫ່ງຊາດ ແລະ ມາດຕະຖານສາກົນ ISO 9001​-2008.
     ໃນໂອກາດນີ້ ທ່ານ ສົມສະ ຫວາດ ເລັ່ງສະຫວັດ ກໍໄດ້ຕີລາ ຄາສູງຕໍ່ການເຄື່ອນໄຫວຂອງບໍລິສັດດັ່ງກ່າວທີ່ໄດ້ຜະລິດ ເຫລັກເ ສັ້ນຫລາຍປະເພດ ແລະ ໄດ້ຮັບ ການຢັ້ງຢືນມາດຕະຖານຄຸນນະພາບ ດັ່ງທີ່ກ່າວມາ ແລະ ໄດ້ນຳ ໃຊ້ເຂົ້າໃນ ບັນດາໂຄງການ ໃຫຍ່ໆຢູ່ລາວພ້ອມທັງສະເໜີໃຫ້ບໍລິສັດ VSI ສືບຕໍ່ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ເຫລັກ ໃນການສ້າງສາພັດທະ ນາພື້ນຖານໂຄງລ່າງໃນປະເທດ ລາວ ດັ່ງທີ່ຮູ້ກັນແລ້ວວ່າປັດຈຸ ບັນລັດຖະບານພວມສຸມໃສ່ການພັດ ທະນາພື້ນຖານໂຄງລ່າງກໍຄື ການພັດທະນາເສດຖະກິດ-ສັງ ຄົມ ເພື່ອນຳພາປະເທດຊາດ ຫລຸດພົ້ນອອກຈາກສະຖານະປະ ເທດດ້ອຍພັດທະນາ ແລະ ນຳ ພາປະເທດຊາດກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້. ດັ່ງນັ້ນ ໃນ ການສ້າງສາພັດທະນາເຫລົ່ານັ້ນ ສິ່ງຈຳເປັນທີ່ສຸດກໍແມ່ນເຫລັກ ແລະ ຊີມັງ ສະນັ້ນ ຫວັງວ່າບໍລິ ສັດຈະສືບຕໍ່ຜະລິດເຫລັກເສັ້ນ ໃຫ້ມີຄຸນນະພາບມາດຕະ ຖານ ສູງຂຶ້ນເລື້ອຍໆ ແລະ ໃນເງື່ອນ ໄຂການ ເຊື່ອມໂຍງອາຊຽນ ກໍຄື ເງື່ອນໄຂດ້ານການຄ້າເສລີ ລະ ຫວ່າງອາຊຽນກັບປະ ເທດຄູ່ເຈ ລະຈາກໍໃຫ້ຕິດຕາມຢ່າງໃກ້ຊິດ ເພື່ອບໍ່ໃຫ້ ເກີດບັນຫາກັບບໍລິສັດ ສຸມໃສ່ຜະລິດໃຫ້ໄດ້ຮັບໝາກຜົນຂຶ້ນເປັນ ກ້າວໆປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສ້າງ ວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຂົ້າງົບ ປະມານຂອງລັດຢ່າງຕັ້ງໜ້າ.

No comments:

Post a Comment