Ad

Ad

22 December 2014

ອຸດົມໄຊເກມ ປິດສາກຢ່າງຍິ່ງໃຫຍ່ 3 ປີຕໍ່ໜ້າພົບກັນຢູ່ຊຽງຂວາງ



  ພາຍຫລັງດຳເນິນການແຂ່ງຂັນດ້ວຍນ້ຳໃຈໄມຕີ, ສາມັກຄີມິດຕະພາບ ແລະ ນ້ຳໃຈນັກກິລາແຕ່ວັນທີ 13 ເປັນຕົ້ນມາ, ມະ ຫະກຳ ກິລາແຫ່ງຊາດຄັ້ງທີ X ຫລື ອຸດົມໄຊເກມກໍໄດ້ອັດລົງ ດ້ວຍຄວາມຍິ່ງໃຫຍ່ຕະການຕາ ໃນວັນທີ 21 ເດືອນ ທັນວາປີ 2014 ຢູ່ສະ ໜາມກິລາໃຫຍ່ ແຂວງອຸດົມໄຊ ແລະ ໃນໂອກາດອັນມີ ຄວາມໝາຍສຳຄັນດັ່ງກ່າວ, ທ່ານ ດຣ.ພັນຄຳ ວິພາວັນ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາກໍໄດ້ກ່າວອັດມະຫະ ກຳກິລາແຫ່ງຊາດຄັ້ງທີ X ຢ່າງເປນທາງການ ໂດຍໄດ້ຍ້ອງຍໍສັນລະເສີນຜົນງານຂອງຄະນະຮັບຜິດຊອບຈັດມະຫະກຳ ກິລາແຫ່ງຊາດຄັ້ງນີ້ກໍຄືຄະນະພັກ, ອົງການປົກຄອງ ແຂວງ ແລະ ປະຊາຊົນບັນດາເຜົ່າແຂວງອຸດົມໄຊລວມທັງຄະນະນຳກິລາ, ຄູເຝິກ, ກຳມະການ ແຕ່ລະຝ່າຍ ແລະ ນັກກິລາທຸກຄົນທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າອັນເຮັດໃຫ້ມະຫະກຳກິລາຄັ້ງນີ້ປະ ສົບຜົນສຳເລັດຕາມຈຸດປະສົງຄາດໝາຍ ແລະ ຈົບງາມ.

    ໃນພິ​ທີອັດມະຫະກຳກິລາແຫ່ງຊາດ, ທ່ານ ຄຳຫລ້າ ລິ້ງນະສອນ ເຈົ້າແຂວງອຸດົມໄຊ, ປະທານຈັດມະຫະກຳກິລາແຫ່ງ ຊາດ ຄັ້ງທີ X ໄດ້​ລາຍ​ງານ​ວ່າ: ຕະຫລອດ​ໄລຍະການ​ແຂ່ງຂັນ​ທີ່​ເລີ່​ມ​ແຕ່​ວັນ​ທີ 4 ​ເດືອນ​ທັນວາ​ເປັນຕົ້ນມາ, ຄະນະ​ກຳມະ ການ​ຈັດຕັ້ງ ການ​ແຂ່ງຂັນກິລາ​ 25 ປະ​ເພດໄດ້ປະຕິບັດ​ຕາມລະບຽບກະ ຕິ​ກາ​ການ​ແຂ່ງຂັນ​ຢ່າງ​ຊື່ສັດ​ເປັນ​ທຳ​ທຸກປະການ, ຂະນະ​ທີ່​ນັກ​ກິລາ​ກວ່າ 3.000 ຄົນ ກໍ​​ໄດ້ ປະຕິບັດຕາຕະລາງ​ການ​ແຂ່ງ ຂັນ,​ ເຄົາ​ລົບກົດ​ລະບຽບກະຕິ​ກາ ​ແລະ ທີ່​ສຳຄັນ​ກໍ​ຄື​ການ​ແຂ່ງຂັນ​ຂອງ​ນັກ​ກິລາ​ລ້ວນ​ແຕ່​ຮັບປະ​ກັບ​ຄວາມ​ມີ​ໄມຕີ​ຈິດ​ມິດຕະພາບ, ຮູ້​ເສຍ​ຮູ້​ຊະນະ ​ແລະ ຮູ້​ໃຫ້​ອະ​ໄພ​ເຊິ່ງກັນ ແລະ ກັນບົນ​ພື້ນຖານ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເຂົ້າອົກ​ເຂົ້າ​ໃຈກັນ ແລະຖື​ເອົາ​ການ​ແຂ່ງຂັນ​ເປັນ​ການ​ແລກ ປ່ຽນ​ບົດຮຽນ​ປະສົບ​ການ​ການ​ກິລາ​ກໍ​ຄື​ວັດທະ ນະທຳ ​ແລະ ຮີດ ຄອງ​ປະ​ເພນີຂອງ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ. ຈາກ​ນີ້ຈຶ່ງ​ເຮັດ​ໃຫ້ ການ​ແຂ່ງຂັນ​ປະສົບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ​ໂດຍ ການ​ຍາດຊີງ 328 ຫລຽນ​ຄຳ, 328 ຫລຽນ​ເງິນ ແລະ 492 ຫລຽນ​ທອງເຊິ່ງທັບ​ນັກ​ກິລາ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເປັນອັນ​ດັບ​ທີ​ໜຶ່ງ​ໄດ້ 61 ຫລຽນ​ຄຳ, ອັນ​ດັບ​ສອງນະ ຄອນຫລວງ​ວຽງ​ຈັນໄດ້ 55 ຫລຽນ​ຄຳ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​​ເປັນອັນ​ດັບ​ສາມ ໄດ້ 43 ຫລຽນ​ຄຳ,ຂ ະນະ​ທີ່​ແຂວງ​ອຸດົມ​ໄຊ ​ເຈົ້າພາບເປັນ ອັນ​ດັບ​ສີ່ ໄດ້ 33 ຫລຽນ​ຄຳ.
        ທ່ານ ​ສຈ ສົມ​ກົດ ມັງ​ໜໍ່​ເມກ ​ເຈົ້າ​ແຂວງໆ​ຊຽງ​ຂວາງ ກ່າວ​ໃນ​ພິທີ​ຮັບ​ທຸງ​ການ​ເປັນ​ເຈົ້າ ພາບ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງທີ XI ປີ 2017 ວ່າ:ຕາງໜ້າ​ຄະນະ​ພັກ, ອົງການ​ປົກຄອງ​ແຂວງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ​ຊຽງ​ຂວາງ ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ມະຫະກຳ​ກິລາ​ແຫ່ງຊາດຄັ້ງທີ XI ປີ 2017 ຊຽງ​ຂວາງ​ເກ​ມ ​ເຊິ່ງການ​ນຳ​ພັກ- ລັດ, ຄູ​ເຝິກ. ນັກ​ກິລາ​ທຸກ ທ່ານນອກຈາກ​ເຂົ້່າຮ່ວມ​ແຂ່ງ ຂັນ​ແລ້ວ​ຍັງ​ຈະ​ໄດ້​ທ່ຽວ​ຊົມ​ພູ​ກູດ​ມີ​ໄຊ ​ໄຫ​ຫີນ​ລື​ນາມ ສາວ​ງາມ​ເມືອງ​ພວນ ອາບນ້ຳຮ້ອນ ແລະ ​​ເບິ່ງ​ການ​ຟ້ອນ​ໄທ​ພວນ ແລະ ປະ ຊາຊົນ​ບັນດາ​ເຜົ່າ​ແຂວງ​ຊຽງ​ຂວາງ​ວິລະ​ຊົນພ້ອມ​ຕ້ອນຮັບ​ບັນດາ​ທ່ານ​ດ້ວຍຄວາມຈິງ​ໃຈ ອົບ​ອຸ່ນ ແລະ ສະໜິດສະໜົມ. 
   ແນວ​ໃດ​ກໍ​ດີ,ເ ຈົ້າພາບມະ ຫະກຳກິລາ​ແຫ່ງ​ຊາດ​ຄັ້ງທີ X ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່ ມ​ວນຊົນ​ທີ່​ເຂົ້າຮ່ວມ​ໂດຍ​ການ ສະ​ແດງໝາກ​ຂ່າງຫັນ​ສາ-ໜ້າ​ເກັກຊີງໄຊ, ລາຍການອຳ​ລາ​ອາ​ໄລ ແລະ ອຸດົມ​ໄຊ​ແສນ​ງາມ ອັນ​ເຮັດ​ໃຫ້​ມວນ​ຊົນ​ເປັນ​ໝື່ນໆ​ຄົນ​ນ້ຳຕາ​ຊຶມ​ເບົ້າ​ໄປ​ຕາມໆ​ກັນ, ຂະ ນະທີ່​ແຂວ​ງຊຽງ​ຂວາງ​ເຈົ້າພາບ​ມະຫະກຳ​ກິລາ​ຄັ້ງທີ XI ໄດ້ສະ​ແດງການ​ຟ້ອນ​ລຳ​ຊຽງ​ຂວາງ​ປະສານ​ກອງ​ຄູ່, ຟ້ອນ​ພູມ​ພຳ ຊຽງ​ຂວາງ ​ແລະ ສາວ​ຊຽງ​ຂວາງ​ທັງ​ງາມ​ທັງ​ເກັ່ງ.

No comments:

Post a Comment