Ad

Ad

22 December 2014

ຜູ້ນຳ 6 ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຈີ​ເອັມ​ເອັສ ທີ່​ບາງກອກ



     ບັນດາ​ຫົວໜ້າຄະນະ​ລັດຖະ ບານ​ຈາກ 6 ປະ​ເທດ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ປະກອບ​ມີ ທ່ານ ລີ​ເຄີ​ຊຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ທອງສິງ ທຳມະ ວົງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຫງວຽນ ເຕີນຢຸງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດ ນາມ,​ ສົມເດັດ ອັກຄະມະ ຫາເສນາບໍດີ ເຕໂຈ ຮຸນແຊນ ນາ ຍົກລັດ ຖະມົນຕີແຫ່ງຣາຊະອາ ນາຈັກກຳປູເຈຍ, ສົມເດັດ ເທັນ ເຊັນ ປະທານາທິບໍດີແຫ່ງ ສາທາ ລະນະລັດ ສະຫະພາບມຽນມາ ແລະ ພົນເອກ ປຣາຢຸດ ຈັນໂອ ຊາ ນາຍົກ ລັດຖະມົນຕີແຫ່ງຣາ ຊະອາ ນາຈັກໄທ, ມີປະທານທະ ນາຄານພັດທະນາອາຊີ, ບັນດາ ລັດຖະມົນຕີ GMS, ຄູ່ຮ່ວມພັດ ທະນາ, ຜູ້ຕາງໜ້າຈາກພາກທຸ ລະ ກິດ, ນັກລົງທຶນ ແລະ ຜູ້ຕາງ ໜ້າຈາກຊາວໜຸ່ມອະນຸພາກພື້ນ ແມ່ນ້ຳຂອງເຂົ້າຮ່ວມ ກອງປ ຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 5 ເຊິ່ງຈັດຂຶ້ນໃນຕອນ ເຊົ້າວັນທີ 20 ທັນວາ 2014 ທີ່ ບາງກອກຣາ
ຊະອານາຈັກໄທ. ພາຍໃຕ້ຫົວຂໍ້ “ ຄວາມມຸ້ງໝັ້ນ ໃນ ການພັດທະນາແບບຍືນຍົງ ແລະ ມີສ່ວນຮ່ວມຂອງທຸກພາກ ສ່ວນ ໃນອະນຸແມ່ນ້ຳຂອງ” ທີ່ສະ ທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງ ເປົ້າໝາຍອັນສູງສົ່ງຂອງປະເທດອະນຸພາກພື້ນແມ່ນ້ຳຂອງຕະ ຫລອດໄລຍະ 22 ປີ ແຫ່ງວິວັດ ທະນາການຮ່ວມມືໃນກອບ GMS ປະເທດສະມາຊິກອະນຸ ພາກພື້ນແມ່ນ້ຳຂອງໄດ້ຮັບຜົນ ປະໂຫຍດຢ່າງຫລວງຫລາຍໃນການຈັດຕັ້ງປະຕິບັດແຜນງານ ຮ່ວມມືດັ່ງ ກ່າວ, ທັງເປັນການປະກອບສ່ວນສຳຄັນໃຫ້ ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຊ່ວຍໃຫ້ ສປປ ລາວ ໄດ້ປະ ກອບສ່ວນຢ່າງຕັ້ງ ໜ້າໃນການເຊື່ອມໂຍງ ກັບອະນຸພາກພື້ນແມ່ນ້ຳຂອງໂດຍສະເພາະແມ່ນການອຳນວຍຄວາມສະດວກທາງດ້ານ ການຄ້າ.
           ກອງປະຊຸມໃນຄັ້ງນີ້ ເປັນການຢືນຢັນອີກເທື່ອໜຶ່ງເຖິງເຈດຕະນາລົມອັນແຮງກ້າທີ່ຈະຮ່ວມມືກັນສ້າງອະນຸພາກພື້ນ ແມ່ນ້ຳ ຂອງໃຫ້ກາຍເປັນອະນຸພາກພື້ນທີ່ມີຄວາມເຂັ້ມແຂງທາງດ້ານ ເສດຖະກິດ, ມີຄວາມປອງດອງທາງດ້ານສັງຄົມ ແລະ ມີຄວາມ ຈະເລີນຮຸ່ງເຮືອງບົນພື້ນຖານການເຄົາລົບອະທິປະໄຕເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອ ຮັບປະກັນການເຊື່ອມໂຍງໃນອະນຸພາກພື້ນແມ່ນ້ຳຂອງໃຫ້ມີປະສິດທິຜົນ, ຍືນຍົງ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ບັນດາປະ ເທດສະມາຊິກກໍຄືການຮັບປະກັນໃຫ້ແກ່ການພັດທະນາແບບ ຍືນຍົງທີ່ທຸກຄົນໃນສັງຄົມມີສ່ວນຮ່ວມນັ້ນ, ມັນມີ ຄວາມຈຳເປັນ ທີ່ຈະຕ້ອງໄດ້ເພີ່ມທະວີການ ຮ່ວມມືໃນກອບຈີເອັມເອສ, ສະ ນັ້ນ ການຈັດຕັ້ງປະຕິບັດຍຸດທະ ສາດອະນຸພາກ ພື້ນແມ່ນ້ຳຂອງປີ 2013 ຫາປີ 2022 ໃຫ້ມີປະສິດທິຜົນ, ຈຶ່ງເປັນສິ່ງສຳຄັນຍິ່ງທີ່ ຈະຕ້ອງໄດ້ສຸມໃສ່ບາງຂົງເຂດ ຄື: ເລັ່ງລັດ ການຫັນແລວຂົນສົ່ງ ໃຫ້ການເປັນແລວທາງເສດຖະກິດທີ່ສາມາດຊຸກຍູ້ໃຫ້ພາກທຸລະກິດ ແລະ ປະຊາຊົນທີ່ດຳລົງຊີ ວິດຢູ່ຕາມແລວທາງດັ່ງກ່າວເຂົ້າ ຮ່ວມ ແລະ ມີສ່ວນຮ່ວມໃນການພັດທະນາ ແລະ ໄດ້ຮັບຜົນປະ ໂຫຍດຕົວຈິງ; ສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ ພາກສ່ວນທຸລະກິດໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດຂອບ ການລົງທຶນດັ່ງກ່າວ ໂດຍສະເພາະແມ່ນການຊ່ວຍ ເຫລືອ ພັດທະນາຂີດຄວາມສາ ມາດໃຫ້ແກ່ບັນດາວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດ ກາງຂອງບັນດາປະເທດດ້ອຍ ພັດທະນາ, ໃນການດຳເນີນກິດ ຈະການທຸລະກິດກໍຄືການເຂົ້າ ເຖິງແຫລ່ງທຶນ, ໃນເບື້ອງຕົ້ນ ແມ່ນການເລັ່ງລັດລຶບລ້າງສິ່ງ ກີດຂວາງຕ່າງໆ ທີ່ກົດໜ່ວງການເຊື່ອມໂຍງຂ້າມຊາຍແດນຂອງ ຄົນ, ພາຫະນະ, ສິນຄ້າ ແລະ ການຈະລາຈອນໄດ້ຢ່າງສະດວກສະບາຍ, ເພີ່ມ ທະວີການ ສ້າງຄວາມສາມາດດ້ານສີໄມ້ ລາຍມືຂອງແຮງງານເພື່ອສະໜອງໃຫ້ແກ່ການພັດທະນາເຂດເສດຖະກິດພິເສດ ແລະ ບັນດາ ຕົວເມືອງຢູ່ຕາມແລວທາງເສດ ຖະກິດໂດຍສະເພາະຢູ່ບັນດາປະເທດດ້ອຍພັດທະນາ. ຫລຸດຜ່ອນຄວາມແຕກໂຕນກັນ ລະຫວ່າງບັນດາປະເທດຈີເອັມເອສ, ໃນດ້ານຄຸນນະພາບຂອງໂຄງລ່າງພື້ນຖານ, ລວມທັງການຫລຸດ ຜ່ອນຜົນກະທົບດ້ານສິ່ງແວດ ລ້ອມ, ສົ່ງເສີມການຜະລິດສິນ ຄ້າທີ່ເປັນມິດກັບສິ່ງແວດລ້ອມ ເພື່ອຮັບປະກັນສຸຂະພາບທີ່ດີຂອງປະຊາຊົນທັງເປັນການສ້າງໂອ ກາດໃຫ້ສິນຄ້າບັນດາປະ ເທດສະມາຊິກສາມາດແຂ່ງຂັນໃນ ຕະຫລາດອາຊຽນ ແລະ ຕະຫລາດໂລກໄດ້.
      ກ່ອນເປີດກອງປະຊຸມສຸດ ຍອດອະນຸພາກພື້ນແມ່ນ້ຳຂອງທ່ານນາຍົກລັດຖະມົນຕີ ທອງ ສິງ ທຳມະວົງ ພ້ອມຄະນະກໍ ໄດ້ພົບປະສອງຝ່າຍກັບທ່ານພົນ ເອກ ປຣາຢຸດ ຈັນໂອຊານາຍົກ ລັດຖະມົນຕີ ແຫ່ງຣາຊະອານາ ຈັກໄທເພື່ອປຶກສາຫາລືກ່ຽວ ກັບໂຄງການຮ່ວມມືທີ່ລັດຖະບານ ສອງປະເທດໄດ້ລົງນາມຮ່ວມ ກັນໃນໂອກາດທີ່ທ່ານນາຍົກລັດຖະມົນຕີໄທຢ້ຽມຢາມລາວ ເດືອນພະຈິກຜ່ານມາ, ພ້ອມນີ້ ກໍປຶກສາຫາລືກ່ຽວກັບການພັດ ທະນາໃນອະນຸພາກພື້ນແມ່ນ້ຳ ຂອງນຳອີກ.
     ສ່ວນກອງປະຊຸມສຸດຍອດອະ ນຸພາກພື້ນແມ່ນ້ຳຂອງຄັ້ງທີ 6 ແມ່ນຈະໄດ້ຈັດຂຶ້ນຢູ່ ສສ ຫວຽດ ນາມໃນ ປີ 2017 ທີ່ຈະມາ ເຖິງ.

No comments:

Post a Comment