Ad

Ad

22 December 2014

ສະມາຊິກສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການ ຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ



     ໃນວັນທີ 19 ທັນວານີ້, ເປັນມື້ທີ 9 ໃນວາລະດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VII, ໂດຍການເປັນປະທານ ຂອງທ່ານ ດຣ. ໄຊສົມພອນ ພົມ ວິຫານ ຮອງປະທານສະພາ ແຫ່ງຊາດ, ທ່ານ ສຈ. ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນ ຕີວ່າການກະຊວງສາທາລະນະສຸກໄດ້ຂຶ້ນສະ ເໜີຮ່າງກົດໝາຍວ່າດ້ວຍການ ຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າສະບັບນີ້ວ່າ: ການນຳໃຊ້ເຄື່ອງດື່ມທີ່ມີທາດເຫລົ້າແມ່ນມີຜົນກະທົບອັນໃຫຍ່ຫລວງຕໍ່ກັບ ຮ່າງກາຍ, ຈິດໃຈ ແລະ ສັງຄົມ. ຜູ້ຊ່ຽວຊານດ້ານ ສາທາລະນະສຸກສ່ວນໃຫຍ່ໃຫ້ ຄຳເຫັນວ່າເຄື່ອງດື່ມທີ່ມີທາດ ເຫລົ້າແມ່ນມີຜົນກະທົບຕໍ່ກັບການປະຕິບັດງານຂອງ ທຸກອະໄວຍະວະໃນຮ່າງກາຍ, ຊຶ່ງມີ ການເຊື່ອມໂຍງກັບຫລາຍກວ່າ 60 ພະຍາດ ແລະ ​ເປັນສາເຫດ​ໃນ​ການ​ຕິດ​ເຊື້ອ​ພະຍາດຫລາຍ ກວ່າ 200 ຊະນິດ ແລະ ບັນຫາອຸປະ ຕິເຫດ. ໃນປີ 2003 ອົງການອະ ນາໄມໂລກຄາດຄະເນວ່າມີຫຼາຍກວ່າ 2 ພັນລ້ານຄົນບໍລິ ໂພກເຄື່ອງດື່ມທີ່ມີທາດເຫລົ້າ ແລະ 76 ລ້ານຄົນ ຖືກບົ່ງມະຕິວ່າ ການເຈັບເປັນມີສ່ວນພົວພັນມາ ຈາກເຫລົ້າ, ອັດຕາການຕາຍ ທີ່ມີຜົນມາຈາກເຫລົ້າໂດຍກົງ ມີເຖິງ 1,8 ລ້ານຄົນຕໍ່ປີ, ຊຶ່ງກວມ ເອົາ 3,2% ຂອງອັດຕາ
ການຕາຍທັງໝົດ. ສະເພາະຢູ່ ສປປ ລາວ ໃນແຕ່ປີເຄື່ອງດື່ມທີ່ມີທາດເຫລົ້າແມ່ນເປັນພາລະທາງດ້ານເສດ ຖະກິດທີ່ໜັກ ໜ່ວງກວມເອົາ 2% ຂອງຜະລິດຕະພັນພາຍ ໃນເທົ່າ ກັບ 1.500 ຕື້ກີບ, ມີ 2.120 ຄົນ ຕໍ່ປີ, ໃນນີ້ເປັນພະຍາດຕັບແຂງ ທີ່ມີສາເຫດມາຈາກເຄື່ອງດື່ມທີ່ ມີທາດເຫລົ້າ 300.000 ຄົນ ເກີດມີພະຍາດ 186.000 ຄົນຕິດເຫລົ້າ ແລະ ອີກ 50% ຂອງອຸປະຕິເຫດເທິງທ້ອງຖະໜົນແມ່ນມີສາເຫດມາ ຈາກການດື່ມເຄື່ອງດື່ມທີ່ມີທາດເຫລົ້າແລ້ວຂັບຂີ່ລົດ ແລະ 2.360 ກໍລະນີເສຍຊີວິດຈາກອຸບັດຕໍ່ເຫດທີ່ກ່ຽວພັນກັບການດື່ມ ເຄື່ອງດື່ມທີ່ມີທາດເຫລົ້າຢູ່ ສປປ ລາວ ແມ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນອກນັ້ນຍັງເປັນກະກຽມຄວາມພ້ອມໃນການເຂົ້າເປັນ ປະຊາ ຄົມເສດຖະກິດອາຊຽນໃນປີ 2015 ຈຶ່ງເຮັດໃຫ້ການສ້າງກົດ ໝາຍະບັບນີ້ມີຄວາມເປັນຈຳ ເປັນເພື່ອໃຫ້ສອດຄ່ອງກັບຕົວຈິງຂອງ ການພັດທະນາເສດຖະກິດ-ສັງຄົມ ແລະ ໃຫ້ມີລັກສະ ນະສາກົນສາມາດເຊື່ອມໂຍງກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ດັ່ງນັ້ນກະຊວງສາທາລະນະສຸກ ຈຶ່ງສະເໜີໃຫ້ມີ ກົດໝາຍນີ້.
   ຄຽງຄູ່ກັນນີ້ ທາງກະຊວງສາທາລະນະສຸກຍັງໄດ້ຄາດຄະເນຜົນໄດ້ຮັບເມື່ອກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີ ທາດ ເຫລົ້າໄດ້ຖືກປະກາດໃຊ້ຄື: ສາມາດປັບປຸງ ແລະ ແກ້ໄຂ ວຽກງານການຄຸ້ມຄອງ, ຕິດຕາມ, ກວດກາ, ຄວບຄຸມການ ຜະລິດ ນຳເຂົ້າ, ຈຳໜ່າຍ, ໂຄສະ ນາເຄື່ອງດື່ມທີ່ມີທາດເຫລົ້າຢ່າງເປັນລະບົບ; ຊ່ວຍໃນການຫລຸດຜ່ອນການດື່ມທີ່ມີທາດ ເຫລົ້າທີ່ ເປັນສາເຫດ ແລະ ຄວາມສ່ຽງ ຂອງການເປັນພະຍາດທີ່ມີສາ ເຫດໂດຍທາງກົງ ແລະ ທາງ ອ້ອມຈາກການດື່ມ ເຫລົ້າ; ຊ່ວຍຫລຸດຜ່ອນບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ຄອບຄົວທີ່ນຳໄປສູ່ຄວາມບໍ່ເປັນລະ ບຽບຮຽບຮ້ອຍ ຂອງສັງຄົມເປັນຕົ້ນການເກີດອຸປະຕິເຫດ, ເກີດອາຊະຍາກຳ ແລະ ອື່ນໆ ຊຶ່ງຖ່ວງດຶງການພັດທະນາຊັບພະ ຍາກອນມະນຸດ, ທຳລາຍຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ການ ພັດທະນາເສດ ຖະກິດສັງຄົມຂອງ ຊາດພ້ອມນັ້ນຍັງສາມາດປູກຈິດສຳນຶກທົ່ວສັງຄົມ ໂດຍສະເພາະເດັກນ້ອຍ, ເຍົາວະຊົນ ແລະ ຊາວໜຸ່ມໃຫ້ ເຫັນໄດ້ຜົນຮ້າຍຂອງ ເຄື່ອງດື່ມດັ່ງກ່າວ. ນອກຈາກນີ້ ຍັງເຮັດ ໃຫ້ລັດຖະບານສາມາດເກັບພາ ສີ, ອາ ກອນຈາກທຸກຫົວໜ່ວຍທຸລະກິດທີ່ດຳເນີນທຸລະ ກິດກ່ຽວກັບເຄື່ອງດື່ມທີ່ມີທາດເຫລົ້າເພື່ອປະກອບສ່ວນເຂົ້າ ໃນກອງທຶນ ທີ່ກ່ຽວຂ້ອງກັບການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ ແລະ ສົ່ງເສີມສຸຂະພາບ.
     ຫລັງຈາກທ່ານລັດຖະມົນຕີຂຶ້ນສະເໜີຮ່າງກົດໝາຍດັ່ງ ກ່າວແລ້ວ, ສະມາຊິກສະພາ ແຫ່ງຊາດກໍໄດ້ພັດປ່ຽນກັນຂຶ້ນມີຄຳ ເຫັນຕໍ່ກົດໝາຍສະບັບດັ່ງກ່າວໃຫ້ມີຄວາມໝາຍໜັກແໜ້ນຂຶ້ນກວ່າເກົ່າ ແລະ ໃນຕອນ ທ້າຍມີການລົງຄະແນນສຽງ ເພື່ອຮັບ ຮອງເອົາກົດໝາຍສະ ບັບດັ່ງກ່າວຢ່າງ​ເປັນ​ເອກະ​ພາບ.

No comments:

Post a Comment