Ad

Ad

22 December 2014

ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງ​ທຶນຂອງ​ຍີ່ປຸ່ນ​ໃນ​ລາວ



            ກອງ​ປະຊຸມ​ປຶກສາ​ຫາລື ​ລະຫວ່າງ​ພາກລັດ ແລະ ເອກ ກະຊົນລາວ- ຍີ່ປຸ່ນປະຈຳປີ ຄັ້ງທີ 8, ການຮ່ວມມືຂອງສູນ ຍີ່ປຸ່ນ- ອາຊຽນ, JETROF JBIC ບາງ ກອກ ແລະ ອົງການໄຈກ້າປະ ຈຳລາວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ທັນວານີ້, ຢູ່ນະ ຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ລັດຖະມົນ ຕີວ່າ ການກະຊວງແຜນການ ແລະ ການລົງທຶນ, ທ່ານ ຮິໂຣຢູ ກິ ຄິຊິໂນະ ເອກອັກ ຄະລາຊະທູດ ຍີ່ປຸ່ນປະຈຳລາວ.
              ທ່ານ ລັດຖະມົນຕີ ມີ​ຄຳ​ເຫັນ​ໃນ​ກອງ​ປະຊຸມວ່າ: ກອງປະ ຊຸມຄັ້ງນີ້ເປັນກອງປະຊຸມປະຈຳ ປີ, ທີ່ສຳຄັນຫຼາຍສ ຳລັບການ ພົວພັນ, ການປະສານງານ ແລະ ໃນການຮ່ວມມືລະຫວ່າງ​ລາວ- ຍີ່ປຸ່ນແນ​ໃສ່ສົ່ງ​ເສີມການລົງ ທຶນຂອງຍີ່ປຸ່ນ​ເຂົ້າ​ມາລາວ,  ໃຫ້ ຫຼາຍຂຶ້ນພ້ອມ​ເປັນການທົບທວນ ຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດ​ແຜນການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຜ່ານ​ມາ ແລະ ປຶກສາຫາລືກັນໃນການ ແກ້ໄຂ 3 ບັນ ຫາໃຫຍ່ຄື: ຄວາມ ອາດສາມາດດ້ານ​ລະບຽບກົດ ໝາຍ ​
ແລະ ນະໂຍບາຍຕ່າງໆ, ວຽກງານຊ່ວຍສາອາກອນ,  ວຽກງານແຮງງານ ແລະ ຂໍ້ຄົງ ຄ້າງຕ່າງໆໃນການດຳເນີນທຸລະກິດຢູ່ ສປປ ລາວ, ໃຫ້ມີຄວາມ ສະດວກວ່ອງໄວຍິ່ງຂຶ້ນຄື: ໃນ ສົກປີ 2013-2014 ຜ່ານມາ,  ສະ ພາບເສດຖະກິດພາກພື້ນ ແລະ ສາກົນຍັງຄົງພົບ ກັບຄວາມ ຫຍຸ້ງຍາກຫຼາຍປະການ, ແຕ່ ເສດຖະກິດຂອງລາວເຮົາກໍຍັງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບສູງ ແລະ ກໍມີ ສະຖຽນລະພາບທາງດ້ານມະຫາພາກ ເຖິງວ່າຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍບາງ​ດ້ານ​ຢູ່ກໍ ຕາມ.
     ກອງປະຊຸມສື່​ໃຫ້​ເຫັນ​ວ່າ: ຈຳນວນບໍລິສັດຍີ່ປຸ່ນ, ທີ່ມາລົງ ທຶນໃນລາວ​ໄດ້ເພີ່ມຂຶ້ນຢ່າງໄວ ວາ  ​ໄລ່​ມາ​ຮອດປີນີ້ມີ ບໍລິສັດຍີ່ ປຸ່ນ​ເຂົ້າ​ມາລາ​ວ​ແລ້ວຫຼາຍກວ່າ 300 ບໍລິສັດ​ໄດ້​ເຮັດ​ໃຫ້​ຈຳນວນ​ບໍລິສັດ​ທົ່ວ​ໄປ​ເຂົ້າ​ມາ​ລົງທຶນ​ຢູ່​ລາວເພີ່ມຂຶ້ນຈາກ 100 ບໍລິສັດ ມາເປັນ 120 ບໍລິສັດໃນປັດຈຸບັນ.

No comments:

Post a Comment