Ad

Ad

22 December 2014

ໂຕໂຢຕາຈັດກິດຈະກຳຂອບໃຈລູກຄ້າຕົນ



        ໃນວັນທີ 20 ທັນວານີ້,  ບໍລິ ສັດ ລາວໂຕໂຢຕາ ບໍລິການ ຈຳ ກັດ ຢູ່ບ້ານ ນາແຮ່ (ຫລັກ 7) ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ ໄດ້ຈັດກິດຈະ ກຳສະເຫລີມສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ແລະ ເປັນການຄືນກຳໄລໃຫ້ ແກ່ລູກຄ້າທີ່ ໃຫ້ ຄວາມໄວ້ວາງໃຈກັບບໍລິສັດດ້ວຍດີຕະຫລອດມາ, ດັ່ງນັ້ນ ບໍລິສັດ ລາວໂຕໂຢຕາ ຈິ່ງ​ໄດ້ຈັດງານນີ້ຂຶ້ນໃນທຸກໆປີ.
    ໃນງານດັ່ງກ່າວ ທາງບໍລິສັດ ໄດ້ມີກິດຈະກຳຕ່າງໆໄວ້ໃຫ້ລູກຄ້າທີ່ມາຮ່ວມໄດ້​ເບີກບານມ່ວນ ຊື່ນເຊັ່ນ: ການສະ​ແດງ​ຮ້ອງ​ເພັງ, ການເຕັ້ນໂຊຈາກກຸ່ມສິລະປິນໄວໜຸ່ມ, ການສະແດງພິເສດຂອງ ສັດລ້ຽງ, ຫລິ້ນເກມສຳລັບເດັກ ນ້ອຍ ແລະ ອື່ນໆ, ພ້ອມນັ້ນຍັງມີ ສິນຄ້າຈາກຫ້າງຮ້ານຕ່າງໆມາວາງສະແດງ ​ແລະ ຂາຍ​ດ້ວຍ​ລາ ຄາ​ຖືກ. ນອກຈາກນີ້ ທ້າຍສຸດ ຂອງງານຍັງໄດ້ມີການຈັບສະ ຫລາກ ລຸ້ນຮັບຂອງລາງວັນຢ່າງຫລວງຫລາຍ ລວມມີ 6 ລາງວັນ
ເຊັ່ນ: ລາງ ວັນທີ 1 ໂທລະພາບສີ 41 ນິ້ວ ມີ 1 ລາງວັນ, ລາງວັນທີ 2 ຕູ້ ຊັກຜ້າ ມີ 2 ລາງວັນ, ລາງ ວັນທີ 3 ຕູ້ເຢັນ ມີ 3 ລາງວັນ, ລາງວັນທີ 4 ລົດຖີບ ມີ 4 ລາງ ວັນ, ລາງວັນທີ 5  ບັດເງິນສົດ ມູນຄ່າ 6 ແສນກີບ ຈຳນວນ 10 ລາງວັນ ແລະ  ລາງວັນທີ 6 ເສື້ອ ໂປໂລ ມີ 20 ລາງວັນ. ພ້ອມນັ້ນ ຍັງໃຫ້ລູກຄ້າທີ່ເຂົ້າຮ່ວມງານ ໄດ້ ຮ່ວມຫລິ້ນເກມເອົາຂອງລາງ ວັນຈາກບໍລິສັດນຳອີກເປັນຕົ້ນ ລົດຖີບ, ກະເປົາ ແລະ ອື່ນໆ.
    ທ່ານ ປະສາດໄຊ ພິລາພັນ ເດຊ ອຳນວຍການບໍລິສັດລາວ ໂຕໂຢຕາ ບໍລິການ ຈຳກັດ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງລູກຄ້າ ແລະ ເຫັນວ່າປີນີ້ ເປັນປີໜຶ່ງທີ່ມີຄວາມຄືກຄື້ນດ້ວຍບັນຍາກາດທີ່ອົບອຸ່ນ ແລະ ຫວັງວ່າຈະຈັດກິດຈະກຳດີໆ ແບບນີ້ ໃຫ້ ຄູ່ກັບສັງຄົມຕະຫລອດໄປ.

No comments:

Post a Comment