ວັນທີ18 ທັນວານີ້, ທີ່ເຮືອນວັດທະນະທຳນາໄຊ
ນະຄອນຫຼວງວຽງຈັນ ໄດ້ເປີດງານວາງສະແດງພາບຖ່າຍກ່ຽວກັບບໍ່ເກືອ ບ້ານເກິນ ຂຶ້ນ, ໂດຍ
ນາງ ລັດສະ ໝີ ວິພາກອນ ລວມມີ 30 ກ່ວາຮູບ, ທີ່ໄດ້ຖືກຖ່າຍອອກມາ ໃນແຕ່ລະປີທີ່ແຕກ ຕ່າງກັນ.
ເພື່ອ ຢາກແນະນຳໃຫ້ສັງຄົນໄດ້ຮັບຮູ້ເຖິງຄວາມອຸດົມສົມບູນໃນປະ ເທດ ລາວເຮົາເພາະວ່າເກືອແມ່ນສິ່ງໜຶ່ງທີ່ສຳຄັນ
ແລະ ຂາດ ບໍ່ໄດ້, ໃນຊີວິດຂອງຄົນເຮົາ ຈຳເປັນຕ້ອງໃຊ້ເກືອເຂົ້າໃນການປຸງ ແຕ່ງອາຫານຕ່າງໆ
ແລະ ກໍເປັນການຕັກເຕືອນໃຫ້ສັງຄົມຈົ່ງ ຊ່ວຍກັນປົກປັກຮັກສາໄວ້ໃຫ້ມີ ຢູ່ຄູ່ກັບເຮົາຕະຫຼອດໄປ.
ນາງ ລັດສະໝີ ວິພາກອນ ເກີດເມື່ອປີ 1951, ເກີດທີ
ນະ ຄອນຫຼວງວຽງຈັນ ແລະ ລາວ ໄດ້ຈາກບ້ານເກີດເມືອງນອນ ຂອງຕົນແຕ່ອາຍຸຍັງນ້ອຍໄປຢູ່ ກັບພໍ່ແມ່ທີ່ເປັນພະນັກການທູດ
ຢູ່ຕ່າງປະເທດ ແລະ ລາວໄດ້ອາ ໄສຢູ່ຫຼາຍປະເທດເຊັ່ນວ່າ: ຫວຽດນາມ, ຝຼັ່ງ ແລະ ສະຫະ ລັດອາເມລິກາ,
ຈາກນັ້ນມາຮອດ ປີ 1975 ລັດສະໝີ ໄດ້ໄປດຳລົງຊີວິດຢູ່ປະເທດຝຼັ່ງຢ່າງ
ຖາວອນ. ຈົນມາຮອດປີ
1995 ນາງຈິງໄດ້ ກັບມາເມືອງລາວອີກ, ຈາກຄວາມມັກຮັກກັບງານສິລະປະ ການຖ່າຍພາບ ແລະ ນາງກໍໄດ້ເປີດ
ງານວາງສະແດງຜົນງານ ຂອງຕົນຄັ້ງທຳອິດຢູ່ລາວ ເມື່ອ ປີ 2007 ກັບຮູບພາບທີ່ມີຊື່ ວ່າ:
“Lost and found”, ຢູ່ນະຄອນ ຫຼວງວຽງຈັນ. ຄັ້ງທີ 2 ໄດ້ຈັດຂຶ້ນເມື່ອເດືອນຕຸລາ
2014 ນີ້ ໂດຍມີຊື່ວ່າ “ວັດພູຈຳປາສັກ“ ຢູ່ ຫ້ອງ ວາງສະແດງຮູບ DAVID Hicks ທີ່ນະຄອນຫຼວງປາລີ ປະ ເທດຝຣັ່ງບ່ອນທີ່ລາວອາໄສຢູ່
ໃນປັດຈຸບັນ ແລະ ຄັ້ງນີ້ ເປັນການວາງສະແດງຮູບພາບຖ່າຍ ກ່ຽວກັບບໍ່ເກືອບ້ານເກິນ ທີ່
ເຮືອນວັດທະນະທຳນາໄຊ, ນະ ຄອນຫຼວງວຽງຈັນ. ນອກຈາກນີ້, ພາບຖ່າຍຂອງ ນາງ ລັດສະ ໝີ ວິພາກອນໄດ້ຖືກວາງສະ ແດງຢູ່ຮ້ານ
ແລະ ຫໍພິພິດຕະພັນຕ່າງໆໃນນະຄອນຫຼວງ ວຽງຈັນ, ຫຼວງພະບາງ ແລະ ປະເທດສິງ ກະໂປນຳອີກ.

No comments:
Post a Comment