ທ່ານ ສັນຕິພາບ ພົມວິ ຫານ ລັດຖະມົນຕີຊ່ວຍວ່າການກະຊວງການເງິນໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ
ສສຊ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VII ກ່ຽວກັບການເບີກຈ່າຍຊ້ຳຊ້ອນ,
ຈ່າຍເກີນ, ຈ່າຍໂຄງການບໍ່ມີຕົວຕົນ, ໂຄງການບໍ່ທັນສຳເລັດ ແລະ ບໍ່ຖືກເປົ້າໝາຍຕໍ່ບັນຫາດັ່ງ
ກ່າວນີ້ ແມ່ນເກີດຈາກຂອດການປະສານງານ ແລະ ການແລກ ປ່ຽນຂໍ້ມູນຂ່າວສານລະຫວ່າງຂະແໜງການເງິນກັບຂະແໜງການກ່ຽວຂ້ອງເຮັດບໍ່ໄດ້ດີ.
ນອກຈາກນັ້ນກໍເກີດຈາກ ການເຈດຕະນາສໍ້ໂກງຂອງຜູ້ປະກອບການ, ການຂາດຄວາມຮັບຜິດ
ຊອບຂອງພະນັກງານ ແລະ ການສົມຮູ້ຮ່ວມຄິດກັບຜູ້ປະ ກອບການ. ສ່ວນການເບີກຈ່າຍກະ
ຊວງການເງິນໄດ້ປະຕິບັດຕາມການຢັ້ງຢືນຂອງເຈົ້າຂອງໂຄງການ ແລະ ຂະແໜງທີ່ກ່ຽວ
ຂ້ອງ.
ສຳລັບມາດຕະການ ເພື່ອແກ້ໄຂຕໍ່ກັບຕົວເລກຈ່າຍນອກແຜນສະພາແຫ່ງຊາດຮັບຮອງໃນສົກປີ
2011-2012 ແລະ 2012-2013 ກະຊວງການເງິນພວມຄົ້ນຄວ້າວິທີແກ້ໄຂນຳສະເໜີຕໍ່ລັດຖະບານ,
ຄະນະປະຈຳສະພາແຫ່ງຊາດ ເພື່ອ
ພິຈາລະນາຕາມລະ ບຽບກົດໝາຍ, ກ່ຽວກັບການເກັບກູ້ເງິນສົດ
ແລະ ພັນທະບັດຄືນກະຊວງການເງິນໄດ້ສົມ ທົບກັບອົງການກວດກາລັດຖະບານກວດກາ ແລະ
ເກັບກູ້ຄືນມາໄດ້ຈຳນວນໜຶ່ງແລ້ວ, ສຳລັບ 25 ໂຄງການຢູ່ແຂວງອຸດົມໄຊ ສະ ເພາະເງິນສົດຍັງເກັບຄືນບໍ່ທັນໄດ້ມີຈຳນວນ
9,9 ຕື້ກີບ, ພັນທະ ບັດຈຳນວນ 135,6 ຕື້ກີບ. ກະ ຊວງການເງິນຈະໄດ້ແຕ່ງຕັ້ງຄະ
ນະເກັບກູ້ໜີ້ຄ້າງສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງເພື່ອດຳເນີນການເກັບໜີ້ພາຍໃນສົກປີ
2014- 2015, ສະເພາະການແກ້ໄຂໜີ້ສິນມີສ່ວນຫລຸດ ແລະ ພັນທະບັດຊຳ ລະທີ່ຍັງຄ້າງນັ້ນ,
ກະຊວງການເງິນຈະດຳເນີນການແກ້ໄຂຢູ່ໃນຄະນະແກ້ໄຂໜີ້ສິນລະດັບຊາດ ແລະ ຂຶ້ນແຜນການຊຳລະສະສາງໃຫ້ບັນດາໂຄງການທີ່ອົງ
ການລັດຖະບານກວດກາສຳເລັດ ແລະ ເຫັນວ່າຖືກຕ້ອງເພື່ອຄຸ້ມຄອງບໍລິຫານງົບປະມານໂຄງການລົງ
ທຶນຂອງລັດໃຫ້ຮັດກຸມ ແລະ ສະກັດກັ້ນການ ສ້າງໜີ້ຄຸມເຄືອໃໝ່ໃນລະບົບງົບປະມານແຫ່ງລັດ,
ກະຊວງການເງິນໄດ້ສ້າງຕັ້ງພະແນກໜຶ່ງຂຶ້ນໃນກົມງົບປະມານເພື່ອສ້າງນິຕິກຳຄຸ້ມຄອງການເງິນໂຄງ
ການລົງທຶນຂອງລັດເລີ່ມແຕ່ການສ້າງແຜນ,
ການກຳນົດ ແຫລ່ງທຶນ ແລະ ການຊຳລະສະສາງໃຫ້ຮັດກຸມ ແລະ ສອດຄ່ອງກັບຄວາມອາດສາມາດຂອງງົບປະມານ.
ທ່ານລັດຖະມົນຕີຊ່ວຍວ່າ ການຊີ້ແຈ້ງຕື່ມວ່າ:
ກ່ຽວກັບການອອກນິຕິກຳທີ່ຂັດກັບກົດ ໝາຍເປັນຕົ້ນແມ່ນແຫລ່ງລາຍຮັບຈາກການຂາຍໄມ້ຕາມໂກຕາ
ຜ່ານມາແມ່ນປະຕິບັດຕາມລະ ບຽບກົດໝາຍທີ່ວາງໄວ້ຢ່າງເຂັ້ມງວດ. ສຳລັບໄມ້ຍືດ,
ໄມ້ຮິບ ຜ່ານມາແມ່ນມີຄວາມຫຍຸ້ງຍາກໃນການຄຸ້ມຄອງ, ຕິດຕາມ, ກວດກາຈາກພາກສ່ວນທີ່ກ່ຽວ
ຂ້ອງບວກກັບການສະເໜີຂອງທ້ອງຖິ່ນ ເພື່ອແບ່ງປັນລາຍຮັບໃນການຫັກຄ່າໃຊ້ຈ່າຍຊິ້ນເປືອງໃນວຽກງານດັ່ງກ່າວ.
ດັ່ງນັ້ນ, ກະຊວງການເງິນຈຶ່ງໄດ້ຄົ້ນຄວ້ານຳສະເໜີລັດຖະບານອອກແຈ້ງການກ່ຽວກັບການຈັດຕັ້ງປະຕິ
ບັດການຄຸ້ມຄອງ, ການເກັບລາຍຮັບຈາກການຂາຍໄມ້ ແລະ ເຄື່ອງປ່າຂອງ ດົງ, ເຊິ່ງໄດ້ກຳ
ນົດແຈ້ງສຳລັບເງິນທີ່ໄດ້ຈາກການຂາຍໄມ້ຢືດຫລັງຈາກຫັກຄ່າສິນເປືອງແລ້ວໃຫ້ມອບເຂົ້າງົບປະມານສູນກາງ
50% ແລະ ທ້ອງຖິ່ນ 50% ເຊິ່ງເຫັນວ່າສອດ ຄ່ອງລະບຽບກົດໝາຍເປັນຕົ້ນແມ່ນຕ້ອງລວມສູນທຸກລາຍຮັບເຂົ້າງົບປະມານແຫ່ງລັດ.
ແຕ່ໃນພາກປະຕິບັດຕົວຈິງມີບາງທ້ອງຖິ່ນບໍ່ເຂັ້ມງວດໃນການຈັດຕັ້ງປະຕິບັດຕາມການແຈ້ງການດັ່ງກ່າວ.
ສະນັ້ນ, ກະຊວງການເງິນຈຶ່ງໄດ້ຮ່າງຄຳສັ່ງແນະນຳຂອງນາຍົກວ່າດ້ວຍການຄຸ້ມຄອງການຂາຍໄມ້
ແລະ ໄດ້ນຳສະເໜີລັດຖະບານເພື່ອພິຈາລະ ນາຮັບຮອງເອົາ.
ນອກຈາກນັ້ນ, ສຳລັບກ່ຽວກັບການນຳໃຊ້ລາຍຮັບເງິນເກີນແຜນຈຶ່ງກວດຕາມຫລັງຕໍ່ບັນຫານີ້.
ໂດຍອີງໃສ່ກົດໝາຍງົບປະ ມານວ່າດ້ວຍນະໂຍບາຍສົ່ງເສີມການເກັບລາຍຮັບງົບປະມານ,
ໃນກໍລະນີທີ່ທ້ອງຖິ່ນເກັບລາຍຮັບທີ່ເປັນພູດຂອງຕົນຖ້າໄດ້ລື່ນແຜນການສ່ວນທີ່ລື່ນນັ້ນແມ່ນມອບໃຫ້ທ້ອງຖິ່ນນຳໃຊ້ທັງໝົດເພື່ອພັດທະນາທ້ອງຖິ່ນຂອງຕົນ,
ຊຸກຍູ້ໃຫ້ທ້ອງຖິ່ນເກັບລາຍຮັບເຂົ້າງົບປະມານ. ສະນັ້ນ, ໃນຊຸມ ປີຜ່ານມາ, ກະຊວງການເງິນໄດ້ສະເໜີລັດຖະບານກຳນົດໃນດຳ
ລັດວ່າດ້ວຍການຈັດຕັ້ງແຜນພັດ ທະນາເສດຖະກິດ- ສັງຄົມ ແລະ ແຜນການງົບປະມານແຫ່ງລັດອະນຸຍາດໃຫ້ທ້ອງຖິ່ນສາມາດນຳໃຊ້ເງິນເກີນແຜນໄດ້
100%, ຫລັງຈາກນັ້ນຈຶ່ງເອົາລາຍຮັບ-ລາຍຈ່າຍມາດັດແກ້ເຂົ້າໃນແຜນປີຕໍ່ໄປ,
ແຕ່ໃນການຈັດຕັ້ງປະຕິບັດຕົວຈິງເຫັນວ່າມີຄວາມຊັບສົນເນື່ອງຈາກຫລາຍທ້ອງຖິ່ນໃຊ້ເງິນເກີນແຜນໄປໃນບາງໜ້າວຽກທີ່ບໍ່ນອນໃນແຜນທີ່ສະ
ພາແຫ່ງຊາດຮັບຮອງ, ອີກດ້ານໜຶ່ງໃນສະພາບທີ່ລາຍຮັບງົບປະ ມານລວມບໍ່ສາມາດເກັບໄດ້ຕາມແຜນທີ່ສະພາແຫ່ງຊາດຮັບຮອງການນຳໃຊ້ເງິນເກີນແຜນຂອງບາງທ້ອງຖິ່ນຍັງເຮັດໃຫ້ການຂາດດຸນງົບປະມານລວມເພີ່ມ
ຂຶ້ນ.
No comments:
Post a Comment