Ad

Ad

22 December 2014

ນິວຊີແລນໃຫ້ການຊ່ວຍເຫລືອລາວເສີມສ້າງຄວາມອາດສາມາດໃນການຫລຸດຜ່ອນຄວາມສ່ຽງໄພພິບັດຕ່າງໆ



   ກະຊວງການຕ່າງປະເທດ ແລະ ການຄ້າຂອງລັດຖະບານ ນິວຊີແລນ ໄດ້ໃຫ້ທຶນຊ່ວຍເຫລືອລ້າມູນຄ່າ 130.500 ໂດລາ ສະຫະລັດ ຫລື ປະມານ 104 ລ້ານກວ່າກີບເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການເສີມສ້າງ ຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃນການຫລຸດຜ່ອນຄວາມສ່ຽງໄພພິບັດຢູ່ ສປປ ລາວ.
           ມາໃນວັນທີ 19 ທັນວາ 2014 ທີ່ນະຄອນຫລວງວຽງຈັນ, ກົມຄຸ້ມຄອງໄພພິບັດ ແລະ ການ ປ່ຽນແປງດິນຟ້າອາ ກາດກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ເຊັນບົດ ບັນທຶກຄວາມເຂົ້າໃຈກັບສູນ ກຽມພ້ອມປ້ອງກັນ ໄພພິບັດອາຊຽນ ເພື່ອຈັດຕັ້ງປະຕິບັດໂຄງການເສີມສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃນ ການຫລຸດຜ່ອນຄວາມ ສ່ຽງໄພພິບັດ. ໂດຍການຮ່ວມລົງນາມລະ ຫວ່າງ ທ່ານ ພູວົງ ຫລວງໄຊ ຊະນະຫົວໜ້າກົມຄຸ້ມຄອງໄພພິ ບັດ ແລະ ການປ່ຽນ ແປງດິນຟ້າ ອາກາດ ແລະ ທ່ານ ດຣ. ພິລາ ນັນ ໂຕວະຊິຣາພອນ ຜູ້ອຳນວຍ ການສູນກຽມພ້ອມປ້ອງກັນໄພພິບັດອາຊຽນ.

            ທ່ານ ພູວົງ ຫລວງໄຊ ຊະນະ ໄດ້ໃຫ້ຮູ້ວ່າ: ໂຄງການ ການເສີມສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃນ ການຫລຸດຜ່ອນຄວາມສ່ຽງໄພພິບັດແມ່ນໂຄງການໜຶ່ງທີ່ໄດ້ຮັບ ອະນຸຍາດໃຫ້ມາເຄື່ອນໄຫວ ຢູ່ ສປປ ລາວ ໃນການເຊື່ອມ ສານການຫລຸດຜ່ອນໄພພິບັດໂດຍໄດ້ຮັບທຶນຊ່ວຍເຫລືອລ້າຈາກ ກະຊວງການຕ່າງປະເທດ ແລະ ການຄ້າຂອງລັດຖະບານ ນິວຊີ ແລນ ໂດຍມີໄລຍະເວລາໃນການຈັດຕັ້ງປະຕິບັດ 18 ເດືອນ ເຊິ່ງປະກອບມີ 3 ກິດຈະກຳຄື: ການສ້າງລະບົບຖານຂໍ້ ມູນໄພພິບັດ; ສ້າງລະ ບົບແລກປ່ຽນຂໍ້ມູນ-ການຄຸ້ມຄອງ ແລະ ການຝຶກອົບຮົມ; ທົດລອງນຳໃຊ້ຖາ ນຂໍ້ມູນດັ່ງກ່າວຢູ່ໃນລະ ດັບທ້ອງຖິ່ນທີ່ຖືກຄັດ ເລືອກ, ນຳໃຊ້ໃນການເຕືອນໄພ ແລະ ການກຽມພ້ອມຕອບໂຕ້ສຸກເສີນໃນເວລາເກີດໄພນ້ຳຖ້ວມ. ໂຄງການດັ່ງກ່າວແມ່ນອົງການ ຕອບໂຕ້ໄພພິບັດອາຊຽນເປັນຄູ່ຮ່ວມງານ ເພື່ອຈັດຕັ້ງປະຕິບັດຮ່ວມກັບບັນດາປະເທດອາ ຊຽນທີ່ໄດ້ຮັບການຄັດເລືອກຄື: ສະຫະ ພາບມຽນມາ ແລະ ສປປ ລາວ.
    ຈຸດປະສົງຂອງໂຄງການ ແມ່ນເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ກົມຄຸ້ມຄອງ ແລະ ການ ປ່ຽນແປງດິນຟ້າອາກາດໃນການ ສ້າງລະບົບຖານຂໍ້ມູນຂ່າວສານຂອງໄພພິບັດພ້ອມທັງສາມາດເຊື່ອມໂຍງທາງອອນລາຍ ໄດ້ເຊິ່ງຖານຂໍ້ມູນດັ່ງກ່າວສາ ມາດເ ປັນເຄື່ອງມືອັນສຳຄັນໃຫ້ແກ່ການຕັດສິນບັນຫາກ່ຽວກັບວຽກງານປ້ອງກັນ ແລະ ຄວບຄຸມຄວາມສ່ຽງໄພພິບັດຢູ່ ສປປ ລາວ ໃນອະນາຄົດ.

No comments:

Post a Comment