Ad

Ad

22 December 2014

ສານ​ນະຄອນຫລວງ​ຕັດສິນ​ປະຫານ​ຊີວິດ​ຜູ້​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່



         ​ວັນ​ທີ 17 ທັນວາ​ນີ້, ສານ​ປະຊາຊົນນະຄອນຫລວງ​ວຽງ​ຈັນ ​ໄດ້​ຕັດສິນ​ປະຫານ​ຊີວິດ​ນາງ ອາ​ມີນາ​ຊາລີ ອາຍຸ 37 ປີ ຢູ່​ບ້ານ​ບາ​ຕູ ​ເມືອງ​ປາ​ບາ​ຕູ ​ແຂວງ​ຂຸ​ມາດຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ ໃນ​ຂໍ້​ຫາ​ຂົນ​ສົ່ງ​ຢາ​ເສບ​ຕິດ ປະ​ເພດ​ຢາ​ໄອ.
       ນາງ ອາ​ມີນາ​ຊາລີ ຮັບ​ສາ ລະພາບ​ວ່າ: ​ໃນ​ວັນ​ທີ 24 ສິງຫາ 2013 ​ຕົນ​ເອງ​ໄດ້​ຮູ້ຈັກັບ​ທ້າວ ​ໄມ​ເຄິນ ອາຍຸປະມານ 40 ປີ ສັນ ຊາດ​ໂກ​ລົມ​ບີ. ຈາກ​ນັ້ນ ກໍ​ໄດ້​ຕິດ ຕໍ່​ ​ແລະ ນັດ​ພົບ​ກັນ, ​ໃນ​ວັນ​ທີ 13 ກັນຍາ 2013 ທັງ​ສອງ​ໄດ້​ເຈລະ ຈາ​ກັນ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ຢາ​ໄອ, ​ເມື່ອ​ຕົກລົງ​ກັນ​ໄດ້​ແລ້ວ ທ້າວ ​ໄມ​ເຄິນ ​ຈຶ່ງ​ໄດ້​ຊື້ປີ​ເຮືອບິນ​ໄປ​-ກັບ ພ້ອມ​ເງິນສົດ​ຈຳນວນ 800 ​ໂດ​ລາ​ສະຫະລັດ ​ເພື່ອ​ໃຫ້​ນາງ ອາ​ມີນາ​ຊາລີ ​ເດີນທາງ​​ໄປ​ປະ​ເທດ​ອິນ​ເດຍ. ​ເມື່ອໄປ​ຮອດ​ອິນ​ເດຍ​ກໍ​ໄດ້​ມີ​ຊາຍ​ຄົນ​ໜຶ່ງ​ເອົາ​ກະ​ເປົາມາ​ສົ່ງ​ໃຫ້. ຈາກ​ນັ້ນ ຜູ້ ກ່ຽວ​ກໍ​ໄດ້​ອອກ​ເດີນທາງ​ຈາກ​ປະ​ເທດ​ອິນ​ເດຍ​ໄປ​ປະ​ເທດ​ສິງ ກະ​ໂປ.
       ​​ໃນ​ວັນ​ທີ 18 ກັນຍາ 2013, ນາງ ອາ​ມີນາ​ຊາລີ ​ໄດ້​ເດີນທາງ​ຈາກ​ສິງກະ​ໂປ​ມາ​ປະ​ເທດ​ລາວ, ພໍ​ມາ​ຮອດ​ສະໜາມ​ບິນ​ສາກົນ​ວັດ​ໄຕ ​ໄດ້​ຖືກ​ເຈົ້າໜ້າ​ທີ່ ສປປ ລາວ ກວດ​ພົບ​ຂອງ​ກາງ​ຢາ​ໄອ ຈຳ ນວນ 6 ກິ​ໂລກຣາມ, ​ເງິນສົດ 301 ​ໂດ​ລາ​ສະຫະລັດ, 400 ບາດ (ສະກຸນ​ເງິນ​ໄທ) ​ແລະ 1.000 ຢວນ (ສະກຸນ​ເງິນ​ຈີນ) ​ມາ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ.

No comments:

Post a Comment