Ad

Ad

19 December 2014

ເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາ



              ໃນລະຫວ່າງວັນທີ 16- 17 ທັນວານີ້, ທ່ານ ຈູມມາລີ ໄຊ ຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານ ປະເທດແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມແຂວງຫລວງນ້ຳທາ ໂດຍການ ອອກຕ້ອນຮັບ ຢ່າງອົບອຸ່ນທ່ານ ດຣ ພິມມະສອນ ເລືອງຄຳມາກຳມະການສູນ ກາງພັກເລຂາພັກແຂວງເຈົ້າ ແຂວງໆຫລວງນ້ຳທາພ້ອມດ້ວຍຄະນະ.
    ໃນຕອນເຊົ້າຂອງວັນທີ 17 ທ່ານ ເລຂາທິການໃຫຍ່ ຈູມມາລີ ໄຊຍະສອນໄດ້ ໃຫ້ກຽດພົບປະໂອ້ລົມຄະນະການນຳແຂວງ ແລະ ພະນັກງານຫຼັກແຫຼ່ງ, ພະນັກງານອາວຸໂສບຳນານ, ກອງບັນ ຊາການປ້ອງ ຊາດ-ປ້ອງກັນ ຄວາມສະຫງົບແຂວງດັ່ງກ່າວ ເຊິ່ງທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຊີ້ນຳ-ນຳພາ ການພັດທະນາເສດ ຖະກິດ-ສັງ ຄົມຂອງແຂວງໃນໄລຍະ 5 ປີ ຜ່ານມາ ເຊິ່ງມີຫຼາຍດ້ານ ພົ້ນເດັ່ນ, ຮັບປະກັນໃຫ້ແຂວງມີຄວາມສະຫງົບ ແລະ
ຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມອຸ່ນອ່ຽງທຸນທ່ຽງໃນ ການດຳລົງຊີວິດ, ເສດຖະກິດ-ສັງ ຄົມມີການພັດທະ ນາຢ່າງຕໍ່ເນື່ອງ ແລະ ຂະຫຍາຍໂຕຢູ່ໃນລະດັບ 8,7% ຕໍ່ປີ  ລວມຍອດຜະ ລິດຕະພັນສະເລ່ຍບັນລຸໄດ້ 1.454 ໂດລາສະ ຫະລັດ, ການຜະລິດເປັນ ສິນຄ້າຂອງປະຊາຊົນມີທ່າຂະ ຫຍາຍຕົວເພີ່ມຂຶ້ນໂດຍສະ ເພາະຢາງພາລາ, ສາລີ, ອ້ອຍ, ກ້ວຍ, ມັນຕົ້ນ ແລະ ພືດຜັກຕ່າງໆກໍມີ ການຂະຫຍາຍໂຕຢ່າງກວ້າງ ຂວາງ. ພ້ອມກັນນັ້ນຂະບວນ ສ້າງບ້ານພັດທະນາເພີ່ມຂຶ້ນຕໍ່ ເນື່ອງ ແລະ ຄອບຄົວທຸກຍາກ ຫຼຸດລົງເທ່ຶອລະກ້າວຖ້າທຽບໃສ່ຊຸມປີຜ່ານມາໄປພ້ອມກັບການ ພັດ ທະນາພື້ນຖານໂຄງລ່າງ ທາງດ້ານເສດຖະກິດແລ້ວແຂວງຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານວັດທະນະທຳສັງຄົມອື່ນໆອັນ ພົ້ນເດັ່ນແມ່ນໄດ້ປະ ກາດການສຶກສາຈົບຊັ້ນປະຖົມທົ່ວແຂວງ, ການສ້າງບ້ານແບບ ຢ່າງສາທາລະນະສຸກ, ບ້ານວັດ ທະນະທຳໄດ້ ເພີ່ມຂຶ້ນແຕ່ລະ ປີ ແລະ ການຮັກສາຮິດຄອງປະ ເພນີ ອັນດີງາມ, ສະຖານທີ່ທ່ອງ ທ່ຽວທາງປະຫັວດສາດໄດ້ຮັບ ການຄຸ້ມຄອງດີ ຂຶ້ນ ແລະ ຄຽງຄູ່ກັນນັ້ນ, ທ່ານເລຂາທິການໃຫຍ່ ຍັງໄດ້ເນັ້ນການນຳແຂວງເອົາ ໃຈໃສ່ຕື່ມຄືໃຫ້ສືບຕໍ່ເອົາໃຈໃສ່ສູ້ຊົນແຜນພັດທະ ນາເສດຖະກິດ- ສັງຄົມແຂວງໃຫ້ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ຊຸກຍູ້ ການຜະລິດກະສິກຳໃຫ້ຫລາຍ ກາຍເປັນສິນຄ້າສືບ ຕໍ່ແກ້ ກັ້ນກຸ່ມ​ຄົນ​ບໍ່​ຫວັງ​ດີ ໂຄສະນາ​ໃສ່​ຮ້າຍ​ປ້າຍ​ສີຕ່າງໆ ແລະ ສ້າງ​ຄວາມ​ປັ່ນປ່ວນ​ຕໍ່​ສັງຄົມໂດຍຜ່ານສື່ອອນລາຍດັ່ງກ່າວ ໃຫ້ມີປະສິດທິຜົນ​.
          ທ່ານລັດຖະມົນຕີຊ່ວຍ ໃຫ້ຮູ້ວ່າ: ສື່ສັງຄົມອອນລາຍ ຫລື Social Media ແມ່ນການເຜີຍ ແຜ່, ນຳສະເໜີ, ປະກອບ ຄຳຄິດຄຳເຫັນໃນຮູບແບບຂອງຂ່າວ ສານ, ຮູບພາບ, ວີດີໂອໂດຍ ຜ່ານເຄື່ອງມືເຊັ່ນເຟດບຸກ, ທະ ວິດເຕີ ແລະ ອື່ນໆ ເຊິ່ງມີລັກສະ ນະເປີດກວ້າງໃຫ້ຜູ້ຊົມໃຊ້ທົ່ວ ໂລກລົງທະບຽນນຳໃຊ້ໂດຍບໍ່ ເສຍຄ່າ ແລະ ຢູ່ໃສກໍສາມາດ ໃຊ້ໄດ້ພາຍ ໃຕ້ລະບົບອິນເຕີເນັດ, ເປັນສື່ທີ່ມີຜູ້ຊົມໃຊ້ຫລາຍ ແລະ ຂະຫຍາຍຕົວໄວທີ່ສຸດ.
   ຜົນປະໂຫຍດຂອງການຊົມໃຊ້ສື່ດັ່ງກ່າວແມ່ນການເຜີຍແຜ່ຂໍ້ມູນຂ່າວສານ, ສາລະໜ້າຮູ້, ການໂຄສະນາ, ປະຊາສຳພັນ ທີ່ເປັນປະໂຫຍດຕໍ່ອົງການ, ທຸລະກິດ ແລະ ການຄ້າ ແລະ ຄຽງຄູ່ ກັນນັ້ນ ກໍມີຜົນເສຍຂອງມັນ ຖ້າ ເຮົາບໍ່ເຂົ້າໃຈແຈ້ງ ແລະ ມີຈຸດ ຢືນຂອງຕົນເພາະສື່ສັງຄົມອອນລາຍນີ້ແມ່ນການເຜີຍແຜ່ຂໍ້ມູນ ຂ່າວສານແບບອິດສະລະ ເຮັດ ໃຫ້ມີບຸກຄົນ ຫລື ກຸ່ມຄົນ ທີ່ບໍ່ຫວັງດີນຳໃຊ້ໄປໃນທາງບໍ່ຖືກຕ້ອງມີລັກສະນະຫລອກລວງ, ຂັດກັບຄວາມຈິງ, ສິນທຳ ແລະ ແນວທາງການ ເມືອງ, ສາມາດເປັນເຄື່ອງມືປຸກລະດົມສ້າງຄວາມຂັດແຍ່ງລະຫວ່າງ ບຸກຄົນ ຫລື ກຸ່ມຄົນ, ສ້າງຄວາມເສຍ ຫາຍດ້ານຊັບສິນ, ຮ່າງກາຍ ຫລື ສ້າງຄວາມບໍ່ສະຫງົບຕໍ່ສັງຄົມ.ດັ່ງນັ້ນເພື່ອສາມາດສະກັດກັ້ນສື່ມວນຊົນເຮົາກໍເປັນສ່ວນໜຶ່ງທີ່ສຳຄັນໃນ ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ ເພື່ອສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ທາງລົບ, ທາງບວກຂອງມັນ.

No comments:

Post a Comment