Ad

Ad

19 December 2014

ສື່ມວນຊົນຂົງເຂດທະນາຄານເພີ່ມຂີດຄວາມສາມາດໃນການໂຄສະນາ



         ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງການຝຶກອົບຮົມວຽກງານສື່ມວນຊົນ ໃຫ້ພະນັກງານໃນຂົງເຂດທະ ນາຄານຂອງ ລັດ ໃນທົ່ວປະເທດ ແລະ ໄດ້ສຳເລັດລົງ ໃນວັນທີ 17 ທັນວານີ້ ພາຍຫລັງດຳເນີນມາສາມວັນໂດຍການເຂົ້າຮ່ວມຂອງທ່ານ ຮອງຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ ແລະ ສຳມະນາກອນເຂົ້າຮ່ວມ ເພື່ອຍົກລະດັບຄວາມອາດສາມາດໃນ ການຂຽນຂ່າວ ແລະ ໂຄສະນາເພື່ອສະໜອງ ໃຫ້ສື່ສິ່ງພິມ, ສື່ເອເລັກໂຕຣນິກຂອງສູນກາງ ແລະ ທ້ອງຖິ່ນ.     
   ການເຝິກອົບຮົມດັ່ງກ່າວໄດ້ຮັບບົດຮຽນຈາກນັກວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດ, ໜັງສືພິມ “ປະຊາ ຊົນ” ແລະ ຈາກກອງວິທະຍຸ-ໂທລະພາບກົມໃຫຍ່ການເມືອງກອງທັບໄດ້ນໍາສະເໜີບົດຮຽນກ່ຽວກັບວຽກງານຂ່າວ ແລະ ການ ດຳ ເນີນລາຍການວິທະຍຸ, ໜັງສືພິມ-ວາລະສານ ແລະ ຕັດຕໍ່-ຖ່າຍ ທຳວີດີໂອ ແລະ ວິທີການຂຽນຂ່າວ, ການເປັນວິທະຍາ ກອນ- ພິທີກອນ ແລະ ວິທີການຖ່າຍຮູບຕ່າງໆ.

   ວຽກງານຂ່າວສານປະຈໍາ ທະນາຄານແຫ່ງ ສປປ ລາວ ໄດ້ ເລີ່ມມີໜໍ່ແໜງຂຶ້ນມາໃນລະຫວ່າງປີ 2008-2009 ໂດຍໄດ້ ຈັດຕັ້ງ ໜ່ວຍງານຂ່າວສານເພື່ອນຳສົ່ງບົດ-ຂ່າວຂອງຂະແໜງ ທະນາຄານໃຫ້ບັນດາໜັງສືພິມ-ວາລະສານ, ວິທະຍຸ, ໂທລະ ພາບແຫ່ງຊາດ ແລະ ຂອງຂະແໜງການຕ່າງໆ, ຕົ້ນປີ 2011 ໄດ້ກຳ ເນີດລາຍການວິທະຍຸ “ ທະນາ ຄານແຫ່ງ ສປປ ລາວ ” ເຊິ່ງເປັນລາຍການເປົ້າໝາຍທີ່ອອກອາກາດຢູ່ສະຖານີວິທະຍຸກະຈາຍ ສຽງກອງທັບປະຊາຊົນລາວ ແລະ ປີຕໍ່ມາກໍໄດ້ສ້າງ ລາຍການ “ ເພື່ອນທະນາຄານ ” ຢູ່ສະຖາ ນີວິທະຍຸກະຈາຍສຽງແຫ່ງຊາດ, ນອກຈາກນີ້ ຍັງສົ່ງພະນັກງານໜ່ວຍງານຂ່າວ ສານທະນາຄານແຫ່ງ ສປປ ລາວ ເຂົ້າຝຶກ ອົບຮົມຢູ່ກອງວິທະຍຸ-ໂທລະພາບກົມໃຫຍ່ການເມືອງກອງທັບ, ສະຖານີວິທະ ຍຸແຫ່ງຊາດ, ສະພາແຫ່ງຊາດ ແລະ ຢູ່ສະຫະພັນນັກຮົບເກົ່າແຫ່ງຊາດລາວຂັ້ນສູນກາງອັນໄດ້ເຮັດໃຫ້ວຽກງານສື່ມວນ ຊົນຂອງທະນາຄານແຫ່ງ ສປປ ລາວ ໄດ້ຮັບການພັດທະນາດ້ວຍບາດກ້າວທີ່ໜັກແໜ້ນກາຍເປັນກະບອກສຽງສຳ ຄັນຂອງທົ່ວລະບົບທະນາຄານ.


No comments:

Post a Comment