Ad

Ad

19 December 2014

ສສຊ ​ສຳ​ເລັດ​ການຄົ້ນຄວ້າປັບປຸງ​ລັດຖະທຳ​ມະນູນ​



     ຕອນ​ບ່າຍ​ວັນ​ທີ 18 ທັນວາ​ນີ້ ​ເຊິ່ງ​ເປັນ​ມື້ທີ 8 ຂອງ​ວາລະ​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII, ບັນດາ​ສະມາຊິກ​ສະ ພາ​ແຫ່ງ​ຊາດ ​ໄດ້​ສຳ​ເລັດ​ການ​ປະກອບຄຳຄິດຄຳເຫັນ​ເຂົ້າ​ໃນ​ການ​ປັບປຸງລັດຖະທຳ​ມະນູນ ປີ 2003 ພາຍຫລັງ​ຂຸ້ນຂ້ຽວ​​ມາ​ເປັນ​ເວລາ 2 ວັນ ດ້ວຍຄວາມຮັບຜິດ ຊອບສູງ​.
      ການຄົ້ນຄວ້າ ແລະ ປະ ກອບຄຳເຫັນເຂົ້າໃນການປັບປຸງລັດຖະທຳມະນູນສະບັບນີ້, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ໄດ້​ສະ​ເໜີ​ໃຫ້​ປັບປຸງ​ບາງໝວດ ແລະ ບາງ​ມາດຕາ​ທີ່​ສຳຄັນ​ເປັນ ຕົ້ນການຈັດ​ວາງ​ໝວດ, ມາດຕາ ໂດຍ​ສະ​ເພາະ​ໝວດ​ທີ່​ເພີ່ມ​​ເຂົ້າ​ໃໝ່, ການ​ກຳນົດ​ກ່ຽວ​ກັບ​ທີ່​ຕັ້ງ, ພາລະ​ບົດບາດສິດ ​ແລະ ໜ້າ​ທີ່​ຂອງ​ໝວດ​ທີ່​ປັບປຸງ ​ແລະ ​ເພີ່ມ​ເຂົ້າ​ໃໝ່​ເຊັ່ນ: ​ເນື້ອ​ໃນ​ມາດຕາ 17 ກຳນົດ​ວ່າ​ດ້ວຍ​ກຳມະສິດ​ທີ່​ດິນ, ເນື້ອ​ໃນ​ມາດຕາ 52 ກຳນົດ​ກ່ຽວ​ກັບ​ທີ່​ຕັ້ງຂອງ​ສະພາ​ແຫ່ງ​ຊາດ, ມາຕາດ 65 ກຳນົດວ່າດ້ວຍປະ ທານປະເທດ, ມາດຕາ 72 ກຳ ນົດວ່າດ້ວຍນາຍົກລັດຖະມົນຕີ, ມາດຕາ 76 ແລະ 77 ກຳນົດ ກ່ຽວກັບທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະ ຊາຊົນທ້ອງຖິ່ນ, ມາດຕາ 79 ກຳ ນົດກ່ຽວກັບສິດ ແລະ ໜ້າທີ່ຂອງ ຄະນະປະຈຳສະພາປະຊາຊົນ ທ້ອງຖິ່ນ, ມາດຕາ 86 ກຳນົດ ວ່າດ້ວຍການປົກຄອງທ້ອງຖິ່ນ, ມາດຕາ 87
ກຳນົດກ່ຽວກັບສິດ ແລະ ໜ້າທີ່ຂອງເຈົ້າແຂວງ, ເຈົ້າ ຄອງນະຄອນຫລວງ. ສຳລັບ ເນື້ອໃນໝວດສານປະຊາຊົນ ແລະ ອົງການໄອຍະການປະຊາ ຊົນໄດ້ກຳນົດກ່ຽວກັບສານທະ ຫານ ແລະ ອົງການໄອຍະການ ທະຫານ, ມາດຕາ 106 ກຳນົດ ກ່ຽວກັບສິດ ແລະ ໜ້າທີ່ອົງ ການກວດສອບແຫ່ງລັດ, ມາດ ຕາ 109 ກຳນົດກ່ຽວກັບສິດ ແລະ ໜ້າທີ່ຄະນະກຳມະການ ເລືອກຕັ້ງລະດັບຊາດ, ມາດຕາ 116 ກຳນົດວ່າດ້ວຍນະຄອນ ຫລວງຂອງສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງ ບັນດາ​ມາດຕາ ​ແລະ ໝວດ​ຕ່າງໆ​ທີ່​ໄດ້​ບັນຈຸ​ໄວ້​ໃນ​ລັດຖະ ທຳ​ມະນູນ​ສະບັບ​ປັບປຸງ​ນີ້ ບັນດາ​ຜູ້​ແທນ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປະກອບ​ຄຳ​ເຫັນ​ຢ່າງ​ມີ​ເນື້ອ​ໃນ​ຮັດກຸມເພື່ອເຮັດໃຫ້ລັດຖະທຳ ມະນູນ ເຊິ່ງແມ່ນກົດ ໝາຍພື້ນຖານຂອງຊາດມີເນື້ອໃນຖືກ ຕ້ອງສອດຄ່ອງກັບສະພາບ ຄວາມເປັນຈິງຂອງປະເທດເຮົາ, ສອດຄ່ອງກັບເງື່ອນໄຂຂອງ ການເຊື່ອມໂຍງທາງດ້ານເສດ ຖະກິດ-ສັງຄົມເຂົ້າກັບພາກພື້ນ, ສາກົນ ແລະ ສາມາດນຳໃຊ້ໄດ້ ຢ່າງຍາວນານ.

No comments:

Post a Comment