Ad

Ad

30 December 2014

ຂະແໜງອຸດສາຫະກຳປຸງແຕ່ງຂອງລາວຂະຫຍາຍຕົວຕໍ່ເນື່ອງ



ກະຊວງ​ອຸດ​ສາ​ຫະກຳ​​ແລະ​ການ​ຄ້າ​ໃຫ້​ຮູ້​ວ່າ: ຮອບ​ປີຜ່ານມາ​ວຽກ​ງານ​ອຸດສາຫະກຳ​ປຸງ​ແຕ່ງ​ແລະ​ຫັດຖະກຳ​ຍັງ​ຢູ່​ໃນ​ທ່າ​ຂະຫຍາຍຕົວ​ໃນ​ລະດັບ​ດີ​ພໍ​ສົມ​ຄວນ,​ໂດຍ​ມີ​ມູນ​ຄ່າ​ປະມານ 5.357 ຕື້​ກີບ,ທຽບ​​ໃສ່​ປີຜ່ານມາ​ອັດ ຕາ​ການ​ຂະຫຍາຍຕົວ​ເພີ່ມຂື້ນ 6%,​ໃນ​ນີ້​ອຸດສາ​ຫະກຳ​ປຸງ​ແຕ່ງ​ກວມ​ເອົາ 96% ,​ເທົ່າ​ກັບ 3.857 ຕື້​ກີບ​ແລະ​ຫັດຖະກຳ​ກວມ​ເອົາ 4%,​ເທົ່ມ​ກັບ 161 ຕື້​ກີບ,ຊ່ຶງ​ຄາດ​ວ່າ​ສາມາດ​ປະຕິບັດ​ໄດ້​ຕາມ​ແຜນການ​ປີ,​​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ອຸດສາຫະກຳ​​ການ​ຜະລິດ​ເຊັ່ນ: ອຸດສາຫະກຳປຸງແຕ່ງກະສິກຳ,ກາເຟ,ເຄື່ອງດື່ມ,ຢາງພາລາ ,ສ່ວນ​ຫັດຖະກຳ​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ການແກະ​ສະຫຼັກ,ຈັກສານ​ຫວາຍ,​ໄມ້ປ່ອງແລະ​ຕ່ຳ​ແແຜນ,ການຂະ ຫຍາຍຕົວດັ່ງກ່າວເກີດຈາ​ກການ​ຜັນ​ຂະຫຍາຍ​ແນວທາງ​ນະ​ໂຍບາຍ​ຂອງ​ລັດ ຖະ ບານ​ຫັນ​ເປັນ​ນິຕິ​ກຳ​ຕ່າງໆ​​ເປັນ​ຕົ້ນ​:ກົດໝາຍ​ອຸດສາຫະກຳ​ປຸງ​​ແຕ່ງ, ກົດໝາຍ​ຫັດຖະ ກຳ​ແລະ​ລະບຽບ​ການ​ຄຸ້ມ​ຄອງ​ແລະ ສົ່ງ​ເສີມ​ຕ່າງໆ ,ລວມ​ໄປ​ເຖິງ​ການ​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ອຳນວຍ​ໃຫ້​ແກ່​ນັກທຸ​ລະ​ກິດ​ທັງ​ພາຍ​ໃນ​ແລະ​ຕ່າງ ປະ​ເທດ​ມາ​ລົງ​ທືນນັບ​ມື້​ຫຼາຍ​ຂື້ນ,​ໃນ​ເຂດ​​ນິຄົມ​ອຸດ​ສາ​ຫະກຳຕ່າງໆ.

ກະຊວງ​ດັ່ງກ່າວ​ໃຫ້​ຮູ້​​ວ່າ:​ປັດຈຸ​ບັນ​ສາມາດ​ກຳ​ນົດ​ເຂດ​ນິຄົມ​ອຸດ​ສາ​ຫະກຳ​ໃນ​​ປະ​ເທດທັງ​ໝົດ  60  ​ເຂດ,ມີ​ເນື້ອ​ທີ່​ຫຼາຍ​ກວ່າ 18 ພັນ​ເຮັກຕາ,​ໃນ​ນີ້​ເຂດ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ ນິຄົມ​ອຸດສາຫະກຳ​ແລະ​ການ​ຄ້າ​ວຽງ​ຈັນ​ໂນນ​ທອງ (VITA Park ) ຊຶ່ງພັດທະນາ​ພື້ນ​ຖານ​ໂຄງ​ລ່າງ​ໄປ​​ແລ້ວ​ຫຼາຍ ກວ່າ 60 %,ມີ​ການ​ລົງ​ທືນ​ແລ້ວ 28 ຫົວໜ່ວຍ​ທຸລະ​ກິດ,ຮອງ​ລົງ​ມາ​ແມ່ນ​ເຂດ​ນິຄົມ​ອຸດສາຫະກຳ​ນະຄອນ ຫຼວງ​ວຽງ​ຈັນ(VIP ) ຊຶ່ງ​ກຳລັງ​ມີ​ການ​ຂະ​ຫຍາ​ຍຕົວ​ດີ​ຂື້ນ​ເລື່ອຍໆ.

No comments:

Post a Comment