Ad

Ad

30 December 2014

ໂຕໂຍຕ້າຈັບສະຫຼາກມອບລາງວັນທ້າຍອາທິດທີ12 ໃຫ້ລູກຄ້າ



ເມື່ອບໍ່ດົນມານີ້, ບໍລິສັດລາວໂຕໂຍຕ້າບໍລິການຈຳກັດ, ສາຂາທົ່ງຂັນຄຳ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ຈັບສະຫຼາກມອບລາງວັນໃຫ້ລູກຄ້າ ໃນໂຄງ ການລາວໂຕໂຍຕ້າແຈກໂຊກທຸກໆທ້າຍອາທິດທີ 12 , ຊຶ່ງເປັນອາທິດສຸດທ້າຍ ຂອງໂຄງ ການ, ໂດຍມີລູກລູກຄ້າເຂົ້າຮ່ວມ ເປັນ ຈຳນວນຫຼາຍ.
ຜູ້ຈັດການຝ່າຍການຕະຫຼາດຂອງບໍລິສັດລາວໂຕໂຍຕ້າບໍລິການ ຈຳກັດກ່າວວ່າ:ໂຄງການດັ່ງກ່າວໄດ້ ເລີ່ມມາແຕ່ ເດືອນຕຸລາເປັນຕົ້ນມາ, ລວມມີ 12 ອາທິດ, ຊຶ່ງແຕ່ລະ ອາທິດໄດ້ມີການຈັບ ສະຫຼາກເພື່ອ ແຈກ ໂຊກອາທິດລະ 3 ລາງວັນໃຫ້ ລູກຄ້າຜູ້ທີ່ມາຊື້ລົດຈາກ ບໍລິສັດນັບແຕ່ວັນ 1 ຕຸລາເປັນຕົ້ນມາ,ຊຶ່ງ ລວມມີລາງວັນຄື: ລາງວັນທີ 1 ທ່ຽວປະເທດຍີ່ປຸ່ນມີ 12 ລາງ ວັນລາງວັນລະ 2 ຄົນ,ລາງວັນທີ 2 ລົດຈັກ YAMAHA SPARK ມີ 12 ລາງວັນ,ລາງວັນທີ 3 ໂທລະ ພາບສີ 40 ນິວ 12 ລາງວັນ,
ນອກຈາກນີ້ຍັງ ມີໂຄງການມ່ວນຫຼາຍທ້າຍປີຊຶ່ງຈະ ແຈກລາງວັນໃຫຍ່ຄື: ລົດກະບະວີ ໂກ້ 1 ຄັນ,ພ້ອມກັບລົດເກັ່ງວີ ອອດ,ລົດຈັກຟີໂນ ແລະ ອື່ນໆ,ລວມມູນ ຄ່າລາງວັນທັງ ໝົດ 1,4 ຕື້ກີບ ແລະ ການຈັບສະຫຼາກມອບໂຊກໃນຄັ້ງນີ້ຜູ້ໂຊກ ດີໄດ້ຮັບ ລາງວັນທີ 1 ໄດ້ແກ່ທ່ານ ສົມຊາຍ ແກ້ວພິລາວັນ, ລາງ ວັນ​ທີ 2 ທ່າ​ນ ນາງ ດາຫຼິ່ງ ແລະ ລາງວັນ​ທີ 3​ແມ່ນ ທ່ານນາງ ອຸໄດວອນ  ລັດຕະນະວົງ.

No comments:

Post a Comment