Ad

Ad

30 December 2014

ປະຊາຊົນ 450 ຄອບຄົວ​ທີ່​ໄດ້​ຮັບຜົນ​ກະທົບ​ໂຄງການ​ໄຟຟ້າ​ພະລັງງານ​ຄວາມ​ຮ້ອນ​ຫົງ​ສາ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ໃນ​ການ​ປູກຢາງພາລາ



ທ່ານ ສົມ​ມີ ໄຊ​ຍະ​ລາດ ຫົວໜ້າໜ່ວຍງານ​ການ​ຄຸ້ມ​ຄອງ, ​ຍົກຍ້າຍ​ຈັດ​ສັນ ແລະ ຟື້ນ​ຟູ​ອາຊີບ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ໄຟຟ້າ​ພະລັງງານ​ຄວາມ​ຮ້ອນ ຫົງ​ສາ​​ໃຫ້​ຮູ້ວ່າ: ​ເພື່ອ​ປະຕິບັດ​ຕາມ​ສັນຍາ​ສຳ​ປະທານ​ຂອງ​ໂຄງການ​ພະລັງງານ​ຄວາມ​ຮ​້ອນຫົງ​ສາ ​ລະຫວ່າງ​ລັດຖະບານ​ ລາວ ​ແລະ ບໍລິສັດ​ໄຟຟ້າ​ຫົງ​ສາ​ຈຳກັດ, ​​ໃນການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົ​ມຂອງ​ຊາດ ​ໂດຍ​ສະ​ເພາະ​ແມ່ນ​ຍົກ​ລະດັບ​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ເມືອງ​ຫົງ​ສາ, ​ແຂວງ​ໄຊ​ຍະ​ບູລີ ຜູ້​ທີ​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ກົງ​ນັ້ນ ໃຫ້ຫຼຸດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ມີ​ອາຊີບ​ທີ່ໝັ້ນທ່ຽງ ​ແລະ ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ. ພາຍຫຼັງທີ່​ໄດ້​ສຳ​ປະທານ​ໂຄງການ ຊາວບ້ານ​ຈຳນວນ 450 ຄອບຄົວ ຈາກ 4 ບ້ານ​ຄື: ບ້ານ​ຈຳປາ, ນາ​ໄມ້​ຍົມ, ນາ ໜອງຄຳ, ນາ​ຊາຍ​ຄຳ ​ແລະ 1 ໜ່ວຍທຳ​ການ​ຜະລິດ​ຂອງ​ບ້ານ​ຫານ ໄດ້​ຖືກຍົກຍ້າຍ​ໄປ​ສູ່​ບ້ານ​ຈັດ​ສັນ​ໃໝ່ນາ​ແກ່ນ​ຄຳ. ເຊິ່ງ​ໂຄງການ​ໄດ້​ໃຫ້​ການ​ເບິ່ງ​ແຍງ​ເອົາ​ໃຈ​ໃສ່​ປັບປຸງຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ໂດຍ​ການ​ສົ່ງ​ເສີມ​ອາຊີບ​ຕ່າງໆ​ເຊັ່ນ: ການ​ພັດທະນາ​ດ້ານ​ເຕັກນິກ​ກະສິກຳ ​ແລະ ປ່າ​ໄມ້, ອາຊີບ​ນອກ​ການ​ກະສິກຳ ​ແລະ ອື່ນໆ, ໃນ​ນັ້ນ ການ​ສົ່ງ​ເສີມ​ການ​ປູກ​ຢາງ ພາລາປະສົມ​ປະສານ​ກັບ​ພືດ​ທາງ​ເລືອກ​ອື່ນ ກໍ​ນອນ​ຢູ່​ໃນ​ແຜນ​ງານໜຶ່ງທີ່​ທາງ​ລັດຖະບານ​ໄດ້​ເນັ້ນ​ໃຫ້​ເປັນ​ກິດຈະ​ກຳຫຼັກ​ໃນ​
ການ​ສ້າງ​ລາຍ​ຮັບ​ໃຫ້​ບັນລຸ​ຕາມ​ເປົ້າໝາຍຂອງ​ໂຄງການ, ເພາະ​ເຫັນ​ວ່າ​ຢາງພາລາ​ເປັນ​ພືດ​ທີ່​ໃຫ້​ນ້ຳ​ຢາງ​ທີ່​ໃຊ້​ເປັນ​ວັດຖຸ​ດິບ​ໃນ​ການ​ສ້າງ​ພະ​ລິດ​ຕະພັນ​ຢາງ​ຊະນິດ​ຕ່າງໆທີ່​ມີ​ຄວາມ​ສຳຄັນ​ໃນ​ການ​ດຳລົງ​ຊີວິດ​ຂອງ​ມວນ​ມະນຸດ ​ເຊິ່ງ​ເຫັນ​ໄດ້​ນັບ​ຕັ້ງ​ແຕ່​ຜະລິດ​ຕະພັນ​ເຄື່ອງ​ໃຊ້​ຄົວ​ເຮືອນ, ຢາງ​ລົດຍົນ, ຢາງ​ສັງ​ເຄາະ ​ແລະ ອື່ນໆ ສະ​ແດງ​ໃຫ້​ເຫັນ​ວ່າ​ຊີວິດ​ປະ​ຈຳ​ວັນ​ຂອງ​ຄົນ​ເຮົາ​ມີ​ສ່ວນ​ກ່ຽວຂ້​ອງກັບ​ຢາງ​ຕະຫຼອດ​ເວລາ. ໃນ​ນັ້ນ​ແຕ່​ລະ​ຄອບຄົວ​ທີ່​ຖື​ກຍົກຍ້າຍ​ໄປ​ຢູ່​ເຂດ​ຈັດ​ສັນ​ໃໝ່ຈະ​ໄດ້​ຮັບ​ການຈັດ​ສັນ​ດິນ​ທຳ​ການ​ຜະລິດ​ໃຫ້ 1 ຄ​ອບຄົວ​ຕໍ່ 2 ເຮັກຕາ, ​1 ເຮັກຕາ ໂຄງການ​ໄດ້​ສົ່ງ​ເສີມ​ໃຫ້​ຊາວບ້ານ​ປູກ​ຢາງພາລາປະສົມ​ປະສານ​ກັບ​ພືດ​ເສດຖະກິດ​ອື່ນໆ ແລະ ອີກ 1 ເຮັກຕາ​ແມ່ນ​ສົ່ງ​ເສີມ​ໃຫ້​ປູກ​ພື​ກທາງ​ເລືອກ​ທົ່ວ​ໄປ​ຕາມ​ຄວາມ​ເໝາະສົມ ​ແລະ ທ່າ​ແຮງ​ຂ​ອງ​ແຕ່​ລະ​ຄອບຄົວ.
            ໃນ​ປີຜ່ານມາ ທີ​ມງານ​ຂອງ​ໂຄງການ​ໄດ້​ສົມທົບ​ກັບ​ຫ້ອງການ​ທີ່​ກ່ຽວຂ້ອງ​ພາກ​ລັດ​ໄດ້​ລົງ​ຈັດຕັ້ງ ກຸ່ມ​ຊາວ​ກະສິກອນ ເພື່ອ​ປູກ​ຢາງພາລາ​ໃຫ​້​ໄດ້ 450 ເຮັກຕາ, ​ປັດຈຸບັນ​ນອກຈາກ​ຈະ​ສົ່ງ​ເສີມ​ການ​ປູກ​ຢູ່​ໃນ​ເຂດ​ບ້ານ​ຈັດ​ສັນ​ຂອງ​ໂຄງການແລ້ວ​ ​ຍັງ​ມີ​ການ​ສົ່ງ​ເສີມ​ການ​ປູກ​ຢາງພາລາຢ່າງ​ກ້ວາງ​ຂວາງ, ​ແຕ່​ຊາວບ້ານ​ກຸ່ມ​ດັ່ງກ່າວ ລວມ​ເຖິງ​ພະ ນັກງານ​ກ່ຽວຂ້ອງຍັງ​ຂາດ​ຄວາມ​ຮູ້, ປະສົບ​ການ ແລະ ຄວາມ​ຊຳນານ​ໃນ​ການ​ປູກ​ຢາງພາລາ ​ເປັນຕົ້ນ​ແມ່ນ​ການ​ຄັດ​ເລືອກ​ເນື້ອ​ທີ່​, ການ​ນຳ​ໃຊ້ແນວ​ພັນ​, ​ເຕັກນິກ​ການ​ປູກ ​ແລະ ການ​ບົວລະບັດ​ຮັກສາ, ​ເຊິ່ງບັນຫາດັ່ງກ່າວ​​ເຮັດ​ໃຫ້ເກີດ​ຜົນ​ກະທົບ​ໂດຍ​ກົງ ​ເຮັດ​ໃຫ້​ປະສິດທິພາບ​ຂອງ​ຜົນ​ຜະລິດ​ຢາງຕົກຕໍ່າ ຫຼື ບໍ່ປະສົບ​ຜົນ​ສຳ​ເລັດ​ເທົ່າ​ທີ່​ຄວນ. ສະນັ້ນ, ທາງ​ໂຄງການ​ຈຶ່ງ​ເຫັນ​ໄດ້​ຄວາມ​ສຳຄັນ ແລະ ຄວາມ​ຈຳ​ເປັນ​ທີ່​ຈະ​ແກ້​ໄຂ​ບັນຫາ​ດັ່ງກ່າວ ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ ​ແລະ ຄວາມ​ຊຳນິ​ຊຳນານ​ໃນ​ການ​ປູກ ​​ໃນ​ການ​ຜະລິດ​ຢາງພາຣາຂອງ​ຊາວ​ກະສິກອນ​ໃຫ້​ມີ​ປະສິດທິ​ຜົນ​ສູງ ​ແລະ ປະສົບ​ຜົນ​ສຳ​ເລັດ​​ໃນ​ເປົ້າໝາຍທີ່​ວາງ​ໄວ້, ສະນັ້ນ ຈຶ່ງໄດ້​ຄົ້ນ​ຄ້ວາ​ຮຽບຮຽງ​ເອົາ​ເອກະສານ​ປື້​ມຄູ່​ມື​ການ​ປູກ​ຢາງພາລາຈາກ​ສະບັບ​ຕ່າງໆ​ເປັນຕົ້ນ​ແມ່ນ​ປື້​ມຄູ່​ມື​ຈາກ​ສະ​ຖາ​ບັນ​ຄົ້ນ​ຄ້ວາ ວິທະຍາສາດ​ເຕັກນິກ​ກະສິກຳ ​ແລະ ປ່າ​ໄມ້, ກອງ​ສົ່ງ​ເສີມ​ກະສິກຳ ​ແລະ ປ່າ​ໄມ້​ແຫ່ງ​ຊາດ, ຖອດ​ຖອນ​ບົດຮຽນຈາກ​ການ​ປູກ​ຕົວ​ຈິງ​ຂອງ​ຊາວ ບ້ານ ຫາດ​ຍາວ ​ແຂວງຫຼວງນ້ຳ​ທາ ​ແລະ ​ເອກະສານ​ການ​ປູກ​ຢາງພາລາຈາກ​ປະ​ເທດ​ໄທ​ມາ​ໝູນ​ໃຊ້​ເພື່ອ​ໃຫ້​ເກີດ​ປະສິດທິພາບ​ສູງ.

No comments:

Post a Comment