Ad

Ad

30 December 2014

ຫາລືສະພາບການລົງທຶນຢູ່ລາວ



               ກະຊວງແຜນການ ແລະ ການລົງທຶນຮ່ວມກັບສະຖານທູດຈີນ ແລະ ສະພາການຄ້າຈີນປະຈຳລາວ ຈັດ ກອງປະຊຸມພົບປະແລກປ່ຽນລະຫວ່າງພາກລັດ ແລະ ນັກທຸລະກິດຈີນ ຄັ້ງທີ IV ຂຶ້ນ, ເພື່ອທົບທວນຄືນບັນດານະໂຍ ບາຍຕ່າງໆ ຂອງລັດຖະບານ ແລະ ແຈ້ງສະພາບການມາລົງທຶນຂອງຕ່າງປະເທດຢູ່ລາວ ໃນແຕ່ລະໄລຍະ, ໂດຍສະເພາະການລົງທຶນຂອງນັກທຸລະກິດຈີນ. ພ້ອມ ເປີດໂອກາດ ໃຫ້ພາກລັດຮັບຟັງຂໍ້ສະເໜີກ່ຽວກັບຂໍ້ສະດວກ ແລະ ຫຍຸ້ງ ຍາກ ຕ່າງໆຂອງນັກທຸລະກິດຈີນ ແລະ ທົບທວນຄືນການຈັດຕັ້ງປະຕິບັດກົນໄກຕ່າງໆທີ່ໄດ້ຕົກລົງຮ່ວມກັນໃນຄັ້ງ ຜ່ານມາ ແລະ ຮ່ວມກັນປັບປຸງແກ້ໄຂບັນຫາຕ່າງໆໃນການລົງທຶນຢູ່ ສປປ ລາວ ໃນຕໍ່ໜ້າ.
     ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ລັດຖະບານລາວ ໄດ້ປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ແລະ ການລົງທຶນດ້ວຍການປັບປຸງນິຕິກຳ ແລະນະໂຍບາຍ
ພ້ອມກັບການສ້າງປັດໄຈເອື້ອອຳນວຍໃນການຊຸກຍູ້ຕ່າງໆໃຫ້ພາກທຸລະກິດມີເງື່ອນໄຂສະດວກ ເພື່ອໃຫ້ມີການລົງທຶນ ຫລາຍຂຶ້ນໂດຍສະເພາະການປັບປຸງກົນໄກການອະນຸຍາດຕ່າງໆໃຫ້ໄວຂຶ້ນ, ເຮັດໃຫ້ການປະກອບສ່ວນ, ການພັດທະ ນາເສດຖະກິດ-ສັງຄົມຂອງປະເທດເຂັ້ມແຂງ.ປັດຈຸບັນການລົງທຶນຂອງນັກທຸລະກິດຈີນຢູ່ລາວມີຫລາຍຂະແໜງ ການນັບມື້ນັບເພີ່ມຂຶ້ນທັງດ້ານຈຳນວນໂຄງການ ແລະ ມູນຄ່າການລົງທຶນ.
                ທ່ານ ມະໂນທອງ ວົງໄຊ ຫົວໜ້າກົມສົ່ງເສີມການລົງທຶນ ໃຫ້ຮູ້ວ່າ: ການລົງທຶນຂອງນັກທຸລະກິດຈີນຢູ່
ລາວ ນັບມື້ນັບເພີ່ມຂຶ່ນຈັດຢູ່ໃນອັນດັບໜຶ່ງຈາກ 53 ປະເທດທີ່ເຂົ້າມາລົງທຶນໃນລາວ.ນັບແຕ່ປີ 1988 ມາເຖິງປັດຈຸ ບັນມີທັງໝົດ 756 ໂຄງການ,ມູນຄ່າການລົງທຶນ 5,1 ຕື້ໂດລາສະຫະລັດ,ໃນນັ້ນການປະກອບສ່ວນ ຮຸ້ນຂອງຝ່າຍ ລາວ 1,2 ຕື້ໂດລາ ແລະ ຮຸ້ນຂອງຝ່າຍຈີນ 3,9 ຕື້ໂດລາ. ຂະແໜງການທີ່ມີການລົງທຶນຫລາຍແມ່ນຂະແໜງບໍ່ແຮ່, ກະສິກຳ,ພະລັງງານໄຟຟ້າ,ຂະແໜງບໍລິການ ແລະ ຂະແໜງການອື່ນໆ.
     ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 29 ທັນວາຜ່ານມານີ້, ທີ່ໂຮງແຮມດອນຈັນພາເລດ,ນະຄອນຫລວງ ວຽງຈັນ, ໂດຍມີທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ທ່ານ ກວນ​ຮົວປິງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳລາວ, ມີບັນດານັກທຸລະກິດລາວ ແລະ ຈີນເຂົ້າຮ່ວມ.

No comments:

Post a Comment