Ad

Ad

30 December 2014

5,5 ລ້ານໂຕນແຜນຜະລິດເຂົ້າຂອງລັດຖະບານຮອດປີ 2025



              ລັດຖະບານຄາດຄະເນວ່າແຕ່ນີ້ຮອດປີ 2025 ເສດຖະກິດຂອງປະເທດຈະຂະຫຍາຍຕົວໄວໃນລະດັບ
ສະເລ່ຍ 8% ຕໍ່ປີ ແລະ ພົນລະເມືອງຈະເພີ່ມຂື້ນປະມານ 8 - 10 ລ້ານຄົນ.ສະນັ້ນ,ບັນຫາສຳຄັນທີ່ຈະຕ້ອງ
ໄດ້ຄຳນຶງເຖິງແມ່ນການຄ້ຳປະກັນສະບຽງອາຫານ ແລະ ເພື່ອຮອງຮັບກັບສະພາບດັ່ງກ່າວລັດຖະບານຈຶ່ງໄດ້
ວາງແຜນຜະລິດເຂົ້າໃນແຕ່ລະໄລຍະຄື: ຮອດປີ 2020 ສູ້ຊົນຜະລິດເຂົ້າເປືອກໃຫ້ໄດ້ປະມານ 4 - 5 ລ້ານໂຕນ, ໃນນັ້ນເຂົ້າໜຽວປະມານ 70% ແລະ ເຂົ້າຈ້າວ 30%.ສຳລັບຄ້ຳປະກັນສະບຽງອາຫານໃຫ້ໄດ້ເຂົ້າເປືອກປະມານ 2,5 ລ້ານໂຕນ,ໃນນີ້,ເຂົ້າບໍລິໂພກ 2,1 ລ້ານໂຕນ ແລະ ເຂົ້າຄັງແຮ 4 ແສນໂຕນ(ກຸ້ມໄດ້ປະມານ 2-3 ເດືອນ) ແລະ ຮອດປີ 2025 ສູ້ຊົນຜະລິດຜະລິດເຂົ້າເປືອກໃຫ້ໄດ້ 5 - 5,5 ລ້ານໂຕນ, ເຊິ່ງລັດຖະບານໄດ້ກຳນົດເອົາເນື້ອທີ່ນາ ລວມປະມານ 6 ແສນເຮັກຕາຢູ່ໃນ 10 ແຂວງເປັນເຂດຜະລິດຄື:ນະຄອນຫລວງວຽງຈັນ, ຫລວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ.ຂະນະທີ່ລັດຖະບານ ໄດ້ຕັ້ງຄະນະກຳມະ ການລະດັບຊາດເພື່ອຊີ້ນຳການຈັດຕັ້ງປະຕິບັດແຜນການດັ່ງກ່າວ, ໂດຍທ່ານຮອງນາຍົກລັດຖະມົນຕີ,ຜູ້ຊີ້ນຳວຽກງານເສດ ຖະກິດການຜະລິດ ແລະ ຈໍລະຈອນເປັນປະທານ, ເຊິ່ງຄະນະກຳມະການດັ່ງກ່າວຈະເປັນ ຜູ້ຄົ້ນຄວ້ານິຕິກຳ, ມາດຕະກາ ນເພື່ອສົ່ງເສີມການຜະລິດພາຍໃນ, ຂົນຂວາຍແຫລ່ງທຶນ ແລະ ບັນດາປະຖົມປັດໃຈເພື່ອ ເຮັດໃຫ້ວຽກງານດັ່ງກ່າວບັນລຸຜົນ ສຳເລັດທີ່ວາງໄວ້.  

No comments:

Post a Comment