Ad

Ad

30 December 2014

ຄົນລາວດື່ມສິ່ງມຶນເມົາຫລາຍເປັນອັນດັບໜຶ່ງໃນອາຊຽນ



             ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ອັດຕາການດື່ມສິ່ງທີ່ມີທາດ ເຫລົ້ າຂອງຄົນລາວທີ່ມີອາຍຸແຕ່ 15 ປີຂື້ນໄປເປັນອັນດັບໜຶ່ງໃນບັນດາປະເທດ ອາ ຊຽນສະເລ່ຍຫລາຍກວ່າ 15 ລິດຕໍ່ຄົນຕໍ່ປີ.ຂະນະທີ່ກົດໝາຍວ່າດ້ວຍການ ຄວບຄຸມທາດເຫລົົ້າຫາກໍຖືກຮັບຮອງຈາກສະພາແຫ່ງຊາດໃນທ້າຍປີ 2014.
              ຕົວເລກທີ່ບໍ່ເພິ່ງປາດຖະໜາດັ່ງກ່າວໄດ້ສົ່ງຜົນກະທົບອັນບໍ່ດີຫລາຍດ້ານ ເປັນຕົ້ນ: ເປັນພາລະໜັກໜ່ວງ ດ້ານເສດຖະກິດກວມປະມານ 2% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ເທົ່າກັບ 1500 ຕື້ກີບ,ມີຄົນເປັນ ພະຍາດຕັບແຂງຫລາຍກວ່າ 2 ພັນຄົນ ແລະ ມີຜູ້ເສຍຊີວິດຫລາຍຮ້ອຍຄົນຍ້ອນດື່ມສິ່ງມຶນເມົາແລ້ວ ຂັບຂີ່ລົດ ແລະ ເກີດອຸປະຕິເຫດໃນແຕ່ລະປີ.ນອກຈາກນີ້,ກະຊວງສາທາລະນະສຸກຍັງເປີດເຜີຍຜົນສຳຫລວດໃນໜຶ່ງ ປີຜ່ານມາພົບວ່າ: 75% ບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າ,ໃນນັ້ນ 32% ດື່ມເປັນປະຈຳ,68% ດື່ມບາງໂອກາດ ແລະ 6% ດື່ມຢ່າງ ໜ້ອຍ 5 ເທື່ອຕໍ່ອາທິດ,ເຊິ່ງສາເຫດໜຶ່ງພາໃຫ້ຄົນລາວດື່ມສິ່ງມຶນເມົາຫລາຍກໍແມ່ນຍ້ອນສາ ມາດເຂົ້າເຖິງ ການ ຊື່ເຄື່ອງດື່ມປະເພດດັ່ງກ່າວໄດ້ງ່າຍຄື: 85% ຂອງຮ້ານຄ້າທີ່ຈຳໜ່າຍເຄື່ອງດື່ມມີທາດເຫລົ້າໃກ້ເຮືອນຂອງປະຊາ ຊົນໃນໄລຍະຕ່ຳກວ່າ 100 ແມັດ ແລະ ຮ້າຍໄປກວ່ານັ້ນ 7% ແມ່ນມີເຄື່ອງດື່ມປະເພດດັ່ງກ່າວເກັບໄວ້ໃນເຮືອນ.
ນອກຈາກນີ້, ຜົນການສຳຫລວດກ່ຽວກັບການໃຊ້ຄວາມຮຸນແຮງໃນຄອບຄົວຈາກການດື່ມສິ່ງມືນເມົາແມ່ນ 40% ເກີດມີການຜິດຖຽງໃນຄອບຄົວ, 36% ຂອງການຜິດຖຽງກັນທີ່ບໍ່ມີຈຸດປະສົງກັບບຸກຄົນໃດໜຶ່ງ,11% ມີຄວາມພະຍາ ຍາມມີເພດສຳພັນ ແລະ 10% ຖືກຄຸກຄາມ ແລະ ມີເພດສຳພັນແບບຖືກບັງຄັບ. ແນວໃດກໍຕາມ, ກະຊວງສາທາ ລະນະສຸກເຊື່ອໝັ້ນວ່າ: ກົດໝາຍວ່າດ້ວຍການຄວບຄຸມທາດເຫລົ້ານີ້,ຈະຊ່ວຍຫລຸດຜ່ອນບັນດາຜົນກະທົບ ແລະ ຜົນ ຮ້າຍທີ່ມາຈາກເຄື່ອງດື່ມທີ່ມີທາດເຫລົ້າຕໍ່ສຸຂະພາບ, ເສດຖະກິດ-ສັງຄົມ, ວັດທະນາທຳອັນດີງາມຂອງຊາດ,ທັງເຮັດ ໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເນື່ອງຈາກໄດ້ມີການຫ້າມ ແລະ ຈຳກັດເວລາສະຖານທີ່ຈຳໜ່າຍ ແລະ ດື່ມ,ຈຳກັດການໂຄສະນາ ແລະ ເພີ່ມອັດຕາພາສີ, ອາກອນໃຫ້ສູງເພື່ອຫລຸດຜ່ອນບັນຫາດັ່ງກ່າວ.

No comments:

Post a Comment