Ad

Ad

30 December 2014

10 ອຸປະຕິເຫດຮຸນແຮງບົນທ້ອງຖະໜົນ ທົ່ວປະເທດ ໃນປີ 2014



     ປີ 2014 ໄດ້ມີອຸປະຕິເຫດເກີດຂຶ້ນຫລາຍໃນທົ່ວປະເທດ, ເຊິ່ງໜັງສືພີມລາວພັດທະນາໄດ້ຄັດຈ້ອນ ເອົາ 10 ອຸປະຕິເຫດ ທີ່ສ້າງຄວາມເສຍຫາຍຫລາຍຄື: ລົດເມຢຽບຄົນເສຍຊີວິດ 1 ຄົນ ຢູ່ເສັ້ນທາງເລກ 13 ເໜືອ ໃນວັນທີ 23 ມັງກອນ 2014 ຢູ່ເຂດ ບ້ານນາຊາຍທອງ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ລົດເມຄັນດັ່ງກ່າວ ໄດ້ແລ່ນມາດ້ວຍຄວາມໄວ ໄດ້ຢຽບເອົາ ຊາຍ ຄົນໜຶ່ງທີ່ຍ່າງຢູ່ແຄມທາງເຂົ້າໄປໃນກ້ອງລົດ ເຮັດ ໃຫ້ເສຍ ຊີວິດຄາທີ່.
ລົດບັນທຸກ 18 ລໍ້ ຕຳລົດວີໂກ້ກາງຂົວປາກເຊ-ໂພນທອງ ແຂວງຈຳປາສັກ ແລ້ວຕົກລົງນ້ຳຂອງ ມີຜູ້ເສຍຊີວິດ 2 ຄົນ ເຫດການດັ່ງກ່າວເກີດຂຶ້ນໃນຕອນເຊົ້າມືດຂອງວັນທີ 29 ເມສາ 2014 ໂດຍລົດບັນທຸກແມ່ນມາແຕ່ປະເທດໄທ ເພື່ອມາສົ່ງສິນ ຄ້າຢູ່ແຂວງເຊກອງ ພໍມາຮອດກາງຂົວໄດ້ໄປຕຳກັບລົດວີໂກ້ທີ່ຂັບຂີ່ມາດ້ວຍຄວາມໄວ ເຮັດໃຫ້ຜູ້ຂັບລົດບັນທຸກ ແລະ ລົດວີໂກ້ ເສຍຊີວິດຄາທີ່.
ລົດບັນທຸກຊີມັງຕຳລົດຈັກຢ່າງຮຸນແຮງຢູ່ເສັ້ນທາງແຂວງຈຳປາສັກ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ຄົນ, ໂດຍລົດຈັກຂັບຂີ່ ດ້ວຍຄວາມໄວ ເສຍຫລັກຂ້າມເລນມາຕຳກັບລົດບັນທຸກຊີມັງຢ່າງແຮງ ເຮັດໃຫ້ ຄົນຂັບລົດຈັກ ເສຍຊີວິດຄາທີ່. ວີໂກ້ ຕຳຟໍຈຸນເນີ ມີເສຍຊີວິດຄາທ່ີ 2 ຄົນ, ອຸປະຕິເຫດຄັ້ງນີ້ ເກີດຂຶ້ນໃນວັນທີ 20 ກໍລະກົດ 2014, ຢູ່ເຂດໂຮງງານນ້ຳຕານ ບ້ານແກ້ງແຮດ, ເມືອງໄຊບູລີ, ແຂວງສະຫວັນນະເຂດ, ຊຶ່ງລົດ ວີໂກ້ມີໝູ່ 2 ຄົນ ທີ່ຂີ່ມານຳ ເສຍຊີວິດ 1 ຄົນ ສ່ວນລົດຟໍຈຸນເນີ ມີໝູ່ມານຳ 3 ຄົນ ເສຍຊີວິດ 1 ສ່ວນທີ່ເຫລືອ ໄດ້ຮັບບາດ ເຈັບສາຫັດ.

ລົດເກັງຕຳລົດຈັກເສຍຊີວິດຄາທີ່ 1 ຄົນ ອຸປະຕິເຫດດັ່ງກ່າວເກີດຂຶ້ນໃນວັນທີ 9 ສິງຫາ 2014, ຢູ່ເຂດບ້ານໜອງໄຮ, ເມືອງຫາດ ຊາຍຟອງ, ນະຄອນຫລວງວຽງຈັນ, ໂດຍລົດ ເກັງຂັບຂີ່ມາແຕ່ 4 ແຍກໄຟແດງໜອງໄຮດ້ວຍຄວາມໄວ ພໍມາຮອດຈຸດເກີດເຫດ ໄດ້ຕຳ ກັບລົດຈັກທີ່ສວນທາງ ມາດ້ວຍຄວາມໄວເຊັນກັນ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ໜຶ່ງ.
ເມົາແລ້ວຂັບລົດໃຫຍ່ຕຳຄົນເສຍຊີວິດ ໃນວັນທີ 4 ພະຈິກ 2014, ຢູ່ຖະໜົນຫລວງພະບາງ ຕໍ່ໜ້າຮ້ານບັນເທິງ ແອດ ໂຮມ ບ້ານຂຸນຕາ ເມືອງສີໂຄດຕະບອງ ນະຄອນຫລວວຽງຈັນ ລົດໃຫຍ່ ຄັນດັ່ງກ່າວຂັບຂີ່ມາເສັ້ນທາງຟ້າງຸ່ມດ້ວຍຄວາມໄວ ພໍມາຮອດຈຸດເກີດເຫດຈຶ່ງເສຍຫລັກເຈີດມາ ຕຳເອົາລົດຈັກ 3 ຄັນ ແລະ ໄປຕຳເອົາລົດໃຫຍ່ທີ່ຈອດຢູ່ 4 ຄັນ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ບາດເຈັບສາຫັດ 2 ຄົນ.
ລົດບັນທຸກນ້ຳມັນຕຳລົດຈັກຢູ່ທາງ 450 ປີ ເສຍຊີວິດໜຶ່ງຄົນ ອຸປະຕິເຫດດັ່ງກ່າວເກີດຂຶ້ນໃນວັນ ທີ 18 ພະຈິກ 2014,  ໂດຍລົດບັນທຸກນ້ຳມັນ ແລະ ລົດຈັກແມ່ນຂີ່ມາໃນທິດທາງດຽວກັນ ພໍມາຮອດຈຸດເກີດເຫດລົດຈັກໄດ້ຫັກລົບລົດບັນທຸກທີ່ຈອດຢູ່ ແຄມທາງຈຶ່ງຖືກລົດບັນທຸກນ້ຳມັນ ຕຳຢ່າງຮຸນແຮງຈົນເສຍຊີວິດ.
ລົດບັນທຸກຕຳລົດຈັກເສຍຊີວິດຄາທີ່ຢູ່ເສັ້ນທາງ 13 ເໜືອ ໃນວັນທີ 20 ພະຈິກ 2014, ຢູ່ເສັ້ນ ທາງເລກ 13 ເໜືອ ເຂດ ບ້ານນາງ່າເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍລົດບັນ ທຸກຄັນແລ່ນມາແຕ່ແຂວງຊຽງຂວາງ ຫາ ນະຄອນຫລວງ ວຽງຈັນ ພໍມາຮອດຈຸດເກີດເຫດລົດຈັກໄດ້ແລ່ນຂ້າມທາງເບື້ອງໜຶ່ງ ຈຶ່ງຕຳກັນໜ້າເຊິ່ງໜ້າ ເຮັດໃຫ້ຜູ້ຂັບຂີ່ລົດຈັກ ເສຍຊີວິດ ຄາທີ່.
ລົດບັນທຸກຕຳລົດຈັກເສຍຊີວິດ 2 ລາຍ, ອຸປະຕິເຫດດັ່ງກ່າວເກີດຂຶ້ນໃນຕອນກາງຄືນ ຂອງວັນທີ 16 ທັນວາ 2014, ຢູ່ຖະໜົນທ່າເດື່ອ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ເຊິ່ງລົດບັນ ທຸກແລ່ນມາແຕ່ທາງວັດຊຽງຄວນ, ສ່ວນຄົນ ຂັບແມ່ນມີອາການມືນເມົາ ເມື່ອມາຮອດຈຸດເກີດ ເຫດຈຶ່ງໄປຕຳເອົາລົດຈັກທີ່ຂີ່ສວນມາ ເຮັດໃຫ້ຜູ້ຂັບລົດຈັກ ແລະ ຜູ້ຊ້ອນ ເສຍຊີວິດຄາທີ່.
ລົດພ່ວງ ຕຳລົດຈັກເສຍຊີວິດຄາທີ່ 1 ຄົນ ເຫດການດັ່ງກ່າວເກີດຂຶ້ນໃນ ເວລາ 20:00 ຂອງ ວັນທີ 27 ທັນວາ 2014, ຢູ່ບ້ານດ່ານຄຳ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ເຊິ່ງຜູ້ ຂັບຂີ່ລົດຈັກໄດ້ພະຍາຍາມທີ່ຈະ ແຊງຂຶ້ນລົດບັນທຸກທາງ ເບື້ອງຂວາ, ແຕ່ມີລົດໃຫຍ່ຈອດຢູ່ແຄມ ທາງ ເລີຍເຮັດໃຫ້ລົດຈັກເສຍຫລັກລົ້ມເຂົ້າກ້ອງລົດພວງ ເຮັດ ໃຫ້ເສຍຊີວິດຄາທີ່.
             ສາເຫດອຸປະຕິເຫດສ່ວນໃຫຍ່ ແມ່ນເກີດຈາກການຂັບຂີ່ດ້ວຍຄວາມປະໝາດ, ບໍ່ເຄົາລົບກົດ ຈະລາຈອນ, ດື່ມສິ່ງມຶນ ເມົາແລ້ວຂັບຂີ່ລົດ. ສະນັ້ນ ໃນປີໃໝ່ທີ່ຈະມາເຖິງນີ້ ຂໍໃຫ້ທຸກຄົນຄວນມີສະຕິ ໃນການຂັບຂີ່, ເມົາແລ້ວບໍ່ຂັບ, ເຄົາລົບກົດຈະລາ ຈອນ ແລະ ຂັບຂີ່ດ້ວຍການໃຫ້ກຽດເຊິ່ງກັນ ແລະ ກັນ.

No comments:

Post a Comment