ວັນທີ 29 ທັນວາ ຜ່ານມານີ້, ທ່ານ
ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຊີ້ນຳໂຄງການອອກແບບ ແລະ
ກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ໄດ້ມອບເງິນຊົດເຊີຍໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງກາກໍ່ສ້າງຫໍສະພາຫຼັງໃໝ່ຢູ່ເຂດບ້ານທາດຫຼວງເໜືອ,
ເຊິ່ງມີຈຳນວນ 29 ຕອນດິນ, 29 ຫຼັງຄາເຮືອນ ແລະ 32 ຄອບຄົວ, ໃນວົງເງິນທັງໝົດ
36 ຕື້ກີບ.
ທ່ານ
ດຣ ເກດແກ້ວ ສີຫາລາດ ຫົວໜ້າຄະນະຄຸ້ມຄອງໂຄງການອອກແບບ ແລະ ກໍ່ສ້າງຫໍ່ສະພາແຫ່ງຊາດຫຼັງໃໝ່ໃຫ້ຮູ້ວ່າ:
ນີ້ເປັນໂຄງການໃຫຍ່ລະດັບຊາດ, ພາຍຫຼັງທີ່ມີການຕົກລົງໃຫ້ປຸກສ້າງຫໍສະພາແຫ່ງຊາດຫຼັງໃໝ່
ສະຖາບັນໂຍທາທິການ ແລະ ຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮັບການມອບໝາຍໃຫ້ສຳຫຼວດພື້ນທີ່,
ເກັບກຳຂໍ້ມູນ ແລະ ປະເມີນມູນຄ່າສິ່ງທີ່ແຕະຕ້ອງກໍຄື ທີ່ດິນ, ສິ່ງປຸກສ້າງ
ແລະ ຜົນລະປູກ. ການສຳຫຼວດ ນີ້ແມ່ນອິງໃສ່ແຜນຜັງຕົວເມືອງວຽງຈັນໄລຍະ 2 ເພື່ອໃຫ້ສອດຄ່ອງກັບແຜນຜັງການປັບປຸງອ້ອມກົມມະລຽນພະທາດຫຼວງ
ແລະ ສະໜາມຫຼວງໄລຍະ 2 ເຊິ່ງເຫັນໄດ້ວ່າພື້ນທີ່ ຄວາມຕ້ອງການທັງໝົດ 3,32 ເຮັກຕາ, 29 ຕອນດິນ,
29 ຫຼັງຄາເຮືອນ ແລະ 32 ຄອບຄົວ.ຈາກນັ້ນຄະນະກຳມະການໄກ່ເກ່ຍຈຶ່ງໄດ້ດຳເນີນການປະສານສົມທົບກັບອຳນາດການປົກຄອງບ້ານທາດຫຼວງເໜືອ
ແລະ ຄອບຄົວ ທີ່ໄດ້ຮັບຜົນກະທົບ ເພື່ອຮ່ວມກັນພິຈາລະນາແກ້ໄຂ ແລະ ໄດ້ຮັບການຮ່ວມມືເປັນຢ່າງດີ.
ໃນຂະນະດຽວກັນ ທາງສະພາແຫ່ງຊາດກໍ່ໄດ້ຂຶ້ນແຜນງົບປະມານເພື່ອກໍ່ສ້າງພື້ນຖານໂຄງລ່າງຢູ່ບ້ານໄຊສົມບູນ
( ບ້ານຈັດສັນຫຼັກ 21) ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນບ່ອນຮອງຮັບການຍົກຍ້າຍຂອງປະຊາຊົນທັງໝົດ
ເຊິ່ງປັດຈຸບັນໄດ້ສຳເລັດການກໍ່ສ້າງເສັ້ນທາງ, ຕາຂ່າຍໄຟຟ້າ, ນ້ຳປະປາ ແລະ ການຈັດສັນ-ແບ່ງດິນໃຫ້ແຕ່ລະຄອບຄົວ.
ສຳລັບການຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບຈະໃຫ້ສຳເລັດພາຍໃນຕົ້ນປີ
2015 ຄາດວ່າຈະ ເລີ່ມດຳເນີນໂຄງການກໍ່ສ້າງສະພາຫຼັງໃໝ່ໃນຕົ້ນປີ 2016 ແລະ ຈະໃຫ້ສຳເລັດໃນທ້າຍປີ
2018.

No comments:
Post a Comment