Ad

Ad

30 December 2014

ຈະປັບປຸງຄຳສັ່ງນາຍົກກ່ຽວກັບການຄຸ້ມຄອງໄມ້



               ກອງປະຊຸມລັດຖະບານປະຈຳເດືອນທັນວາ 2014 ທີ່ສຳເລັດລົງເມື່ອບໍ່ດົນນີ້,ໂດຍການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ,ຄະນະລັດຖະບານໄດ້ເຫັນດີການປັບປຸງຄຳສັ່ງຂອງນາຍົກວ່າດ້ວຍກາ ນເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ,ປົກປັກຮັກສາປ່າໄມ້ ແລະ ທຸລະກິດໄມ້,ເຊິ່ງເນື້ອໃນຄຳສັ່ງດັ່ງກ່າວ ໄດ້ກຳນົດມາດຕະການກ່ຽວກັບການຈັດສັນ ແລະ ຄຸ້ມຄອງປ່າໄມ້,ການຂຸດຄົ້ນໄມ້,ການຄຸ້ມຄອງທຸລະກິດໄມ້ ແລະ ເຄື່ອງປ່າຂອງດົງ, ການປະຕິບັດນະໂຍບາຍດ້ວຍໄມ້,ນະໂຍບາຍຕໍ່ຜູ້ທີ່ມີຜົນງານໃນການຄຸ້ມຄອງໄມ້ ແລະ ມາດຕະ ການຕໍ່ໂຮງງານ ແລະ ຕໍ່ຜູ້ທີ່ຄ້າຂາຍໄມ້ຜິດກົດໝາຍ,ການປັບປຸງພາລະບົດບາດຂອງສະມາຄົມອຸດສະຫະກຳປຸງແຕ່ງ ໄມ້ສຳເລັດຮູບລາວ,ການຂໍອະນຸມັດນຳເຂົ້າໄມ້ຈາກຕ່າງປະເທດ ແລະ ໄມ້ຜ່ານ, ຂໍ້ຫ້າມສຳລັບບຸກຄົນ ຫລື ນິຕິບຸກຄົນ, ການຈັດຕັ້ງ ລວມທັງຂະແໜງສູນການ ແລະ ທ້ອງຖິ່ນ. ຂະນະດຽວກັນ, ກອງປະຊຸມໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການຄຸ້ມຄອງ, ກວດກາໃຫ້ຮັດກຸ່ມ ແລະ ເຂັ້ມງວດ,ພ້ອມທັງສົ່ງເສີມການປູກຕົ້ນ ໄມ້ມີຄ່າເພື່ອມີໄວ້ເຊັ່ນລູກເຊັ່ນຫລານ.

No comments:

Post a Comment