Ad

Ad

31 December 2014

ຕີລາຄາ​ການ​ຄຸ້ມ​ຄອງ​ປ່າ​ໄມ້​ແບບ​ຍືນ​ນານ​ສົກ​ປີ 2013-2014



    ເມື່ອ​ບໍ່ດົນ​ມາ​ນີ້​ໄດ້​ມີ​ກອງ​ປະ​ຊຸມ​ສະຫຼຸບ​ໂຄງການ​ຄຸ້ມ​ຄອງ​ປ່າ​ໄມ້​ແບບ​ຍືນ​ນານ ຂັ້ນສູນ​ກາງ ປະ​ຈຳປີ 2013-2014 ທີ່​ແຂ​ວງຈຳປາ​ສັກ,ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ດຣ. ຕີ ​ພົມມະ​ສັກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ-ປາ​ໄມ້,​ປະທານ​ຄະນະ​ຊີ້​ນຳ​ໂຄງການ​ຂັ້ນສູນ​ກາງ,ມີ​ທ່ານ ຮອງ​ເຈົ້າ​ແຂວງ​ຈຳປາ​ສັກ, ແຂວງ​ວຽງຈັນ, ຄຳ​ມ່ວນ, ອັດ​ຕະປື ແລະ ພະນັກງານ​ກ່ຽວຂ້ອງ​ເຂົ້າຮ່ວມ.
   ໃນ​ໂອກາດ​ນີ້,ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ-ປ່າ​ໄມ້​,ໄດ້​ເນັ້ນ​ໃຫ້​ເອົາ​ໃຈ​ໃສ່ຫຼາຍບັນຫາ​​ໃນ​ການ​ພັດທະນາ​ໂຄງການ​ເປັນຕົ້ນ:ການຈັດຕັ້ງປະຕິບັດ​ບັນດາ​ກິດຈະ​ກຳຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ຈາກ​ການ​ທຳ ລາຍ​ປ່າ​ໄມ້ ແລະ ການ​ເຮັດ​ໃຫ້​ປ່າ​ໄມ້​ເຊື່ອມ​ໂຊມ (REDD ​)ໂດຍ​ຜ່ານ​ການ​ຄຸ້ມ​ຄອງ​ປ່າ​ໄມ້​ແບບ​ປະສົມ​ປະສານ​ຕາມ​ປະ​ເພດ​ປ່າ​ໄມ້​ໃນ​ແຂວງ​ຕ່າງໆ, ເສີມ​ຂະຫຍາຍ ​ແລະ ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ປ່າ​ໄມ້​ແບບ​ຍືນ​ນານມີ​ສ່ວນ​ຮ່ວມ​ໃນ​ເຂດ​ປ່າ​ຜະລິດ ​ແລະ ອື່ນໆ ເພື່ອ​ແນ​ໃສ່​ເຮັດ​ໃຫ້ການ​ຈັດຕັ້ງປະຕິບັດ​​ໂຄງການ​ສືບຕໍ່ດຳ​ເນີນ​ໄປ​ດ້ວຍ​ຄຸນ​ນະພາ​ບ ​ແລະ ມີ​ປະສິດທິ​ຜົນ​ດີ​ຂຶ້ນ​ກວ່າທີ່​ຜ່ານ​ມາ.

No comments:

Post a Comment