Ad

Ad

31 December 2014

ອົດ​ສະຕຣາລີຊ່ວຍ​ເຫລືອເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ



   ລັດ​ຖະ​ບານ​ອົດ​ສະຕຣາລີ ​ໄດ້​ໃຫ້ທຶນ​ຊ່ວຍ​ເຫລືອ​ຈຳ​ນວນ 1 ລ້ານ​ໂດ​ລາອົດ​ສະຕຣາລີ ຫລື ປະມານ 7 ຕື້​​ກີບ ເພື່ອນຳໃຊ້ເຂົ້າ​ໃນ​ວຽກ​ງານ​​ສຳຫວດຄົ້ນ​ຫ​າ ແລະ ການ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ (UXO) ໃນ​ສົກປີ 2014-2015 ຊິ່ງເປັນ​ການ​ສະ​ໜັບ​ສະ​ໜູນ​​ວຽກ​ງານ​ພັດ​ທະ​ນາ​ຊົນ​ນະ​ບົດ​ຢູ່​ພາກ​ໃຕ້​ຂອງ​ລາວ.ພ້ອມ​​ນັ້ນ​ ຍັງ​ມີ​ທຶນ​ຊ່ວຍ​ເຫລືອ​ເພີ່ມ​ຕື່ມສຳ​ລັບວຽກ​ງານ​​ໂຄ​ສະ​ນາສຶກ​ສາຄວາມ​ສ່ຽງ​ໄພ​ອັນ​ຕະ​ລາຍ ແລະ ການ​ຊ່ວຍ​ເຫລືອ​ຜູ້​​ໄດ້ຮັບ​ເຄາະ​ຮ້າຍອີກ​ດ້ວຍ.
    ທ່ານ ຈອນ ວິນລຽມສ໌ ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງປະເທດອົດ​ສະຕຣາ​ລີປະ​ຈຳລາວ  ກ່າວ​ວ່າ: ພາຍ​ໃຕ້ແຜນ​ຍຸ​ດ​ທະ​ສາດ​ການ​ຮ່ວມ​ມື 5 ປີ ສະ​ບັບ​ໃໝ່ (2016-2020),ອົດ​ສະ​ຕຣາ​ລີຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັ​ບ​ສະ​ໜູນ​ລັດ​ຖະ​ບານ​ລາວໃນຄວາມ​ພະ​ຍາ​ຍາມບັນ​ລຸເປົ້າໜາຍສະ​ຫະ​ສະ​ວັດທີ 9 (MDG9). ​ການ​ສະ​ໜັບ​ສະ​ໜູນ​ດັ່ງກ່າວ​​ແມ່ນປະ​ກອ​ບ​ດ້ວຍ​ການໃຫ້​ທຶນເພີ່ມ​ຕື່ມ​ເຂົ້າ​ໃນ​ກ​ານ​ແກ້​ໄຂ​ຄວາມ​ສ່ຽງ​ໄພ​ອັນ​ຕະ​ລາຍຈາກ​​ລະເບີດ​​ບໍ່ທັນ​ແຕກ ທີ່ອາດ​ຈະມີ​ຕໍ່​ຊຸມ​ຊົນຢູ່​​ເຂດໂຄງການພັດ​ທະ​ນາ​ຊົນ​ນະ​ບົດ ແລະ ການ​ສຶກສາ ທີ່ລັດຖະບານອົດ​ສະ​ຕຣາ​ລີ​ ກຳ​ລັງ​ຈັດ​ຕັ້ງ​ປະ​ຕິ​ບັດຢູ່.ນັ​ບຕັ້ງ​ແຕ່ປີ 1996 ​ມາຮອດປະຈຸບັນ​ລັດຖະບານອົດສະຕຣາລີ ໄດ້ໃຫ້ທຶນ​ຊ່ວຍ​ເຫລືອ​ເຂົ້າ​ໃນ​ວຽກ​ງານເກັບ​ກູ້​ລະ​ເບີດ​​ບໍ່​ທັນ​ແຕກ,ໂຄ​ສະ​ນາ​ສຶກ​ສາ​ຄວາມ​ສ່ຽງ​ໄພ​
ອັນ​ຕະ​ລາຍ ແລະ ກາ​ນ​ຊ່ວຍ​ເຫລືອ​ຜູ້​ເຄະ​ຮ້າຍຫາຍກວ່າ 30 ລ້ານ​ໂດ​ລະ​ອົດ​ສະ​ຕຣາ​ລີ.ນອກຈາກນັ້ນ ຍັງມີ ໂຄງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດທີ່ມີ​ມູນ​ຄ່າ 43 ລ້ານ​ໂດ​ລາ​ອົດ​ສະ​ຕຣາ​ລີ (2012-2016) ເຊິ່ງຈະ​ສື​ບ​ຕໍ່ການ​ປະ​ສານ​ງານແບບ​ໄດ້​ຮັບ​​ໜາກຜົນ​ກັບອົງ​ການເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ​ແຫ່ງ​ຊາດ (UXO Lao) ຢູ່​ແຂວງສາລະ​ວັນ,ສະ​ຫວັນ​ນະ​ເຂດ ແລະ ຈຳ​ປ​າ​ສັກ ເພື່ອ​​ເຮັດ​ໃຫ້​ເຂດ​ທີ່ພວມຈັດ​ຕັ້ງ​​ປະ​ຕິ​ບັດ​ໂຄງ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ໃນ​ທ້ອງຖິ່ນ​ໃຫ້ປະ​ສະ​ຈາກລະ​ເບີດ​ທີ່​ຕົກ​ຄ້າງ;ໂຄງ​ການ​ການ​ສຶກ​ສາ​ຂັ້ນ​ພື້ນ​ຖານຂອງອົດ​ສະ​ຕຣາລີທີ່ມີມູນ​ຄ່າ 86 ລ້ານ​ໂດ​ລາ​ອົດ​ສະ​ຕຣາລີ (2014-2018),ລວມ​ມີ​ການກໍ່​ສ້າງ​ໂຮງ​ຮຽ​ນ​ ແລະ ການ​​ຟື້ນຟູ,ຈັດຫານ້ຳສະ​ອາດ ແລະ ສຸຂະອະນາໄມ ພວມປະຕິບັດຢູ່ໃນ 66 ຕົວ​ເມືອງ​ທຸກ​​ຍາກ​ທີ່ສຸດ​ທົ່ວ​ປະ​ເທດ,ຍັງມີ​ງົບ​ປະ​ມານ​ສຳ​ລັບ​ວຽກ​ງານ​​ສຳ​ຫວດ​ຄົ້ນ​ຫາ ແລະ ​ເກັບ​ກູ້ລະ​ເບີດ​ບໍ່ທັນ​ແຕກ ແລະ ວຽກ​ງານ​​ໂຄ​ສະ​ນາ​ສຶກສາ​ຄວາມ​ສ່ຽງ​ໄພ​ອັນ​ຕະ​ລາຍ;ໂຄງ​ກາ​ນ​ຮ່ວມ​ມືລາວ-ອົງ​ການທີ່​ບໍ່​ສັງ​ກັດ​ລັດ​ຖະ​ບານອົດ​ສະ​ຕຣາ​ລີ (LAN GOCA) ແຕ່ປີ 2007-2014 ທີ່ສຳເລັດແລ້ວມີມູນ​ຄ່າ 13 ລ້ານ​ໂດ​ລາ​ອົດ​ສະ​ຕຣາລີ ເຊິ່ງໄດ້​ລະບຸໃຫ້ວຽກງານ​​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກອອກ​ຈາພື້ນ​ທີ່​ກະ​ສິ​ກຳ​ເປັນວຽກບຸລິມະສິດເພື່ອ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ໃນ​ຊຸມ​ຊົນ​-ຊົນ​ນະ​ບົດ​ບ່ອນ​ທີ່​ບັນດາອົງ​ການດັ່ງກ່າວຂອງ​ອົດ​ສະ​ຕຣາ​ລີ​ ໄດ້​ດຳ​ເນີນ​ໂຄງ​ການ​ຢູ່.

No comments:

Post a Comment