Ad

Ad

25 December 2014

ເຮັດ​ປືນ​ລັ່ນ​ໃສ່​ເມຍ​ເສຍ​ຊີວິດຄາ​ທີ່



           ໃນ​ວັນ​ທີ 14 ພະຈິກ​ຜ່ານ​ມາ, ​ເຈົ້າໜ້າ​ທີ່​ ປກສ ​ເມືອງ​ຊະ ນະ​ຄາມ ​ແຂວງ​ວຽງ​ຈັນ ​ໄດ້​ຮັບ​ແຈ້ງ​ຈາກ​ພົນລະ​ເມືອງ​ດີ​ວ່າ​ເກີດ​ເຫດ​ປືນ​ລັ່ນ ​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ ຈຶ່ງ​ໄດ້​ສົມທົບ​ກັບ​ພາກ ສ່ວນ​ກ່ຽວຂ້ອງ​ລົງ​ໄປ​ກວດກາ​ສະຖານ​ທີ່​ເກີດ​ເຫດ ຈຶ່ງ​ຮູ້​ວ່າ: ເຈົ້າຂອງ​ປືນ​​ຊື່​ທ້າວ ບຸນ​ມາ ອາຍຸ 63 ປີ ຢູ່​ບ້ານ​ສີ​ພູມ ​ເມືອງ​ຊະນະ​ຄາມ ​ແຂວງ​ວຽງ​ຈັນ ​ເຮັດ​ປືນ​ແກັບ​​ລັ່ນ​ໃສ່​ເມຍ​ຊື່​ນາງ ​ແດງ ມີ​ຮອຍ​ລູກ​ວ່າ​ນປືນ​ແກັບ​ຫລາຍ​ລູກ​ເຂົ້າບໍລິ​ເວນກ້ອງ​ຄາງ​ເບື້ອງ ຊ້າຍ ນອນ​ເສຍ​ຊີວິດ​ຢູ່ທົ່ງ​ນາ. ມາ​ຮອດວັນ​ທີ 16 ພະຈິກ​ຜ່ານ​ມາ,​ ​ເຈົ້າໜ້າ​ທີ່ ປກສ ​ເມືອງ​ຊະ ນະ​ຄາມ ຈຶ່ງ​ໄດ້​ກັກ​ຕົວ​ທ້າວ ບຸນ​ມາ ມາ​ດຳ​ເນີນ​ຄະດີ​ຂໍ້​ຫາທີ່ປະ ໝາດ ເຮັດ​ໃຫ້​ຄົນ​ອື່ນ​ເສຍ​ຊີວິດ.
        ຜ່ານ​ການ​ສືບສວນ​-ສອບ​ສວນ ທ້າວ​ ບຸນ​ມາ ​​ຮັບ​ສາລະ ພາບ​ວ່າ: ​ໃນ​ວັນ​ທີ 14 ພະຈິກ ຜ່ານ​ມາ, ​ເວລາ 16:00 ​ໂມງ ຕົນ​ເອງ​ພ້ອມ​ເມຍ​ໄດ້​ຂີ່​ລົດຈັກ​ອອກ​ຈາກ​ບ້ານ ເພື່ອ​​ໄປ​ນາ, ​ໃນ​ເວລາ​ນັ້ນຕົນ​ເອງ​ໄດ້​ພາຍ​ປືນ​ແກັບ​ໄປ​ນຳ, ​ແຕ່​ພໍ​ຂີ່​ລົດ​​ໃກ້​ຈະ​ຮອດ​ນາ​ຕົນ​ເອງປາກົດ​ວ່າ​ສະພາບ​ເສັ້ນ ທາງ​ເປັນ​ບວກ-​ເປັນ​ຂຸມ ​ເຮັດ​ໃຫ້​ລົດ​ລົ້ມ ​ແລ້ວ​ກໍ​່ເກີດ​ເຫ​ດບັງ​ເອີນ​ປືນ​​ທີ່​ຕົນ​ຢັດໝື້
​ແລະ ຍັດ​ລູກ​ແກັບ​​ລັ່ນ​ໃສ່​ກ້ອງ​ຄາງ​ເບື້ອງຊ້າຍ​ຂອງ​​ເມຍ. ​ເບື້ອງຕົ້ນ​ເມຍ​ຂອງຕົ້ນຍັງ​ມີ​ສະຕິ​ຢູ່​ແຕ່​ປາກ​ບໍ່​ໄດ້, ຕົນ​ເອງ​ໄດ້​ຈັບ​ປືນ​​ໂຍນ​ຖິ້ມທົ່ງ​ນາ​ແລ້ວ​ເອີ້ນຫາ​ຄົນ​ມາ​ຊ່ວຍ​ເຫລືອ, ພໍດີ​ນາງ ຄຳ ຄົນ​ບ້ານ​ດຽວ​ກັນ​ມາ​ຊ່ວຍ​ອູ້ມ​ເອົາ​ເມຍ​ຂອງ​ຕົນ​ໄປ​ນອນ​ຢູ່​ແຄມ​ທາງ ​ແລ້ວ​ກັບ​ໄປ​ລາຍ​ງານ​ຕໍ່​ອຳນາດ​ການ​ປົກ ຄອງ​ບ້ານ ​ແລະ ​ເຈົ້າໜ້າ​ທີ່, ​ແຕ່​ເວລາ​ຕໍ່​ມາ​ເມຍ​ຂອງ​ຕົນ​ໄດ້​ເສຍ​ຊີວິດ​. ມາ​ຮອດ​ວັນ​ທີ 16 ພະຈິກ​ຜ່ານ​ມາ ຈຶ່ງ​ຖືກ​ເຈົ້າໜ້າ​ທີ່ ປສກ ເມືອງ​ຊະນະ​ຄາມ​ ກັກ​ຕົວ​ມາ​ດຳ​ເນີນ​ຄະດີ.
         ເຈົ້າໜ້າ​ທີ່ ປກສ ​ເມືອງຊະນະ​ຄາມ ​ໃຫ້​ຮູ້​ຕື່ມ​ວ່າ: ການ​ກະທຳ​ຂອງ​ທ້າວ ບຸນ​ມາ ​ແມ່ນ​ຍ້ອນ​ຄວາມປະໝາດ​ເຮັດ​ໃຫ້​ຄົນ​ອື່ນ​ເສຍ​ຊີວິດ ​ແລະ ຖື​ອາວຸດ​ລ່າ​ເນື້ອ​ໂດ​ຍບໍ່​ໄດ້​ຮັບ​ອະນຸ​ຍາດຜິດ​ຕໍ່​ລະບຽບກົດໝາຍ​ຂອງບ້ານ​ເມືອງ.

No comments:

Post a Comment