Ad

Ad

24 December 2014

ນາຍົກເນັ້ນໃຫ້ທຸກຂະແໜງເພີ່ມທະວີຄວາມຮັບຜິດຊອບຂຶ້ນຕື່ມ



         ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ລັດຖະມົນຕີແຕ່ ລະກະຊວງ-ອົງ ການ ແລະ ອຳນາດການປົກ ຄອງ ທ້ອງຖິ່ນໃຫ້ເພີ່ມທະວີຄວາມ ຮັບຜິດຊອບຂຶ້ນຕື່ມ, ຫລັງຈາກເຫັນວ່າການປະສານງານແກ້ໄຂບັນຫາແຕ່ລະໜ້າ ວຽກສຳຄັນ ໃນໄລ ຍະຜ່ານມາແມ່ນຍັງ ເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ໂດຍສະເພາະ ການແກ້ໄຂບັນຫາໄມ້ຢູ່ສະໜາມ, ບັນຫາໂຮງເລື່ອຍໂຮງຊອຍ, ການ ເກັບພາສີ ທີ່ດິນ, ສະພາບໜີ້ສິນ, ການລົງທຶນ, ແກ້ໄຂການອອກພັນທະບັດ, ແກ້ໄຂການຄົ້ນ ຄວ້າເພີ່ມເງິນອຸດໜູນ, ບັນຫາແຮງງານ ຜິດກົດໝາຍ, ອາຫານ ແລະ ຢາ, ສະພາບປາກົດການຫຍໍ້ທໍ້ສັງຄົມ ຕ່າງໆ ແລະ ແກ້ໄຂບັນຫາຜົນ ກະທົບຕໍ່ສິ່ງແວດລ້ອມ, ເຖິງວ່າ ຫລາຍອົງການໄດ້ມີຄວາມພະຍາຍາມແກ້ໄຂບັນຫາຮ່ວມກັນ, ແຕ່ການ
ປະສານງານຕົວຈິງຍັງບໍ່ທັນດີ, ການແກ້ໄຂບັນຫາມີ ຄວາມ ຊັກຊ້າ ແລະ ບໍ່ເດັດຂາດເທົ່າທີ່ຄວນ, ເຊິ່ງນາຍົກລັດຖະ ມົນຕີໄດ້ ຊີ້ນຳໃຫ້ພາກສ່ວນ ຕ່າງໆຕ້ອງຮ່ວມກັນປືກສາຫາລື ເພື່ອເພີ່ມທະ ວີແກ້ໄຂຂອດປະສານງານລະຫວ່າງກະຊວງກັບກະຊວງ, ກະຊວງກັບທ້ອງຖິ່ນ, ຂະນະດຽວກັນ, ກໍໃຫ້ກຳນົດພາ ລະບົດບາດໜ້າ ທີ່ຂອງແຕ່ລະກະຊວງ, ອົງການໃຫ້ມີຄວາມລະ ອຽດຈະແຈ້ງເພື່ອໃຫ້ຫລີກລ້ຽງການກ້າວກາຍ, ຊ້ຳຊ້ອນ ຫລື ໂຍນບັນຫາໃຫ້ກັນ. ທັງນີ້ກໍເພື່ອເຮັດໃຫ້ການເຮັດວຽກລະ ຫວ່າງລັດກັບລັດສາມາດເຄື່ອນໄຫວ ວຽກງານໄດ້ຢ່າງກົມກຽວ ແລະ ສອດຄ່ອງກັນ, ອັນເປັນ ການເສີມຂະຫຍາຍສິດເປັນ ເຈົ້າຂອງທຸກພາກສ່ວນໃນສັງຄົມໃຫ້ເຂົ້າສູ່ລະບົບເພື່ອເປັນແຮງຊຸກດັນ ການພັດທະນາເສດຖະກິດ-ສັງ ຄົມໃຫ້ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ແລະ ມີປະສິດທິຜົນ.
    ບັນຫາສຳຄັນດັ່ງກ່າວໄດ້ຍົກຂື້ນຫາລືໃນກອງປະຊຸມຄະ ນະລັດຖະບານປະຈຳເດືອນທັນວາ 2014 ຢູ່ນະຄອນຫລວງ ວຽງຈັນ, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ, ມີບັນດາ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານເຂົ້າຮ່ວມຢ່າງພ້ອມພຽງ.

No comments:

Post a Comment