Ad

Ad

24 December 2014

ລາຄາສິນຄ້າຢູ່ຕະຫຼາດໃນນະຄອນຫຼວງສືບຕໍ່ແພງຂຶ້ນ



     ປັດຈຸບັນລາຄາສິນຄ້າປະເພດ ເຄື່ອງບໍລິໂພກເຊັ່ນ: ຊີ້ນ, ປາ ແລະ ພືດຜັກ ຕ່າງໆຢູ່ຕາມຕະ ຫຼາດໃນນະຄອນຫຼວງວຽງຈັນ ມີການເໜັງຕີງແພງຂຶ້ນ, ເນື່ອງ ຈາກສະພາບອາກາດໃນໄລຍະນີ້ຢູ່ໃນຊ່ວງລະດູໜາວເຮັດໃຫ້ ສິນຄ້າບາງປະ ເພດຮັກສາຢາກ, ປູກບໍ່ໄດ້ຕາມມາດຖານ ແລະ ບໍ່ສາມາດຕອບສະໜອງຄວາມ ຕ້ອງການຂອງຜູ້ບໍລິໂພກໄດ້ຢ່າງພຽງພໍ.
     ຜ່ານຈາກການລົງຕິດຕາມສະພາບລາຄາຊີ້ນ, ປາ, ອາຫານ ແລະ ພືດຜັກ ຕ່າງໆຂອງນັກຂ່າວພວກເຮົາຢູ່ຕາມຕະຫຼາດຫຼາຍ ແຫ່ງໃນນະຄອນຫຼວງວຽງຈັນເຫັນວ່າລາຄາສິນຄ້າມີການ ເໜັງຕີງເພີ່ມຂຶ້ນ ເຊັ່ນ: ຜັກຫອມບົ່ວ ຈາກລາຄາ 10 ພັນກີບ ມາເປັນ 12-15 ພັນກີບ/ກິໂລ, ໝາກ ເຜັດລາຄາ 14 ພັນກີບ ມາເປັນ 20 ພັນກີບ/ກິໂລ, ໝາກເຫລັ່ນ ລາ ຄາ 5 ພັນກີບ ມາເປັນ 10 ພັນ ກີບ/ກິໂລ, ໝາກນາວ ລາຄາ 12 ພັນກີບ ມາເປັນ 14 ພັນກີບ/
ກິໂລ, ໜາກແຕງ ລາຄາ 4 ພັນກີບ ມາ ເປັນ 6 ພັນກີບ/ ກິໂລ ແລະ ພຶດ ຜັກອື່ນໆກໍມີລາຄາແພງຂຶ້ນເຊັ່ນກັນ. ຂະນະດຽວ ກັນລາຄາ ປະເພດຊີ້ນ, ປາກໍມີການເໜັງຕີງ ເປັນຕົ້ນ ຊີ້ນງົວມີລາຄາ 70-75 ພັນກີບ/ກິໂລ, ຊີ້ນໝູລາຄາ 35-40 ພັນກີບ/ ກິໂລ, ເປັດ-ໄກ່ 35-40 ພັນກີບ/ກິໂລ, ປາກະຊັງ ແລະ ປາດຸກພັນ ລາຄາ 20-23 ພັນກີບ/ກິໂລ, ສຳລັບສັດນ້ຳທຳ ມະ ຊາດຄື: ກົບ, ອ່ຽນມີລາຄາ 60-75 ພັນກີບ/ກິໂລ ແລະ ປາທຳມະຊາດອື່ນໆກໍມີລາຄາແພງ ເຊັ່ນດຽວກັນ.

No comments:

Post a Comment