Ad

Ad

24 December 2014

ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກ



    ໃນວັນທີ 23 ທັນວານີ້, ເປັນມື້ທີ 11  ຂອງວາລະດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດ ທີ VII, ພາຍໃຕ້ການເປັນປະທານ ຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ແລະ ໃນຕອນເຊົ້າຂອງວັນ ດັ່ງກ່າວທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳໄດ້ຂຶ້ນສະ ເໜີຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດ ກັ້ນການໃຊ້ ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ, ຊຶ່ງທ່ານກ່າວວ່າ: ຜ່ານການຈັດຕັ້ງປະ ຕິບັດນິຕິກຳທີ່ມີນັ້ນ ເຫັນວ່າບັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍມີລັກສະນະສືບຕໍ່ເພີ່ມຂຶ້ນ ແລະ ມີຄວາມຮຸນແຮງ ຂຶ້ນເລື້ອຍໆ. ສ່ວນໃຫຍ່ແມ່ນ ແມ່ຍິງ ແລະ ເດັກ ທີ່ຢູ່ໃນຊົນນະ ບົດເຮັດໃຫ້ບຸກຄົນເຫລົ່ານີ້ ເກີດ ມີບັນຫາໃນການດຳລົງຊີວິດ ແລະ ກາຍ ເປັນປະກົດການຫຍໍ້ ທໍ້ໃນສັງຄົມ. ໃນມໍ່ໆນີ້ລັດຖະ ບານໄດ້ຮັບຮອງເອົາແຜນດຳ ເນີນງານແຫ່ງຊາດກ່ຽວກັບການປ້ອງກັນ
ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກໃນ ສປປ ລາວ ປີ 2014- 2020 ແຕ່ແຜນງານດັ່ງກ່າວກໍເປັນພຽງທິດທາງ ແລະ ແນວທາງປະຕິບັດໃຫ້ແກ່ພາກ ສ່ວນ ກ່ຽວຂ້ອງ, ຊຶ່ງບໍ່ມີຜົນບັງຄັບປະຕິບັດຄືກັບກົດໝາຍສະນັ້ນ, ຈຶ່ງມີຄວາມຈຳເປັນ ໃນການສ້າງກົດໝາຍສະບັບດັ່ງກ່າວຂຶ້ນຄື: ເພື່ອ ເປັນການປະຕິບັດແຜນການ ສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາ ແຫ່ງຊາດຊຸດທີ VII ແລະ ການຈັດຕັ້ງປະຕິບັດແຜນ ແມ່ບົດກ່ຽວກັບການສ້າງລັດ ແຫ່ງກົດໝາຍຂອງ ສປປ ລາວ ແຕ່ປີ 2011-2020; ລັດຖະທຳມະ ນູນໄດ້ກຳນົດແຈ້ງ “ລັດ, ສັງຄົມ ແລະ ຄອບຄົວຕ້ອງເອົາໃຈໃສ່ ພັດທະນາ ແລະ ສົ່ງເສີມຄວາມ ກ້າວໜ້າຂອງແມ່ຍິງ, ປົກປ້ອງ ສິດ ແລະ ຜົນປະໂຫຍດຂອງແມ່ ຍິງ ແລະ ເດັກ” ອັນນີ້ກໍໝາຍວ່າ ພັກ ແລະ ລັດຖະບານ ໄດ້ປະຕິ ເສດທຸກຮູບການຈຳແນກ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເພື່ອສ້າງແມ່ຍິງ ແລະ ເດັກໃຫ້ກາຍເປັນ ກຳລັງແຮງ ສັງລວມໃນການພັດທະນາ ແລະ ສ້າງສາປະເທດຊາດ, ໃນເງື່ອນ ໄຂການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໂດຍສະເພາະການ ປະຕິບັດພັນທະຂອງ ສປປ ລາວ ຕໍ່ສົນທິສັນຍາ ແລະ ສັນຍາ ສາກົນທີ່ ສປປ ລາວ ເປັນພາຄື ເປັນຕົ້ນ ສົນທິສັນຍາວ່າດ້ວຍ ການລຶບລ້າງທຸກຮູບການຈຳ ແນກຕໍ່ແມ່ຍິງ (ຊີດໍ), ສົນທິສັນ ຍາ ວ່າດ້ວຍສິດທິມະນຸດ, ສົນທິ ສັນ ຍາວ່າດ້ວຍສິດທິເດັກ ແລະ ສົນທິສັນຍາອື່ນໆກ່ຽວກັບສິດທິຂອງແມ່ຍິງ ແລະ ເດັກ ກໍຄືຖະ ແຫລງການ ແລະ ແຜນດຳເນີນ ງານປັກກິ່ງ, ຖະແຫລງການອາ ຊຽນວ່າດ້ວຍການລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ລຶບ ລ້າງຄວາມຮຸນແຮງຕໍ່ເດັກປີ 2013.
     ກົດໝາຍສະບັບນີ້ ກຳນົດຫລັກການໃນການປ້ອງກັນ, ການຊ່ວຍເຫລືອ, ການແກ້ໄຂ ແລະ ມາດຕະການປົກປ້ອງຜູ້້ຖືກເຄາະ ຮ້າຍຈາກການໃຊ້ຄວາມຮຸນແຮງເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ ຍິງ ແລະ ເດັກ, ເສີມຂະຫຍາຍສິດ ສະເໝີພາບຍິງ-ຊາຍ, ຈຳກັດ, ກຳຈັດທຸກຮູບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກແນ ໃສ່ສ້າງແມ່ຍິງ ແລະ ເດັກ ໃຫ້ກາຍ ເປັນກຳລັງແຮງຂອງສັງຄົມປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ຍົກສູງຖານະບົດບາດ ຂອງແມ່ຍິງ, ສ້າງສັງຄົມໃຫ້ມີຄວາມສະຫງົບ, ສາມັກຄີ, ປອງດອງ, ຍຸຕິທຳ ແລະ ສີວິໄລ, ເຊິ່ງເນື້ອໃນຂອງ ກົດໝາຍສະບັບດັ່ງ ກ່າວປະກອບມີ 9 ພາກ, 8 ໝວດ ແລະ 82 ມາດຕາ.
   ໃນຂະນະດຽວກັນນີ້ ກະຊວງຍຸຕິທຳຍັງຄາດຄະເນຜົນໄດ້ຮັບພາຍຫລັງການອອກກົດໝາຍຄື: ເພື່ອເປັນບ່ອນອີງພື້ນຖານສຳ ຄັນໃຫ້ແກ່ຂະແໜງການກ່ຽວຂ້ອງລວມທັງເຈົ້າໜ້າທີ່ ແລະ ພະນັກງານໃນການເຄື່ອນໄຫວວຽກງານຕ້ານ ແລະ ສະກັດກັ້ນການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ສາມາດສະກັດກັ້ນ ແລະ ຕີຖອຍປາກົດການຫຍໍ້ທໍ້ດັ່ງກ່າວ ທີ່ເກີດຂຶ້ນໃນສັງຄົມ; ເປັນ ເຄື່ອງມືຕົ້ນຕໍສຳຄັນໃນການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກ ພ້ອມນັ້ນຍັງເປັນການປະຕິບັດ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດຊຸດທີ VII ແລະ ເປັນການປະຕິບັດພັນທະຕໍ່ສາກົນ, ໂດຍສະເພາະ ຂໍ້ ແນະນຳຂອງຄະນະກຳມະການຊີດໍຕໍ່ບົດລາຍງານແຫ່ງຊາດອີກດ້ວຍ.

No comments:

Post a Comment