Ad

Ad

24 December 2014

ງານ​ວາງສະ​ແດງ​ຜະລິດ​ຕະພັນ (​ເຟີ​ນີ​ເຈີ) ​ໄມ້​ລາວ ຄັ້ງທີ 1 ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 5-11 ມັງກອນ 2015



     ​ໃນ​ວັນ​ທີ 23 ທັນວາ​ນີ້, ຢູ່​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ນະຄອນ ຫລວງ​ວຽງ​ຈັນ, ທ່ານ ພັນ ວິ​ໄລ​ສົມ ວ່າການ​ຫົວໜ້າ​ກົມ​ສົ່ງ​ເສີມ ແລະ ພັດທະນາ​ສິນຄ້າ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຖະ​ແຫລ​ງຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ​ງານ​ວາງສະ​ແດງ​ຜະລິດ​ຕະພັນ (​ເຟີ​ນີ​ເຈີ) ​ໄມ້​ລາວ ຄັ້ງທີ 1 ວ່າ: ງານ​ດັ່ງກ່າວ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 5-11 ມັງກອນ 2015 ຢູ່​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ສົ່ງ​ເສີມ​ການ​ຜະ ລິດ​ເຄື່ອງ​ເຟີ​ນີ​ເຈີ​ຈາກ​ໄມ້​ລາວ, ເປັນ​ການ​ໂຄສະນາ​ເຜີຍ​ແຜ່​ໃຫ້​ສັງຄົມ​ຮັບ​ຮູ້ຜະລິດ​ຕະພັນ​ເຟີ​ນ​ີ​ເຈີ​ລາວ​ຫລາຍ​ຂຶ້ນ, ​ໃຫ້​ຜູ້​ຜະລິດ​ສາ ມາດ​ເຂົ້າຫາ​ຕະຫລາດ ​ແລະ ຈຳ ໜ່າຍ​ສິນຄ້າ​ໄດ້​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລະ ກ້າວ​ເຂົ້າສູ່​ການ​ສ້າງ​ຕາໜ່າງການວາງສະ​ແດງ-ຂາຍ​ສິນຄ້າ​ເຟີ​ນີ​ເຈີ​ກັບ​ພາກພື້ນ ​ແລະ ສາກົນ​ໃນ​ອະ ນາຄົດ ​ເພື່ອ​ຮອງ​ຮັບ​ການ​ກຽມ​ຄວາມ​ພ້ອມ​ສູ່​ປະຊາ​ຄົມ​ເສດຖະ ກິດ​ອາ​ຊຽນ (AEC) ​ໃນ​ປີ 2015.

     ງານ​ດັ່ງກ່າວ​ຈະ​ມີ​ຜູ້​ປະກອບ​ການ​ເຟີ​ນີ​ເຈີ​ນຳ​ຜະລິດ​ຕະພັນ​ເຂົ້າ ຮ່ວມ​ວາງສະ​ແດງ​ທີ່​ຫລາກ​ຫລາຍ​ເຊັ່ນ: ຜະລິດ​ຕະພັນ​ເຄື່ອງ​ເຟີ​ນີ​ເຈີ​ທີ່​ຜະລິດ​ດ້ວຍ​ໄມ້, ຫວາຍ, ​ໄມ້ປ່ອງ ​ແລະ ຈາກ​ວັດ​ສະດຸ​ເສດ​ເຫລືອ​ຕ່າງໆ​ທີ່​ເຮັດ​ເປັນ​ເຄື່ອງ​ເຟີ​ນີ​ເຈີ, ຜະລິດ​ຕະພັນ​ຫັດຖະກຳ​ ແກ​ະສະຫລັກ​ຕ່າງ​ທ, ​ເຄື່ອງ​ຫັດ ຖະກຳ​ອື່ນໆ, ຜະລິດ​ຕະພັນ​ເບ້ຍ​ໄມ້​ຕ່າງໆ ​ແລະ ອຸປະກອນ​ປະ ກອບ​ຮັບ​ໃຊ້, ​ເຄື່ອງມື ​ແລະ ເຄື່ອງ​ຈັກ​ຕ່າງໆທີ່​ກ່ຽວ​ກັບ​ການ​ຜະລິດ​ເຄື່ອງ​ເຟີ​ນ​ີ​ເຈີ​ໄມ້.
      ງານ​ວາງສະ​ແດງ​ດັ່ງກ່າວ​ຈັດ​ໂດຍ​ສະມາຄົມ​ເຟີ​ນ​ີ​ເຈີ​ລາວ ແລະ ສະພາ​ການ​ຄ້າ​ອຸດສາຫະກຳ​ແຫ່ງ​ຊາດ.

No comments:

Post a Comment