Ad

Ad

25 December 2014

ອຸຕຸນິຍົມ ແຈ້ງເຕືອນສະພາບອາກາດຈະໜາວລົງອີກ 2-4 ອົງສາ



         ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ສະພາບອາກາດນັບແຕ່ວັນທີ 24-26 ທັນວານີ້, ບໍລິເວນຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດ ຈີນຍັງຈະມີກຳລັງປານກາງຫາແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບ ກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ເຮັດໃຫ້ອຸນຫະພູມອາ ກາດຈະໜາວລົງຕື່ມອີກ, ໂດຍສະເພາະ ແຂວງ ພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ, ຫລັກ 20, ປາກຊ່ອງ, ນິຄົມ 34, ທ່າ ແຕງ ແລະ ເມືອງດາກຈືງ, ພ້ອມມີໝອກ ໜາປົກຫຸ້ມໃນຕອນເຊົ້າ. ຈາກນັ້ນວັນທີ 27-30 ທັນວາ  ບໍລິເວນ ຄວາມກົດດັນສູງຂອງອາກາດຍັງຈະສືບຕໍ່ແຜ່ລົງມາປົກ ຄຸມ ດ້ວຍກຳລັງແຮງ ເພີ້ມຂຶ້ນ, ເຮັດໃຫ້ອາກາດໜາວລົງຕື່ມອີກ 2-4 ອົງສາ ແລະ ຈະມີຝົນຕົກ ກະຈາຍພ້ອມຈະມີລົມພັດແຮງ ເປັນບາງໂອກາດ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
           ສະພາບອຸນຫະພູມໃນໄລ ຍະນີ້ອາກາດຍັງຈະສືບຕໍ່ໜາວ ເຢັນຕື່ມອີກຢູ່ຫລາຍແຂວງພາກ ເໜືອຫາພາກກາງດ້ານຕາ ເວັນອອກ, ເຂດພູດອຍ, ແຂວງໄຊສົມບູນ, ຫລັກ 20, ປາກຊ່ອງ, ທ່າແຕງ ແລະ ເມືອງດາກຈືງ ພ້ອມມີໝອກປົກຫຸ້ມຢູ່ທົ່ວ ໄປໃນ ຕອນເຊົ້າ ແລະ ມີໝອກໜາປົກຫຸ້ມຫລາຍຂຶ້ນ. ສະພາບຝົນໃນ ໄລຍະຕົ້ນອາທິດໜ້າຈະມີຝົນຕົກກະຈາຍຢູ່ບາງ ທ້ອງຖິ່ນທາງ ດ້ານຕາເວັນອອກຂອງແຕ່ລະພາກພ້ອມມີລົມພັດແຮງເປັນ ບາງໂອກາດ. ສະນັ້ນ ຈຶ່ງ​​ເຕືອນໃຫ້ພໍ່ແມ່ປະຊາ ຊົນໃຫ້ມີສະຕິໃນການ ສັນຈອນເພາະມີໝອກປົກຫຸ້ມເປັນສ່ວນຫລາຍ ແລະ ຮັກ ສາສຸຂະພາບໃຫ້ອົບອຸ່ນຮ່າງກາຍຢູ່ສະເໝີ.

No comments:

Post a Comment