Ad

Ad

25 December 2014

​ພາກ​ທຸລະ​ກິດຕ້ອງຫັນສູ່ກົນ​ໄກຕະຫລາດຢ່າງ​ມີ​ປະສິດທິ​ຜົນ



          ທ່ານ ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ​, ໄດ້​​ໂອ້​ລົມ​ພາກ​ທຸລະ​ ກິດ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະລະ​ຫວ່ງອົງການ​ປົກຄອງ​ນະຄອນຫລວງ​ວຽງ​ຈັນ ແລະ ສະພາ​ການ​ຄ້າ ​ແລະ ອຸດ​ສາ​ຫະກຳ​ນະຄອນຫລວງ ວຽງ​ຈັນ​,​ ໃນ​ວັນ​ທີ 24 ທັນວານີ້,​ໂດຍ ທ່ານ​ໄດ້​ເນັ້ນ​ໃຫ້​ພາກ​ທຸລະ​ກິດ​ຕ້ອງ​ຫັນເຂົ້າ​ສູ່ລະບົບ​ໂຄງ​ສ້າງ​ວິ​ສາ​ຫະກິດ​ກົນ​ໄກ​ຕະຫລາດແບບ ເສລີ, ປະຕິບັດຕາມ​ກົດໝາຍ ກ່ຽວຂ້ອງ ເພື່ອ​ຮັບປະ​ກັນ​ການ​ເຄື່ອນ​ໄຫວ​ທຸລະ​ກິດ​ໃຫ້​ມີ​ປະສິດ ທິ​ຜົນ, ມີ​ຄວາມ​ສະ​ເໝີ​ພາບ​ກັນ ແລະ ​ເຮັດ​ໃຫ້​ພະນັກງານ ຫລື ຜູ້​ໃຊ້​ແຮງ​ງານ​ໃນ​ຂົງ​ເຂດ​ທຸລະ​ກິດ​ມີ​ຄວາມ​ເພິ່ງ​ພໍ​ໃຈ ​ແລະ ມີ​ອະນາ​ຄົດ​ໝັ້ນຄົງ. ພ້ອມ​ກັນນີ້, ຍັງ​ສະ ເໜີ​ໃຫ້​ພາກ​ທຸລະ​ກິດ​ປັບປຸງ​ບັນຊີ​ລາຍຮັບ-ລາຍ​ຈ່າຍ ໃຫ້​ສອດ ຄ່ອງ​ກັບ​ກົດໝາຍ​ວ່າ​ດ້ວຍ​ການ​ບັນຊີ, ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ ​ແລະ ກົດໝາຍ​ກ່ຽວຂ້ອງ​ອື່ນໆ, ເນື່ອງຈາກ​​ພົບ​ວ່າ​ຍັງມີ​ພາກ​ທຸລະ​ກິດ ​ແລະ ວິ​ສາ​ຫະກິດ ຈຳນວນໜຶ່ງ​ບໍ່​ຖື​ບັນຊີ​ເຖິງ 60%; ສະ​ເໜີໃຫ້​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳນະຄອນຫລວງ ເລືອກ​ຕົວ​ເດັ່ນ​ຂອງ​ພາກ​
ທຸລະ​ກິດ,ຜູ້​ປະກອບ​ການ, ໂດຍໃຫ້​ຖື​ເອົາມູນ​ຄ່າ​ການ​ເສຍ​ພາສີ-ອາ ກອນ​ຂອງ​ຕົນ, ໝາຍວ່າຜູ້​ເສຍ​ພາສີ​-ອາກອນ​ຫລາຍ​ຖື​ວ່າ​ເປັນ​ຜູ້​ມີ​ຜົນງານ​ຫລາຍ​ກວ່າ, ຜູ້​ປະ ກອບສ່ວນ​ເສຍ​ພັນທະ​ຫລາຍ​ຖືກຕ້ອງ​ຕາມ​ກົດໝາຍຖື​ວ່າ​ຫົວ ໜ່ວຍ​ທຸລະ​ກິດ​ນັ້ນ​ເປັນ​ນັກ​ຮັກ​ຊາດ ​ແລະ ​ເປັນ​ນັກ​ພັດທະນາ​ຫລາຍ​ກວ່າ​ໝູ່.

No comments:

Post a Comment