Ad

Ad

25 December 2014

ປັບປຸງການຈັດຕັ້ງບາງກົມຂອງກະຊວງການຕ່າງປະເທດ



       ໃນວັນທີ 24 ທັນວານີ້,   ຢູ່ກະຊວງການຕ່າງປະເທດ, ໄດ້ມີພິທີມອບ-ຮັບ ໜ້າທີລະຫວ່າງທ່ານ ສີທົງ ຈິດໂຍທິນ ຫົວໜ້າກົມການຂ່າວກະຊວງການຕ່າງປະ ເທດຜູ້ເກົ່າໄປຮັບໜ້າທີ່ໃໝ່ຢູ່ຕ່າງປະ ເທດ ແລະ ທ່ານ ພອນທະວີ ບຸດດາລາ ຮອງຫົວໜ້າຫ້ອງ ການກະຊວງການຕ່າງປະເທດເປັນ ຫົວໜ້າກົມການຂ່າວຜູ້ໃໝ່ ແລະ ມອບ-ຮັບໜ້າທີ່ລະຫວ່າງທ່ານ ລີຢີ້ງ ໄຊຍະຊ້າງ ຫົວໜ້າກົມ ກວດກາກະ ຊວງການຕ່າງປະ ເທດຜູ້ເກົ່າໄປປະຕິບັດໜ້າທີ່ໃໝ່ຢູ່ຕ່າງປະເທດ ແລະ ທ່ານ ສົມໄຊ ສະໜາມອຸ່ນຮອງຫົວໜ້າກົມ ກວດກາຂື້ນເປັນຫົວໜ້າກົມກວດກາກະຊວງການຕ່າງປະເທດຜູ້ໃໝ່. ການ ມອບ-ຮັບໜ້າທີ່ຄັ້ງນີ້, ແມ່ນປະຕິບັດຕາມແຜນການປັບ ປຸງກົງຈັກການຈັດຕັ້ງ ແລະ ຊັບຊ້ອນພະນັກງານຂອງກະຊວງ ການຕ່າງປະເທດເພື່ອສືບຕໍ່ຈັດຕັ້ງປະຕິບັດຜັນຂະຫຍາຍແນວ ທາງ ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດແນໃສ່ປະກອບສ່ວນເຂົ້າໃນການເຊື່ອມໂຍງສາກົນຂອງປະເທດເຮົາໃນໄລຍະໃໝ່.
           ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວມີທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງການຕ່າງປະເທດ, ມີບັນດາລັດຖະມົນຕີຊ່ວຍວ່າການ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

No comments:

Post a Comment