Ad

Ad

25 December 2014

ຫັດຖະກຳລາວໄດ້ຮັບລາງວັນອອກແບບດີເດັ່ນຈາກປະເທດຍີ່ປຸ່ນ



       ໃນວັນທີ 24 ທັນວານີ້, ຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນ ຫລວງວຽງຈັນ, ໄດ້ຈັດຖະແຫລງຂ່າວກ່ຽວກັບຜະລິດຕະພັນຫັດຖະກຳລາວ ໄດ້ຮັບລາງວັນການອອກແບບດີ ເດັ່ນຈາກປະເທດຍີ່ປຸ່ນ, ໂດຍມີ ທ່ານ ຫານຊະນະ ສີສານ ປະທານ ສະມາຄົມຫັດຖະກຳລາວ, ທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວ ໜ້າກົມສົ່ງເສີມ ແລະ ພັດທະນາສິນຄ້າກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມ ດ້ວຍບັນດາຫົວໜ່ວຍຜູ້​ປະກອບການ​ທຸລະ​ກິດຫັດຖະກຳທີ່ໄດ້ຮັບລາງວັນເຂົ້າຮ່ວມ.
      ໃນປີ 2014 ນີ້, ທາງສູນອາ ຊຽນ-ຍີ່ປຸ່ນຮ່ວມກັບສະຖາບັນສົ່ງເສີມການອອກແບບຂອງປະເທດຍີ່ປຸ່ນ ໄດ້ຈັດໂຄງການພິ ເສດ ທີ່ມີຊື່ວ່າ: The Mekong Design Selection 2014 ຂຶ້ນທີ່ປະເທດຍີ່ປຸ່ນເພື່ອສົ່ງເສີມສິນຄ້າສະເພາະຂອງ ປະເທດຕ່າງໆ ໂດຍໃຊ້ກາໝາຍຈີມາກ (G- Mark) ເປັນເຄື່ອງມື.   

        ກາໝາຍດັ່ງກ່າວເປັນການຮັບຮອງການອອກແບບດີເດັ່ນໃຫ້ແກ່ສິນຄ້າທີ່ຖືກ ຍອມຮັບໂດຍປະຊາຊົນ, ຫົວໜ່ວຍ ທຸລະກິດຂອງຍີ່ປຸ່ນ ແລະ ສາກົນອີກດ້ວຍ. ນອກຈາກນີ້ກາໝາຍດັ່ງກ່າວຍັງຈະ ຊ່ວຍປົກປ້ອງ ສິນຄ້າລອກແບບ ທີ່ເຮັດ ດ້ວຍເຄື່ອງຈັກ, ມີຄຸນນະພາບຕ່ຳ ແລະ ມີລາຄາຖືກກວ່ານຳອີກ. ພ້ອມກັນນີ້ ກົມສົ່ງເສີມ ແລະ ພັດທະ ນາສິນຄ້າທີ່ມີໜ້າ ທີ່ຫລັກໃນການຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍທຸລະກິດຂອງລາວມີຄວາມອາດສາມາດໃນການພັດທະນາສິນຄ້າໃຫ້ ແທດເໝາະກັ ບຄວາມຕ້ອງການຂອງຕະຫລາດພາຍໃນ ແລະ ສາກົນ, ຊຶ່ງກົມດັ່ງກ່າວໄດ້ຄັດເລືອກເອົາ 10 ຫົວ ໜ່ວຍຫັດຖະກຳ ທີ່ມີ ຄວາມເຂັ້ມແຂງ ແລະ ເຂົ້າໃຈເຖິງຄວາມສຳຄັນຂອງການອອກແບບເປັນຢ່າງດີເຂົ້າຮ່ວມຄັດເລືອກ ເພື່ອຍາດເອົາກາໝາຍຈີ ມາກຈາກປະເທດຍີ່ປຸ່ນ, ຊຶ່ງຜົນປະ ກົດວ່າມີ 6 ຫົວໜ່ວຍທຸລະກິດ ແຖວໜ້າຂອງລາວ, ໃນນັ້ນມີ 7 ຜະລິດຕະພັນທີ່ໄດ້ຮັບ ກາໝາຍ ດັ່ງກ່າວ.
      ຄຽງຄູ່ກັນນັ້ນ ບໍລິສັດທີ່ໄດ້ຮັບລາງວັນຈະໄດ້ຮັບການຊ່ວຍເຫລືອໃນການເຂົ້າຮ່ວມ ຊົມວາງສະແດງການອອກ ແບບດີເດັ່ນ ທີ່ຖືໄດ້ວ່າເປັນງານວາງສະແດງການອອກແບບທີ່ໃຫຍ່ໃນປະເທດຍີ່ປຸ່ນ, ພ້ອມນີ້ຍັງສາມາດນຳໃຊ້ກາໝາຍ ຈີມາກເປັນທີ່ຮູ້ຈັກດີ ຂອງຊາວຍີ່ປຸ່ນເຂົ້າໃນການໂຄສະນາສິນຄ້າຂອງຕົນໄດ້ນຳອີກ. ນອກຈາກນີ້ ບໍລິສັດ ຍັງຈະມີໂອ ກາດໄດ້ນຳສະເໜີສິນຄ້າຂອງຕົນ ແລະ ຮ່ວມມືກັບນັກອອກແບບຊາວຍີ່ປຸ່ນ ແລະ ໄດ້ມີໂອກາດເຮັດວຽກຢ່າງໄກ້ຊິດ ຮ່ວມກັບນັກອອກແບບຊາວຍີ່ປຸ່ນໃນການພັດ ທະນາສິນຄ້າເພື່ອເຂົ້າສູ່ຕະຫລາດສາກົນນຳອີກ.

No comments:

Post a Comment