Ad

Ad

25 December 2014

ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາຈະເລີ່ມຜະລິດກະແສໄຟໃນກາງປີ 2015



       ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຈາກຖ່ານຫີນ, ຢູ່ເມືອງຫົງສາ ແຂວງໄຊຍະບູລີ ທີ່ມີມູນຄ່າການກໍ່ສ້າງປະມານ 3.710 ລ້ານໂດລາສະຫະລັດ, ມີກຳລັງການຜະລິດ 1.878 ເມກາວັດ, ຈະເລີ່ມເດີນເຄື່ອງຈັກຜະລິດ ກະແສໄຟ ຟ້າໃນເດືອນມິຖຸນາ 2015 ແລະ ປັດຈຸບັນການກໍ່ສ້າງຄືບໜ້າຫລາຍກວ່າ 90%.
       ທ່ານ ຄົມເພັດ ແກ້ວພິລາ ຫົວໜ້າວິຊາການຝ່າຍປະຊາສຳພັນຂອງໂຄງການໃຫ້ຮູ້ວ່າ: ໂຮງໄຟຟ້າແຫ່ງນີ້, ຈະ ເລີ່ມຜະລິດກະ ແສໄຟຟ້າຈາກເຄື່ອງຈັກໜ່ວຍທຳອິດໃນເດືອນມິຖຸນາ 2015, ເຄື່ອງຈັກໜ່ວຍທີສອງໃນ ເດືອນພະຈິກ 2015 ແລະ ເຄື່ອງ ຈັກ ໜ່ວຍທີສາມໃນເດືອນມີນາ 2016 ເພື່ອຈຳໜ່າຍໃຫ້ລັດວິສາ ຫະກິດໄຟຟ້າລາວ (EDL) ຈຳ ນວນ 100 ເມກາວັດ ແລະ ການ ໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) 1.473 ເມກາວັດ, ໃນໄລຍະເວລາ 25 ປີຕາມ
ສັນຍາ ສຳປະທານທີ່ໄດ້ຕົກລົງກັບ ລັດຖະບານ. ມາຮອດປັດຈຸບັນການກໍ່ສ້າງມີຄວາມຄືບໜ້າຫລາຍກວ່າ 90%, ໃນນັ້ນ, ວຽກກຽມ ເປີດໜ້າດິນ ແລະ ຕິດຕັ້ງອຸປະ ກອນສຳລັບຂຸດຄົ້ນແຮ່ສຳເລັດ 88%, ການກະກຽມລະບົບຈັດ ການຂີ້ເທົ່າ ແລະ ຍິບຊຳສຳເລັດ 55%, ລະບົບສາຍສົ່ງ ແລະ ສະ ຖານີຈ່າຍໄຟຟ້າສຳເລັດ 100%, ເຊິ່ງລວມມີສາຍສົ່ງ 500 ກິໂລ ໂວນ ຄວາມຍາວ 67 ກິໂລແມັດ, ຈາກເມືອງຫົງສາຫາຊາຍແດນ ລາວ-ໄທທີ່ເມືອງຊຽງຮ່ອນ, ແຂວງໄຊຍະບູລີ, ສາຍສົ່ງ 115 ກິໂລໂວນຍາວ 115 ກິໂລແມັດ ຈາກເມືອງຫົງສາຫາເມືອງຊຽງເງິນ, ແຂວງຫລວງພະບາງ ແລະ ການກໍ່ສ້າງເຂື່ອນນ້ຳເລືອກ ແລະ ເຂື່ອນນ້ຳແກ່ນ, ເຊິ່ງ ເປັນແຫລ່ງນ້ຳທີ່ຈະມາຮັບໃຊ້ເຂົ້າໃນການຜະ ລິດອາຍນ້ຳແຮງດັນສູງ ແລະ ລະບົບປັບອຸນຫະ ພູມຂອງໂຮງໄຟຟ້າກໍ່ມີຄວາມຄືບໜ້າດີ. ສ່ວນວຽກຍົກຍ້າຍປະຊາຊົນທີ່ຖືກຜົນ ກະທົບເຫັນວ່າໄດ້ຮັບຜົນຕອບແທນ, ຄ່າຊົດເຊີຍ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນເປັນລຳດັບ.

No comments:

Post a Comment