Ad

Ad

25 December 2014

ກະຊວງສຶກສາຊີ້ແຈງຂໍ້ ຂ້ອງໃຈຂອງປະຊາຊົນທີ່ນອນ ໃນຂົງເຂດຮັບຜິດຊອບຂອງຕົນ



         ໃນວັນທີ 24 ທັນວານີ້, ຢູ່ ສະພາແຫ່ງຊາດ  ທ່ານ ລີຕູ້ ບົວ ປາວລັດຖະ ມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາໄດ້ຊີ້ແຈງຂໍ້ຂ້ອງໃຈປະຊາ ຊົນຜ່ານສາຍດ່ວນມາຍັງກອງ ປະຊຸມສະພາແຫ່ງຊາດ, ຊຶ່ງມີ ເນື້ອໃນດັ່ງນີ້: ພະນັກງານບຳ ນານ ບ້ານສີເມືອງ ເມືອງສີ ສັດຕະນາກ ນະຄອນຫລວງ ວຽງຈັນ ສົນໃຈກ່ຽວກັບການສະເໜີນະໂຍບາຍຂໍດິນລັດ, ຕອນ ທີ່ພະນັກງານ ສຶກສາອາ ໄສຢູ່ນັບ ເປັນຫລາຍຄັ້ງເພື່ອຂໍອອກກຳມະສິດເປັນດິນສ່ວນໂຕ, ແຕ່ປັດຈຸ ບັນບໍ່ ທັນຖືກແກ້ໄຂກ່ຽວກັບບັນຫານີ້  ລັດຖະ ມົນຕີໄດ້ໃຫ້ຄຳຊີ້ ແຈງວ່າ: ກະຊວງສຶກສາທິການ ແລະ ກິລາໄດ້ດຳເນີນການລົງ ສຳຫລວດເບິ່ງດິນ, ເຮືອນທີ່ກະຊວງຄຸ້ມຄອງ ແລະ ນຳໃຊ້ໃນປັດຈຸບັນຜ່ານການສັງລວມຂໍ້ມູນ ແລະ ສຶກສາເບິ່ງຕົວຈິງ ເຫັນວ່າມີດິນ ແລະ ເຮືອນພັກພະນັກ ງານຫລາຍບ່ອນຍັງບໍ່ໄດ້ມີ ການພັດທະນາດີເທົ່າທີ່ຄວນ, ອາຄານກໍເກົ່າແກ່ຊຸດໂຊມ ໝົດອາຍຸການນຳໃຊ້ເພາະໄດ້ກໍ່ສ້າງມາ ຫລາຍປີແລ້ວ ແລະ ກໍໄດ້ສ້ອມ ແປງມາຫລາຍຄັ້ງເຊັ່ນດຽວກັນ. ສ່ວນພະນັກງານ ທີ່ຂາດບ່ອນຢູ່ອາໄສກໍໄດ້ເພີ່ມຂຶ້ນໃນແຕ່ລະປີ. ຊຶ່ງປັດຈຸບັນມີຫລາຍກວ່າ 100 ຄອບຄົວ.
ໃນນີ້ສະເພາະດິນທີ່ກະຊວງສຶກສາທິການ ແລະ ກິລາໄດ້ຄຸ້ມຄອງແມ່ນມີ 3 ຕອນ ເປັນຕົ້ນດິນບ້ານເກົ້າຍອດ ມີເນື້ອ ທີ່ 1.652 ຕາແມັດ ມີພະນັກງານອາໄສຢູ່ 6 ຄອບຄົວ ທາງກະ ຊວງໄດ້ຊອກແລກປ່ຽນດິນກັບ ເອກະຊົນທີ່ມີເນື້ອທີ່ກວ້າງກວ່າ ເຖິງ 8.000 ຕາແມັດ ສາມາດປຸກສ້າງທີ່ຢູ່ອາໄສໃຫ້ພະນັກງານໄດ້ຫລາຍກວ່າ 30 ຄອບຄົວ. ການ ແລກປ່ຽນດິນຕອນ ນີ້ກໍແມ່ນຕອບ ສະໜອງຕາມຈຸດປະສົງຂອງໂຮງຮຽນມັດທະຍົມສົມບູນວຽງຈັນກໍຄືກະຊວງທີ່ຕ້ອງການ ຈັດສັນທີ່ພັກພາ ອາໄສໃຫ້ພະນັກງານ ແລະ ຄູອາຈານທີ່ຍັງຂາດເຂີນແທ້, ຊຶ່ງມາຮອດດຽວນີ້ ຫ້ອງການລັດຖະບານໄດ້ສົມທົບ ກັບກະຊວງ ສຶກສາທິການ ແລະ ກິລາໄດ້ ແກ້ບັນຫານີ້ ແລະ ກໍໄດ້ ແຈ້ງການຍົກເລີກການນຳໃຊ້ທີ່ດິນຕອນດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ.
       ກ່ຽວກັບຂໍ້ຂ້ອງໃຈຂອງພະນັກງານເມືອງລະມາມແຂວງເຊກອງໃນການຕັດເງິນເດືອນພື້ນຖານ 10% ຂອງພະນັກງານຄູ ເຫັນວ່າບໍ່ເໝາະສົມ ແລະ ບໍ່ຮູ້ວ່ານຳເອົາເງິນຈຳນວນດັ່ງກ່າວໄປເຮັດຫຍັງ. ບັນຫານີ້ຊີ້ແຈງ ວ່າ:ກະຊວງສຶກສາໄດ້ປະສານ ໄປຍັງ ພະແນກສຶກສາແຂວງເຊກອງ, ຊຶ່ງໄດ້ຮັບຄຳຕອບວ່າມີ ການຕັດເງືອນພື້ນຖານຂອງພະນັກງານຄູ 10% ຈຳນວນ 1 ເດືອນເພື່ອປະ ກອບສ່ວນຮັບໃຊ້ກອງປະຊຸມພັກແຂວງຄັ້ງທີ IX ຕາມຂໍ້ຕົກລົງສະບັບເລກທີ 19/ຈຂ ລົງວັນທີ 8 ສິງຫາ 2014.       
           ຕໍ່ຂໍ້ຂ້ອງໃຈຂອງພະນັກງານບຳນານເສຍອົງຄະຢູ່ບ້ານໂພນສະ ຫວາດ ເມືອງເຟືອງ ແຂວງ ວຽງຈັນສະເໜີກ່ຽວ ກັບໂຮງ ຮຽນຢູ່ບ້ານດັ່ງກ່າວເຫັນວ່າຍັງບໍ່ພຽງພໍ ເຮັດໃຫ້ນັກຮຽນລົ້ນ ຫ້ອງບັນຫາຊີ້ແຈງວ່າ: ກະຊວງ ສຶກສາຈະ ລົງສົມທົບກັບພະແນກສຶກ ສາແຂວງ ແລະ ເມືອງ ເພື່ອ ລົງເບິ່ງຕົວຈິງ ແລະ ເກັບກຳຂໍ້ ມູນລະອຽດ, ຖ້າມີຄວາມຈຳ ເປັນແທ້ກໍຈະມອບໃຫ້ເມືອງ ແລະ ແຂວງຂຽນບົດສະເໜີໂຄງ ການເພື່ອສະເໜີເອົາເຂົ້າແຜນ ຂອງກະຊວງສຶກສາທິການ ແລະ ກິລາສົກປີຕໍ່ໄປ. ສຳລັບຂໍ້ຂ້ອງ ໃຈຂອງ ປະຊາຊົນບ້ານທ່າໄຮ່ ເມືອງປາກເຊ ແຂວງຈຳປາສັກ ກ່ຽວກັບການເກັບເງິນຄ່າຮຽນ, ຄ່າປຶ້ມ, ຄ່າປັດໃຈອື່ນໆເຫັນວ່າ ສົ່ງຜົນກະ ທົບຕໍ່ຄອບຄົວທຸກຍາກ, ຊຶ່ງນະໂຍບາຍນີ້​ເປັນຂອງ ກະຊວງ ຫລື ທ້ອງຖິ່ນ ທ່ານລັດ ຖະມົນຕີຊ່ວຍ ຕອບວ່າ: ການເກັບເງິນຄ່າ ປັດໄຈຕ່າງໆນັ້ນຕາມຄວາມຈິງແລ້ວກະຊວງສຶກສາທິການ ແລະ ກິລາ ແມ່ນບໍ່ ເຄີຍກຳນົດຄ່າປັດໃຈຕ່າງໆໃຫ້ ນັກຮຽນຈ່າຍແຕ່ລະ ຊັ້ນຮຽນໃນແຕ່ລະປີ ແລະ ບໍ່ມີລະບຽບ ຫລື ແຈ້ງການໃດໆ ແລະ ໄດ້ອອກ ຄຳສັ່ງສະບັບເລກທີ1293/ສສກ.ກງ, ລົງວັນທີ 6 ກັນຍາ 2012 ວ່າດ້ວຍການລົບລ້າງການເກັບຄ່າເຂົ້າຮຽນສຳລັບນັກຮຽນຊັ້ນອານຸບານ, ປະຖົມສຶກສາ, ມັດ ທະຍົມຕອນຕົ້ນ ແລະ ຕອນປາຍສາຍສາມັນສຶກສາ, ແຕ່ກົງກັນ ຂ້າມກະຊວງສຶກສາທິການ ແລະ ກິລາຍັງມີນະໂຍບາຍໃຫ້ເງິນ ບໍລິຫານໂຮງຮຽນໃນແຕ່ ລະປີ ເພື່ອຮັບໃຊ້ເຂົ້າໃນການບໍລິຫານໂຮງຮຽນ, ສ່ວນວ່າມີບາງໂຮງຮຽນໄດ້ເກັບຄ່າຮຽນ, ຄ່າປຶ້ມ, ຄ່າປັດໄຈຕ່າງໆນັ້ນອາດຈະ ແມ່ນຄວາມຈຳເປັນຂອງໂຮງຮຽນ, ເຊິ່ງໂຮງຮຽນເປັນຜູ້ກຳນົດເອງ ໂດຍສົມທົບກັບອຳນາດການປົກຄອງ ທ້ອງຖິ່ນ ກໍຄືພໍ່ແມ່ນັກ ຮຽນເພື່ອເປັນການກະຕຸກຊຸກຍູ້, ປັບ ປຸງ ແລະ ພັດທະນາໂຮງຮຽນ. ສ່ວນຂໍ້ຂ້ອງໃຈຂອງພະນັກງານບຳນານຢູ່ເມືອງງອຍແຂວງ ຫລວງພະບາງຕໍ່ບັນຫານັກຮຽນມັດທະຍົມທີ່ຮຽນຈົບແລ້ວຮຽນຕໍ່ວິຊາຊີບ, ເມື່ອຈົບອອກມາບໍ່ມີ ບ່ອນເຮັດວຽກເຮັດໃຫ້ເກີດໄພ ຫວ່າງງານ, ເກີດບັນຫານັກ ຮຽນບໍ່ຢາກໄປສຶກສາຕໍ່ອີກ, ບັນຫານີ້ໄດ້ຊີ້ແຈງວ່າ:ບ ັນຫາ ດັ່ງກ່າວກໍພົວພັນເຖິງຫລາຍບັນຫາໃນສັງ ຄົມໃນໄລຍະເສດຖະກິດກຳລັງພັດທະນາບາງວິຊານັກຮຽນທີ່ຮຽນຈົບມາກໍຊອກຫາ ວຽກໄດ້ງ່າຍ, ແຕ່ບາງວິຊາກໍ ຫາວຽກເຮັດ ຍາກ ແລະ ກະແສສັງຄົມໃນປັດຈຸບັນນັກຮຽນກໍຢາກຮຽນຕາມກະແສສັງຄົມທີ່ນິຍົມກັນຫລາຍແຕ່ຄວາມຕ້ອງ ການຮັບໃຊ້ໃນ ວຽກງານພັດມີໜ້ອຍຈຶ່ງມີຫາງສຽງເກີດຂຶ້ນພາຍຫລັງຮຽນຈົບແລ້ວ. ສະນັ້ນ ເພື່ອຫລີກລ້ຽງບັນຫາດັ່ງກ່າວ ຈຶ່ງຮຽກຮ້ອງມາຍັງ ພໍ່ແມ່ຜູ້ປົກຄອງນັກຮຽນຈົ່ງໃຫ້ຄຳປຶກສາແກ່ລູກຫລານທີ່ຮຽນຈົບຊັ້ນມັດທະຍົມຕອນປາຍແລ້ວນັ້ນໃຫ້ ເລືອກຮຽນວິຊາທີ່ສັງຄົມມີ ຄວາມຕ້ອງການ ແລະ ຊອກຫາ ວຽກໄດ້ງ່າຍຂຶ້ນ. ສຳລັບກ່ຽວ ກັບຂໍ້ຂ້ອງໃຈຂອງພະນັກງານ ບ້ານຊຽງລວງ ເມືອງລະມາ ແຂວງ ເຊກອງໃນການຈັດສັນໂຄຕ້າຄູປະຖົມໃຫ້ໂຮງຮຽນປະຖົມບ້ານດັ່ງກ່າວຕື່ມອີກເພາະວ່າປັດຈຸບັນແມ່ນຍັງຂາດເຂີນຄູປະຖົມຫລາຍ ຄົນ, ການສິດສອນ ແມ່ນໄດ້ສອນຫ້ອງຄວບກັນ ມີນັກຮຽນປະມານ 60 ກວ່າຄົນຕໍ່ຫ້ອງບັນຫານີ້ ຊີ້ແຈງວ່າ: ການສອນຫ້ອງ ຄວບເປັນຍຸດຕະສາດໜຶ່ງທີ່ຊ່ວຍໃຫ້ບັນລຸການສຶກສາເພື່ອໝົດທຸກຄົນ, ຊຶ່ງວິທີການ ດັ່ງກ່າວກໍເປັນທີ່ນິຍົມໃຊ້ໃນບັນດາປະເທດ ກຳລັງພັດທະນາໂດຍສະເພາະໃນເຂດຊົນນະບົດຫ່າງ ໄກສອກຫລີກບ່ອນທີ່ມີປະຊາ ກອນອາໃສຢູ່ຢ່າງກະແຈກກະຈາຍ, ຂາດ ເຂີນຄູ ແລະ ຊັບພະ ຍາກອນ. ຜ່ານມາກະຊວງສຶກ ສາກໍຄືພະແນກສຶກສາຂັ້ນແຂວງ, ຫ້ອງການສຶກສາເມືອງໄດ້ປະຕິບັດນະໂຍ ບາຍຕໍ່ຄູສອນຫ້ອງ ຄວບຕາມລະບຽບ ແລະ ຫລັກ ການມາຕະຫລອດເພາະຖືວ່າ ເປັນວິທີການທີ່ປະຢັດງົບປະມານ ແລະ ແທດ ເໝາະກັບສະພາບພູມສັນຖານຂອງລາວ. ສ່ວນຂໍ້ຂ້ອງໃຈຂອປະຊາຊົນ ບ້ານສີວິໄລ, ເມືອງໄຊທານີ ນະຄອນຫລວງວຽງຈັນ ກ່ຽວກັບການສະເໜີໃຫ້ພາກສ່ວນກ່ຽວ ຂ້ອງລົງໄປກວດກາ ແລະ ເອົາ ໃຈໃສ່ຮັກສາບູລະນະສະໜາມກິລາແຫ່ງຊາດຫລັກ 16 ໃຫ້ດີໄປກວ່ານີ້ ເພາະປັດຈຸບັນເຫັນວ່າ ຫຍ້າຂຶ້ນ ແລະ ຮົກ ເຮື້ອຫລາຍ ແລ້ວຕໍ່ບັນຫາດັ່ງກ່າວ ທ່ານ ລີຕູ້ ບົວປາວ ລັດຖະມົນ ຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ແຈງວ່າ: ໜ່ວຍງານທີ່ກ່ຽວຂ້ອງກໍໄດ້ມີແຜນຈະບູລະນະສ້ອມແປງສະ ໜາມກິລາຫລັກ 16 ແລ້ວ, ແຕ່ຍັງຂາດເຂີນທາງດ້ານງົບປະມານ ແລະ ອຸປະກອນຮັບໃນການດຳເນີນວຽກງານການດູແລປົກ ປັກຮັກສາສະໜາມກິລາຈຶ່ງ​ເຮັດ​ໃຫ້ບໍ່ໄດ້ຕອບສະໜອງຕາມຄວາມຕ້ອງການຂອງວຽກງານ​ໄດ້.

No comments:

Post a Comment