Ad

Ad

25 December 2014

ຄະດີຢາເສບຕິດລາຍໃຫຍ່ໃນປີ 2014



     ໃນປີ 2014 ນີ້, ເຈົ້າໜ້າທີ່ ປກສ ໄດ້ເອົາໃຈໃສ່ໃນການປາບປາມຂະບວນ ການຄ້າຂາຍຢາເສບຕິດ ແລະ ສາມາດມ້າງກຸ່ມຄ້າ ຢາເສບຕິດລາຍໃຫຍ່ໄດ້ ຄື:
      - ໃນທ້າຍເດືອນມັງກອນ, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ, ໄດ້ຈັບກຸມຂະບວນການຄ້າຢາເສບຕິດຢູ່ເຂດ ບ້ານໃໝ່, ເມືອງໂພນໂຮງ, ແຂວງ ວຽງຈັນ, ມີຜູ້ ຕ້ອງຫາຄື: ທ້າວ ຂັນແກ້ວ ພັນ ຮາດວົງສຸກ ອາຍຸ 40 ປີຢູ່ບ້ານ ໜອງພະຍາ ເມືອງໄຊທານີ ນະຄອນຫລວງວຽງຈັນ, ທ້າວ ໄມອິນ ອາຍຸ 30 ປີຢູ່ບ້ານຊຽງດາວ ເມືອງເມິງ ແຂວງບໍ່ແກ້ວ, ພ້ອມຂອງກາງຢາ ບ້າສອງແສນກວ່າເມັດ ແລະ ລົດເກງໜຶ່ງຄັນທີ່ ໃຊ້ເປັນ ພາຫະນະຂົນສົ່ງ.
     - ໃນວັນທີ 19 ກຸມພາ 2014 ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານ ຢາເສບຕິດແຂວງສະຫວັນນະເຂດ, ໄດ້ຈັບຂະບວນການ ຄ້າຢາເສບຕິດຢູ່ເສັ້ນທາງເລກ 13 ໃຕ້ ເຂດດ່ານເຊບັງຫຽງ, ມີຜູ້ຕ້ອງ ຫາຄື: ທ້າວ ປ່ອງ ອາຍຸ 22 ປີຢູ່ ບ້ານໜອງຜັກໃໝ່ ແລະ ທ້າວ ໄຜ່ ອາຍຸ 46 ປີຢູ່ບ້ານກຸດຕະບູນ, ເມືອງສຸຂຸມາ ແຂວງຈຳປາສັກ, ພ້ອມຂອງກາງຢາບ້າ 30 ພັນ ເມັດ, ເງິນໜຶ່ງ ລ້ານກີບ, 90 ພັນ ບາດ (ສະກຸນເງິນໄທ) ແລະ ໂທ ລະສັບ 5 ໜ່ວຍ.

    - ໃນວັນທີ 10 ພືດສະພາ 2014 ເຈົ້າໜ້າທີ່ ປກສ ແຂວງ ຫົວພັນ, ໄດ້ຈັບຂະບວນການຄ້າ ຢາເສບຕິດຢູ່ບ້ານນ້ຳໃຕ້ ເມືອງ ຊຳໃຕ້ ແຂວງຫົວພັນ, ມີຜູ້ຕ້ອງ ຫາຄື: ທ້າວ ລໍໃຈເຮີ ອາຍຸ 39 ປີ, ພ້ອມຂອງກາງເຮໂຣອີນນ້ຳໜັກ 5,9 ກິໂລ, ຢາບ້າ 176 ເມັດ, ຢາ ຝິ່ນຈຳນວນໜຶ່ງ, ປືນ 2 ກະບອກ, ລູກປືນຈຳນວນໜຶ່ງ, ເງິນ 167 ລ້ານກວ່າດົງ (ສະກຸນເງິນ ຫວຽດນາມ).
     - ໃນວັນທີ 30 ມີຖຸນາ 2014 ເຈົ້າໜ້າທີ່ ປກສ ເມືອງປາກ ແບ່ງ ແຂວງອຸດົມໄຊ ໄດ້ມ້າງຂະ ບວນການຄ້າຢາເສບ ຕິດລາຍ ໃຫຍ່ ແລະ ສາມາດຈັບຜູ້ຕ້ອງ ຫາຄື: ທ້າວ ຊາຍຄອນ ວອນປະ ດິດ ອາຍຸ 28 ປີ ຢູ່ບ້ານຫ້ວຍຊາຍ ໃຕ້, ທ້າວ ສຸກສະຫວັດ ໄຊຍະວົງ ອາຍຸ 24 ປີຢູ່ບ້ານນຳເກິ່ງໃໝ່, ເມືອງຫ້ວຍຊາຍ, ແຂວງບໍ່ ແກ້ວ, ພ້ອມຂອງກາງຢາບ້າຈຳນວນ 1,7 ລ້ານເມັດ, ເຮໂຣອິນ 37 ກິ ໂລ, ລົດກະບະວີໂກ້ ແລະ ລົດ ດ້າມໜຶ່ງຄັນທີ່ໃຊ້ເປັນພາຫະນະ ໃນການຂົນສົ່ງຢາເສບຕິດດັ່ງ ກ່າວ.
    - ເມື່ອຕົ້ນເດືອນກັນຍາ 2014 ເຈົ້າໜ້າທີ່ ປກສ ແຂວງຄຳ ມ່ວນ, ໄດ້ມ້າງເຄືອຂ່າຍຄ້າຢາ ເສບຕິດຢູ່ເຂດບ້ານນາເມືອງ, ເມືອງ ທ່າແຂກ ແຂວງຄຳ ມ່ວນ ມີຜູ້ຕ້ອງຫາຄື: ທ້າວ ພອນໄຊ ວັນນະສີນ ອາຍຸ 51 ປີຢູ່ບ້ານນາ ແລ, ທ້າວ ມຸກດາໄລ ເສີນລາ ວັນ ອາຍຸ 32 ປີຢູ່ບ້ານຫ້ວຍນາງ ລີ້ ເມືອງທ່າແຂກ ພ້ອມຂອງ ກາງຢາບ້າ 6 ພັນກວ່າເມັດ ແລະ ລົດກະບະວີໂກ້ ໜຶ່ງຄັນ.
     - ໃນວັນທີ 22 ສິງຫາ 2014 ເຈົ້າໜ້າທີ່ ປກສ ແຂວງບໍລິຄຳ ໄຊ, ໄດ້ຈັບກຸມຜູ້ຄ້າກັນຊາລາຍ ໃຫຍ່ຢູ່ເມືອງປາກຊັນ, ມີຜູ້ຕ້ອງ ຫາຄື: ທ້າວ ຄຳຫັ່ງ ແສງທິລາດ ອາຍຸ 37 ປີຢູ່ບ້ານທົ່ງຈະເລີນ, ເມືອງຄຳເກີດ ແຂວງບໍລິຄຳໄຊ, ພ້ອມຂອງກາງກັນ ຊາແຫ້ງນ້ຳ ໜັກ 579 ກິໂລ ແລະ ລົດໂຕໂຍ ຕາຟໍຈູນເນີໜຶ່ງຄັນ.
     - ເມື່ອຕົ້ນເດືອນຕຸລາ 2014 ເຈົ້າໜ້າທີ່ ປກສ ແຂວງຫລວງ ພະບາງ, ໄດ້ຈັບຜູ້ຄ້າຢາເສບຕິດ ຢູ່ເມືອງນ້ຳບາກ, ແຂວງ ຫລວງ ພະບາງ ແລະ ຈັບຜູ້ຕ້ອງຫາຄື: ທ້າວ ວາເນັງທໍ ອາຍຸ 30 ປີຢູ່ ບ້ານຫ້ວຍເວີ ເມືອງນ້ຳບາກ ແຂວງຫລວງພະບາງ ທ້າວ ຈະ ປໍຮາ ອາຍຸ 35 ປີຢູ່ບ້ານຫລັກ 18 ເມືອງ ແລະ ແຂວງຫລວງນ້ຳ ທາ, ພ້ອມຂອງກາງຢາບ້າ 8 ພັນ ເມັດ.
    - ໃນວັນທີ 17ພະຈິກ 2014 ເຈົ້າໜ້າທີ່ ປກສ ນະຄອນຫລວງ ວຽງຈັນ, ໄດ້ມ້າງເຄືອຂ່າຍຄ້າ ຢາເສບຕິດຢູ່ເຂດບ້ານດອນ ກອຍ, ເມືອງສີສັດຕະນາກ ນະ ຄອນຫລວງວຽງຈັນ, ມີຜູ້ຕ້ອງ ຫາຄື :ທ້າວ ຕູ່ວື່ ອາຍຸ 35 ປີຢູ່ ບ້ານຊຽງດາ ເມືອງໄຊເສດ ຖາ, ນາງ ເປີວື່ ອາຍຸ 21 ປີພັກເຊົາຢູ່ ບ້ານທົ່ງກາງ ເມືອງສີສັດຕະ ນາກ ນະຄອນຫລວງວຽງຈັນ ແລະ ນາງ ໄມ ຈົວລີ ອາຍຸ 26 ປີ ຢູ່ບ້ານເຕົາຖ່ານ ເມືອງໂພນ ໂຮງ ແຂວງວຽງຈັນ ພ້ອມຂອງກາງ ຢາບ້າ 132 ພັນເມັດ ແລະ ລົດ ໃຫຍ່, ລົດຈັກໜຶ່ງ ຄັນ.
    - ໃນວັນທີ 5 ຕຸລາ 2014 ເຈົ້າໜ້າທີ່ ປກສ ນະຄອນຫລວງ ວຽງຈັນ, ໄດ້ນຳກຳລັງປິດລ້ອມ ເຮືອນຫລັງໜຶ່ງຢູ່ບ້ານຕາ ນມີໄຊ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ແລະ ສາມາດຈັບຜູ້ ຕ້ອງຫາໄດ້ຄື: ທ້າວ ບຸນສະຫລີ ອາຍຸ 40 ປີ, ນາງ ກິ່ງຄຳ ອາຍຸ 41 ປີທັງສອງເປັນຜົວເມຍກັນ ແລະ ເປັນເຈົ້າຂອງເຮືອນຢູ່ ບ້ານສະຫລອງໄຊ ເມືອງຂວາ ແຂວງຜົ່ງສາລີ, ທ້າວ ຕຸ້ຍ ອາຍຸ 27 ປີ, ນາງແພງ ອາຍຸ 30 ປີຢູ່ ບ້ານຕານມີໄຊ ເມືອງໄຊທານີ ແລະ ນາງ ຍົກ ອາຍຸ 35 ປີຢູ່ບ້ານ ນາສ້ຽວ ເມືອງນາຊາຍທອງ, ນະຄອນ ຫລວງວຽງຈັນ ພ້ອມ ຂອງກາງຢາບ້າ 924 ພັນເມັດ, ຜົງແປ້ງສ່ວນປະສົມຜະລິດຢາ ເສບຕິດ 35 ກິໂລ, ນອກນັ້ນຍັງມີ ລົດເລັກ ຊັດ, ແຄມຣີ, ຟໍຈູນເນີ, ວີ ໂກ້ ແລະ ຮຸນໄດ, ພ້ອມດ້ວຍເງິນ 86 ລ້ານກີບ, 259 ພັນບາດ (ສະກຸນເງິນໄທ), ຄຳຮູບປະພັນໜັກ ໜຶ່ງກວ່າກິໂລ, ປື້ມບັນຊີທະນາຄານ 17 ເຫລັ້ມ, ໃບຕາດິນ 17 ໃບ. ປື້ນສັ້ນໜຶ່ງກະບອກ ແລະ ໂທລະສັບມືຖື 5 ໜ່ວຍ.

No comments:

Post a Comment