Ad

Ad

25 December 2014

ເປີດ​ເທດສະການ​ງານ​ບຸນ​ເຂົ້າ​ໄກ່​ນ້ອຍ 2014 ທີ່​ແຂວງ​ຊຽງ​ຂວາງ



       ເທດສະການ​ງານ​ບຸນ​ເຂົ້າ​ໄກ່​ນ້ອຍ 2014 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 24 ທັນວາ​ນີ້ ຢູ່​ສະໜາມກິລາ ເມືອງ​​ແປກ ​ແຂວງ​ຊຽງ​ຂວາງ ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນ​ຕີ, ຜູ້​ຊີ້ນຳ​ວຽກ​ງານ​ຂົງ​ເຂດ​ເສດຖະ ກິດ, ການ​ຜະລິດ ​ແລະ ຈໍລະ​ຈອນ, ທ່ານ ສຈ. ດຣ. ສົມ​ກົດ ມັງ​ໜໍ່​ເມກ ​ເຈົ້າ​ແຂວງ​ຊຽງ​ຂວາງ, ມີ​ບັນດາ​ລັດຖະມົນຕີ ຕະຫລອດ​ຮອດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ ​ແລະ ປະຊາ ຊົນ​ຊາວ​ແຂວງ​ຊຽງ​ຂວາງ​ເຂົ້າ ຮ່ວມ​ເປັນ​ຈຳນວນ​ຫລາຍ.
       ງານ​ດັ່ງກ່າວ​ເພື່ອ​ປຸກລະ ດົມ​ໃຫ້​ທົ່ວ​ສັງຄົມ​ໄດ້​ຮູ້ຈັກ​ປະ ຫວັດ​ຄວາມ​ເປັນ​ມາ​ຂອງ​ເຂົ້າ​ໄກ່​ນ້ອຍ ​ແລະ ຫັນ​ມາ​ສົ່ງ​ເສີມ​ເຂົ້າ​ໄກ່​ນ້ອຍ​ເປັນ​ຜະລິດ​ຕະພັນ​ໜຶ່ງ ເພື່ອ​ສ້າງ​ຊື່​ສຽງ​ໃຫ້​ແກ່​ແຂວງ​ຊຽງ​ຂວາງ ​ແລະ ຊາດ​ລາວ; ເປັນ​ການ​ແນະນຳ​ຫົວໜ່ວຍ​ທຸລະ​ກິດ ​ແລະ ກະສິກອນ​ຜູ້​ຜະລິດ​ເຂົ້າ​ໄກ່​ນ້ອຍ ​ແລະ ​ເປັນ​ການ​ສ້າງ​ຜະລິດ​ຕະພັນ​ເຂົ້າ​ໄກ່​ນ້ອຍ​ໃຫ້​ກາຍ​ເປັນ​ສິນຄ້າ​ຫລັກ ​ແລະ ​ແຮງ​ຈູງ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຕ້ອງ ການ​ມາ​ຢ້ຽມຢາມ​ແຂວງ​ຊຽງ​ຂວາງທັງ​ເປັນ​ການ​ສ້າງ​ຄວາມ​ພາກພູມ​ໃຈ​ຂອງ​ຊາວ​ຊຽງ​ຂວາ​ງອີກ​ດ້ວຍ.

       ທ່ານ ຄຳ​ປ່ຽນ ສີນ​ວນທອງ ຮອງ​ເຈົ້າ​ແຂວງ​ຊຽງ​ຂວາງ ​ໃຫ້​ຮູ້​ວ່າ: ບຸນ​ເຂົ້າ​ໄກ່​ນ້ອຍ​ຄັ້ງນີ້ ເປັນ ຄັ້ງປະຫວັດສາດ​ຂອງ​ປະຊາຊົນ​ແຂວງ​ຊຽງ​ຂວາງ ກໍ​ຄື​ຂອງ​ຊາວ ນາ​ຜູ້​ປູກ​ເຂົ້າ​ໄກ່​ນ້ອຍ ທັງ​ເປັນ​ໃບ​ໜ້າ​ໃໝ່​ຂອງ​ທຸລະ​ກິດ​ການ​ປູກ, ການ​ຄ້າຂາຍ​ທີ່​ມີ​ໂອກາດ​ຮ່ວມ​ມື​ກັນ​ກັບ​ພາກ​ລັດ. ​ເປັນ​ບາດກ້າວ​ເຮັດ​ໃຫ້​ປະຊາຊົນ​ລາວ ​ແລະ ຕ່າງປະ​ເທດ​ໄດ້​ຮັບ​ຮູ້​ເຖິງ​ຜະລິດ​ຕະພັນ​ສິນຄ້າ​ເຂົ້າ​ໄກ່​ນ້ອຍ​ທີ່​ຜະລິດ​ດ້ວຍ​ສີມື​ຂອງ​ຊາວ​ຊຽງ​ຂວາງ ​ແລະ ​ເປັນ​ບາດກ້າວ​ກະ ຕຸກ​ຊຸກຍູ້​ໃຫ້​ກະສິກອນ​ຜູ້​ຜະລິດ ແລະ ບັນດາ​ນັກທຸລະກິດ​ປຸງ​ແຕ່ງ​ໄດ້​ກະກຽມ​ຕົວ​ເຂົ້າສູ່​ຍຸກ​ຂອງ​ການ​ແຂ່ງຂັນ​ໃນ​ເວລາ​ທີ່ ສປປ ລາວ ພວມ​ເຂົ້າ​ເປັນ​ສະມາຊິກ​ປະ ຊາ​ຄົມ​ອາ​ຊຽນ. ນອກ​ນັ້ນ ຍັງ​ເປັນ​ການ​ສ້າງ​ໂອກາດ​ໃຫ້​ຜູ້​ຜະ ລິດ​ເຂົ້າ​ໄກ່​ນ້ອຍ​ທົ່ວ​ປະ​ເທດ​ໄດ້​ມີ​ໂອກາດ​ຮຽນ​ຮູ້​ການ​ຕະຫລາດ, ການ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ ແລະ ກັນ​ລະຫວ່າງ​ຜູ້​ຜະລິດ, ຜູ້​ປຸງ​ແຕ່ງ, ຜູ້​ຈຳໜ່າຍ ​ແລະ ຜູ້​ຊື້​ ​ໄດ້​ມີ​ໂອກາດ​ປັບປຸງ​ພັດທະນາ​ເຂົ້າ​ໄກ່​ນ້ອຍ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ​ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫລາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ.
        ເຂົ້າ​ໄກ່​ນ້ອຍ ​ແມ່ນ​ເຂົ້າ ໜຽວ​ພັນ​ພື້ນ​ເມືອງ, ມີ​ຄວາມ​ເປັນ​ເອກະລັກ​ສະ​ເພາະ​ໜຽວ, ອ່ອນ, ນຸ້ມ ​ແລະ ຫອມ, ຜ່ານ​ການ​ເຕົ້າ​ໂຮມ​ຫລາຍ​ສາຍ​ພັນ​ຢູ່​ບັນດາ​ເມືອງ​ທົ່ວ​ແຂວງ​ຊຽງ​ຂວາງ ​ເຊິ່ງປະກອບ​ມີ 5 ສາຍ​ພັນ ຄື​ເຂົ້າ​ໄກ່​ນ້ອຍ​ຂາວ, ​ເຫລືອງ, ແດງ, ດຳ ​ແລະ ​ເຂົ້າ​ໄກ່​ນ້ອຍ​ລາຍ. ຜ່ານ​ມາ​ມີ​ເນື້ອທີ່​ປູກ 11.500 ​ເຮັກຕາ ຄາດ​ຄະ​ເນ​ຜົນ​ຜະລິດ 45 ພັນ​ໂຕນ, ​ໃນ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ດ້ານ​ກະສິກຳ ແລະ ປ່າ​ໄມ້ ​ໄດ້​ກຳນົດ​ເປັນ​ໜຶ່ງ​ໃນ 13 ປະ​ເພດ​ສິນຄ້າ​ຕົ້ນຕໍ​ຂອງ​ແຂວງ​ຊຽງ​ຂວາງ. ປັດຈຸບັນ ແຂວງ​ໄດ້​ມີ​ການຈັດຕັ້ງກຸ່ມ​ຜະ ລິດ​ເມັດ​ພັນ​ເຂົ້າ, ກຸ່ມ​ເຂົ້ານ້ອຍ​ອິນ​ຊີ ​ແລະ ພັດທະນາ​ແນວ​ພັນ​ເຂົ້າ​ໄກ່​ນ້ອຍ. ດ້ານ​ການ​ດຳ​ເນີນ​ທຸລະກິດ, ຜ່ານ​ມາ​ປະຊາຊົນ​ປູກ​​ໄວ້​ບໍລິ​ໂພ​ກ 80% ​ແລະ 20% ​ໄວ້​ຂາຍປະມານ 9.000 ​ໂຕນ, ​ໃນ​ນັ້ນສົ່ງ​ອອກ ສສ ຫວຽດນາມ ແລະ ຕ່າງ​ແຂວງ.

No comments:

Post a Comment